ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວວ່າ ກຳ​ລັງ​ປ້ອງ​ກັນໄດ້ຍິງໂດຣນຢູເຄຣນຕົກ ທີ່ແນເປົ້າໝາຍໃສ່ມົສກູ


ທະຫານຢູເຄຣນຄົນນຶ່ງ ກຳລັງໃຫ້ການປິ່ນປົວ ເພື່ອນນັກລົບ ຮັອງສັນຢາລັກວ່າ Polumya (Flame), 19, ໃກ້ກັບບາກມຸດ ບ່ອນທີ່ມີການລົບເລວກັນຢ່າງໜັກກັບກຳລັງຣັດເຊຍ ໃນຂົງເຂດດອນແນັດ ມັນທີ 4 ກັນຍາ 2023
ທະຫານຢູເຄຣນຄົນນຶ່ງ ກຳລັງໃຫ້ການປິ່ນປົວ ເພື່ອນນັກລົບ ຮັອງສັນຢາລັກວ່າ Polumya (Flame), 19, ໃກ້ກັບບາກມຸດ ບ່ອນທີ່ມີການລົບເລວກັນຢ່າງໜັກກັບກຳລັງຣັດເຊຍ ໃນຂົງເຂດດອນແນັດ ມັນທີ 4 ກັນຍາ 2023

ຣັດເຊຍກ່າວໃນວັນອັງຄານມື້ນີ້ວ່າ ການປ້ອງກັນທາງອາກາດຂອງຕົນ ໄດ້ທຳ ລາຍໂດຣນຂອງຢູເຄຣນສາມລໍາ ທີ່ໄດ້ແນເປົ້າໝາຍໃສ່ນະຄອນຫລວງຣັດເຊຍ.

ກະຊວງປ້ອງກັນປະເທດຣັດເຊຍ ກ່າວວ່າ ໂດຣນໄດ້ຕົກລົງເຂດອິສຕຣາຂອງ​ຂົງ​ເຂດມົສກູ ພ້ອມດ້ວຍຂົງເຂດກາລູກາ ແລະ​ທີ​ເວີ.

ເຈົ້າຄອງກຳແພງນະຄອນມົສກູ ທ່ານເຊີເກ ໂຊບີອານິນ ກ່າວວ່າ ຊາກຫັກພັງໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ສະຖານທີ່​ບໍ​ລິ​ການຜູ້ບໍລິໂພກຢູ່ໃນເຂດອີສຕຣາ.

ບໍ່ມີລາຍງານ​ກ່ຽວ​ກັບການເສຍຊີວິດ ທີ່ພວກເຈົ້າໜ້າທີ່ຣັດເຊຍໄດ້ກ່າວ.

ກະຊວງປ້ອງກັນປະເທດຣັດເຊຍ ຍັງກ່າວໃນວັນອັງຄານມື້ນີ້ວ່າ ຕົນໄດ້ຍິງໂດຣນຢູເຄຣນຕົກ ຢູ່ແຫລມໄຄຣເມຍ ທີ່ຣັດເຊຍໄດ້ປົກຄອງມາແຕ່ປີ 2014.

ຢູເຄຣນໄດ້ໃຊ້ໂດຣນຢູ່ເປັນປະຈຳ ເພື່ອແນເປົ້າໝາຍໃສ່ດິນແດນຣັດເຊຍ ທ່າມກາງການຮຸກຮານ​ຕໍ່ຢູເຄຣນ.

​ຂະ​ນະ​ດຽວກັນ ເກົາຫລີໃຕ້ ກ່າວໃນວັນອັງຄານມື້ນີ້ວ່າ ຕົນໄດ້ສັງເກດຢ່າງໃກ້ ຊິດ​ເບິ່ງການແລກປ່ຽນ ລະຫວ່າງພວກເຈົ້າໜ້າທີ່ຣັດເຊຍ ແລະເກົາຫລີເໜືອ ຫລັງຈາກມີລາຍງານວ່າ ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ວາງແຜນພົບປະໃນດືອນນີ້ກັບປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ເພື່ອສົນທະ ນາຄວາມເປັນໄປໄດ້ ໃນການສະໜອງອາວຸດໃຫ້ແກ່ສົງຄາມຂອງຣັດເຊຍຢູ່ໃນຢູເຄຣນ.

“ພວກເຮົາຍັງສື່ສານຢ່າງໃກ້ຊິດກັບ ພວກເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງເກົາຫລີ ເໜືອ” ໂຄສົກກະຊວງຕ່າງປະເທດເກົາຫລີໃຕ້ ທ່ານລິມ ຊູ-ສຸກ ໄດ້ກ່າວ. “ບໍ່ ມີບັນດາສະມາຊິກສະຫະປະຊາຊາດປະ​ເທດ​ໃດ ຄວນລະເມີດ ​ຕໍ່ການລົງໂທດສະພາຄວາມໝັ້ນຄົງສະຫະປະຊາຊາດ ຕໍ່ເກົາຫລີເໜືອ ຮວມທັງການຄ້າອາວຸດທີ່ຜິດກົດໝາຍ ແລະໂດຍສະເພາະ ການຮ່ວມມືທາງທະຫານ ກັບເກົາຫລີເໜືອ ຊຶ່ງເປັນໄພຄຸກ​ຄາມຕໍ່ສັນຕິພາບ ແລະສະຖຽນລະພາບຂອງປະຊາຄົມສາກົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG