ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະ: ຜົນການເລືອກຕັ້ງກາບົງ ສະ​ທ້ອນ "​ໃຫ້ເຫັນເລ່​ກົນ​" ທີ່ພວກທະຫານ​​ນຳໃຊ້​ ເພື່ອ​ໂຄ່ນ​ລົ້ມປະທານາທິບໍດີ ບໍ່ໄດ້​ຮັບ​ຄວາມນິຍົມ


ຮູບພາບວີດີໂອ ສະແດງໃຫ້ເຫັນ ພວກສະໜັບສະໜູນ ຊົມເຊີຍພວກເຈົ້າໜ້າທີ່ຕຳຫລວດ ໃນເມືອງ ລີເບຣີວີລ ປະເທດກາບົງ ມັນທີ 30 ສິງຫາ 2023
ຮູບພາບວີດີໂອ ສະແດງໃຫ້ເຫັນ ພວກສະໜັບສະໜູນ ຊົມເຊີຍພວກເຈົ້າໜ້າທີ່ຕຳຫລວດ ໃນເມືອງ ລີເບຣີວີລ ປະເທດກາບົງ ມັນທີ 30 ສິງຫາ 2023

ບັນດານັກວິເຄາະກ່າວວ່າ ປະທານາທິບໍດີຂອງກາບົງ ທີ່ຖືກຂັບໄລ່ໂດຍພວກທະຫານ ທີ່ກໍ່​ກະ​ບົດ ປາກົດວ່າໄດ້ມີການຈັດຕັ້ງ​ເປັນຢ່າງດີ ແລະໄດ້ອ້າງເຖິງຄວາມບໍ່ພໍໃຈຂອງປະຊາຊົນ ​ຕໍ່ຕ້ານລັດຖະບານ ທີ່ເປັນຂໍ້ອ້າງເພື່ອຍຶດອຳນາດ ອີງຕາມລາຍງານອົງການຂ່າວເອພີ.

ໃນວັນພຸດທີ່ຜ່ານມາ ພວກທະຫານໄດ້​ໂຄ່ນ​ລົ້ມປະທານາທິບໍດີ ບົງໂກ ອົງດິມບາ ຜູ້ທີ່ຄອບຄົວທ່ານໄດ້ປົກຄອງປະເທດທີ່ຮັ່ງມີດ້ວຍນໍ້າມັນ ຢູ່ພາກກາງອາຟຣິກາ ມາເປັນເວລາກວ່າຫ້າທົດສະວັດ.

ບັນດາຜູ້ນຳລັດຖະປະຫານ ໄດ້ກ່າວຫາ ທ່ານບົງໂກ ບໍ່ຮັບຜິດຊອບ ຕໍ່ການປົກ ຄອງທີ່ສ່ຽງຕໍ່ການນຳພາປະເທດ ເຂົ້າສູ່ຄວາມວຸ້ນວາຍ ແລະກ່າວວ່າເຂົາເຈົ້າໄດ້ຖືກ​ກັກ​ບໍ​ລິ​ເວນ​ໃຫ້​ຢູ່​ໃນເຮືອນ. ຫົວໜ້າໜ່ວຍຮັກສາຄວາມປອດໄພພິເສດຂອງກາບົງ ນາຍພົນບຣິສ ໂກລແຕຣ ໂອລິກີ ນ​ກືມາ ໄດ້ປະກາດຢູ່ທາງໂທລະ ພາບລັດຖະບານ ໃນນາມຜູ້ນຳຄົນໃໝ່ຂອງປະເທດ ຫລາຍຊົ່ວໂມງຫລັງຈາກ ທ່ານບົງໂກ ໄດ້ປະກາດເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີ ເມື່ອ​ທ້າຍສັບ​ປະ​ດາ​ທີ່​ຜ່ານ​ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG