ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸ​ເຂດຮ້ອນ ອີດາເລຍ ເຄື່ອນເຂົ້າສູ່ ມະຫາສະໝຸດແອັດແລນຕິກ ຫຼັງຈາກຖະຫລົ່ມລັດຟລໍຣິດາ


ລົດກະບະຄັນນຶ່ງ ແລະ ຊາກຫັກພັງ ທີ່ເຫັນຢູ່ຮ່ອງນໍ້າ ໃນເມືອງຮອສຊູ ບິຈ໌ ລັດຟລໍຣິດາ ທາງຜ່ານພາຍຸອີດາເລຍ ວັນທີ 30 2023
ລົດກະບະຄັນນຶ່ງ ແລະ ຊາກຫັກພັງ ທີ່ເຫັນຢູ່ຮ່ອງນໍ້າ ໃນເມືອງຮອສຊູ ບິຈ໌ ລັດຟລໍຣິດາ ທາງຜ່ານພາຍຸອີດາເລຍ ວັນທີ 30 2023

ພາຍຸເຂດຮ້ອນອີດາເລຍໄດ້ນຳ​ເອົາຝົນຕົກໜັກໃນວັນພະຫັດມື້ນີ້ ມາສູ່ລັດຄາໂຣໄລນາເໝືອຂອງສະຫະລັດ ນຶ່ງມື້ຫລັງຈາກພາຍຸ​ດັ່ງ​ກ່າວໄດ້​ພັດ​ເຂົ້າຖະຫລົ່ມລັດ ຟລໍຣິດາ ໃນ​ຖາ​ນະ​ທີ່ເປັນເຮີຣິເຄນ​ຂະ​ໜາດແຮງ.

ສູນກາງເຮີຣິເຄນ​ແຫ່ງ​ຊາດ ໄດ້ລາຍງານການ​ເກີດນໍ້າຖ້ວມ​ໃນ​ບໍ​ລິ​ເວນກວ້າງຢູ່ເຂດຊາຍຝັ່ງ ຂອງລັດຄາໂຣໄລນາເໜືອທີ່​ເປັນ​ຈຸດໃຈກາງຂອງພາຍຸ ຊຶ່ງຄາດວ່າຈະເຄື່ອນຍ້າຍອອກສູ່ມະຫາສະໝຸ​ດແອັດແລນຕິກ ໃນຕອນ​ແລງມື້ນີ້.

ການທຳນາຍ​ກ່ຽວ​ກັບ​ເສັ້ນທາງຜ່ານ ສຳລັບພາຍຸອີດາເລຍ ອາດຈະ​ມຸ່ງ​ໜ້າໄປຫາເກາະເບີມູດາ ທີ່ຍັງມີຄວາມແຮງ​ຂອງ​ລົມ​ພາ​ຍຸ​ເຂດຮ້ອນ ປະມານວັນອາທິດຈະມາເຖິງນີ້. ເກາະດັ່ງ​ກ່າວໄດ້ປະສົບກັບຝົນຕົກໃນວັນພຸດວານນີ້ຈາກພາຍຸ​ອີກ​ຫົວ​ນຶ່ງ ຄື ເຮີຣິເຄນ ແຟຣງ​ຄລິນ.

ອີດາເລຍໄດ້ເຮັດໃຫ້ໄຟຟ້າມອດເກືອບ 500,000 ຫຼັງ​ຄາ​ເຮືອນຢູ່ໃນລັດດຟລໍຣິດາ ແລະລັດເພື່ອນບ້ານຈໍເຈຍ ໃນຂະນະທີ່ເກີດນໍ້າຖ້ວມ ເຂດຊາຍຝັ່ງໃນລັດຟລໍຣິດາ ແລະເຮັດໃຫ້ມີຢ່າງໜ້ອຍທໍເນໂດຫົວນຶ່ງ ໃນລັດຄາໂຣໄລນາໃຕ້.

ພາຍຸໄດ້ພັດ​ຂຶ້ນ​ຝັ່ງດ້ວຍລົມແຮງ​ປະ​ມານ 200 ກິໂລແມັດຕໍ່ຊົ່ວໂມງ ແລະ​ເທົ່າ​ກັນກັບເຮີຣິເຄນ​ໃນປີ 1896 ທີ່ເປັນພາຍຸແຮງສຸດ ບໍ່ມີມາກ່ອນ ໄດ້​ພັດ​ເຂົ້າຖະ ຫລົ່ມ ລັດຟລໍຣິດາ ເຂດບິກເບັນ ບ່ອນທີ່ແຫລມຂອງອ່າວ ໂຄ້ງໄປພົບກັບເຂດທີ່​ຍື່ນອອກໄປຫາທາງທິດຕາເວັນຕົກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG