ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ ສ​ປ​ຊ ສົ່ງຂໍ້ສະເໜີ ກ່ຽວກັບອາຫານປະເພດເມັດ ໄປ​ໃຫ້ຣັດເຊຍ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣັສ ກ່າວຕໍ່ສື່ມວນຊົນ ລະຫວ່າງກອງປະຊຸມນັກຂ່າວ ທີ່ອິສຕັນບູລ ປະເທດເທີກີ ວັນທີ 20 ສິງຫາ 2022
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣັສ ກ່າວຕໍ່ສື່ມວນຊົນ ລະຫວ່າງກອງປະຊຸມນັກຂ່າວ ທີ່ອິສຕັນບູລ ປະເທດເທີກີ ວັນທີ 20 ສິງຫາ 2022

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວໃນວັນພະຫັດວານນີ້ວ່າ ທ່ານໄດ້ຍື່ນມືໄປຫາຣັດເຊຍ ພ້ອມ​ກັບ “ຂໍ້ສະເໜີທີ່ໜັກແໜ້ນ” ເພື່ອທົບທວນຄວາມການ​ພັງ​ທະ​ລາຍ​ລົງ​ຂອງ​ຂໍ້ຕົກລົງອາຫານປະເພດເມັດ ທີ່ມົສກູ​ໄດ້ຖອນອອກໃນເດືອນກໍລະກົດ ແລະຕິດຕາມດ້ວຍການໂຈມຕີຢ່າງຕໍ່ເນື່ອງ ໃສ່ບັນດາທ່າເຮືອຢູເຄຣນ ແລະພື້ນ​ຖານ​ໂຄ່ງ​ລ່າງບ່ອນເກັບອາຫານປະເພດເມັດ.

“ຂໍ້ສະເໜີແມ່ນພົວພັນກັບຄວາມ​ຈຳ​ເປັນເພື່ອ​ຟື້​ນ​ຟູຄືນໃໝ່​ກ່ຽວ​ກັບ​ຂໍ້​ລິເລີ້ມທະເລດຳ” ທ່ານແອນໂທນີ​ໂອ ກູເຕເຣັສ ໄດ້ກ່າວຕໍ່ບັນດານັກຂ່າວ ລະຫວ່າງກອງປະ ຊຸມຖະ​ແຫຼງຂ່າວ ຢູ່ອົງການສະຫະປະຊາຊາດ. “ໃນຂະນະດຽວກັນ ພວກເຮົາມີການແກ້ໄຂທີ່ໜັກແໜ້ນຈຳນວນນຶ່ງສຳລັບຄວາມເປັນຫ່ວງເພື່ອອະນຸຍາດໃຫ້ເຂົ້າຫາໄດ້ເພີ້ມຂຶ້ນ ຢ່າງມີ​ປະ​ສິດຜົນຂອງອາຫານຣັດເຊຍແລະປຸຍໄປ ສຳ​ລັບ​ສົ່ງ​ໄປຫາບັນດາຕະຫລາດໂລດ ໃນລາຄາທີ່ສົມມາສົມຄວນ.”

ທ່ານບໍ່ໄດ້ເວົ້າເຖິງລາຍລະອຽດກ່ຽວກັບຂໍ້ສະເໜີ ພຽງແຕ່ຖະແຫລງເຖິງຄວາມເປັນຫ່ວງຂອງມົສກູ. ແຕ່ທ່ານໄດ້ລະມັດລະວັງວ່າ ການຟື້ນຟູໃດໆຂອງການລິເລີ້ມຕ້ອງເປັນທີ່ທຸ່ນທ່ຽງ.

“ພວກເຮົາບໍ່ສາມາດເຮັດໃຫ້ຂໍ້ລິເລີ້ມທະເລດຳ ເຄື່ອນຍ້າຍຈາກວິກິດການນຶ່ງ​ໄປ ​ຫາ​ວິ​ກິດ​ການ​ນຶ່ງ ຈາກການຍົກເລີກນຶ່ງ ໄປຫາ​ອີກການຍົກເລີກ​ນຶ່ງ” ທ່ານ​ກູເຕເຣັສ ໄດ້ກ່າວ. ພວກເຮົາຕ້ອງການໃນ​ສິ່ງ​ທີ່​ສາ​ມາດ​ປະ​ຕິ​ບັດ​ງານ​ໄດ້ ແລະໃຫ້ຜົນປະໂຫຍດ​ແກ່ທຸກໆຄົນ.

ຫົວໜ້າອົງການສະຫະປະຊາຊາດ ກ່າວວ່າ ທ່ານ​ຍັງມອງບໍ່ເຫັນຄວາມເປັນໄປໄດ້ທີ່​ຈະ​ເກີດສັນຕິພາບ​ໃນຢູເຄຣນໃນເວລາບໍ່ຊ້ານີ້ ຈຶ່ງເຮັດໃຫ້ການເລີ້ມຕົ້ນຄືນຂອງຂໍ້ຕົກລົງອາຫານປະເພດເມັດ ແມ່ນມີຄວາມຮີບດ່ວນເພີ້ມຂຶ້ນ.

“ຂ້າພະເຈົ້າຄິດວ່າພວກເຮົາບໍ່ທັນໄປຮອດນັ້ນເທື່ອ” ທີ່ທ່ານ​ກູເຕເຣັສ ໄດ້ກ່າວ ກ່ຽວ​ກັບການສິ້ນສຸດສົງຄາມ. “ເພາະສະນັ້ນ ເປັນທີ່ສຳຄັນຫລາຍທີ່ຈະເອົາມາດຕະການເພື່ອຫລຸດຜ່ອນຜົນກະທົບໃນທາງລົບນັ້ນລົງຂອງສົງຄາມນີ້ ໃນຄວາມ​ກ່ຽວ​ພັນ​ກັບໂລກ.”

ໃນຂະນະດຽວກັນ ເທີກີ ທີ່ຫລິ້ນບົດບາດອັນສຳຄັນ ໃນການເຈລະຈາ ແລະຈັດ​ຕັ້ງ​ປະຕິບັດຂໍ້ຕົກລົງອາຫາປະເພດເມັດໄດ້​ສົ່ງລັດຖະມົນຕີຕ່າງປະເທດ​ຂອງ​ຕົນໄປມົສກູ ໃນວັນພະຫັດວານນີ້ ເພື່ອສົນທະນາກຽວ​ກັບ​ການຟຶ້ນຟູ​ຂໍ້​ຕົກ​ລົງ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG