ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃຫ້ການຊ່ວຍເຫລືອແກ່ຢູເຄຣນ ເພີ້ມຕື່ມ 250 ລ້ານໂດລາ


ປືນໃຫຍ່ ສະຫະລັດ M142 ລະບົບຍິງຈະຫລວດລະດັບສູງທີ່ເຄື່ອນຍ້າຍໄດ້ (HIMARS) ເຂົ້າຮ່ວມການຊ້ອມລົບ ທາງທະຫານທີ່ ຖານທັບເຮືອໃນປິລິບປິນ ໃັນທີ 26 ເມສາ 2023
ປືນໃຫຍ່ ສະຫະລັດ M142 ລະບົບຍິງຈະຫລວດລະດັບສູງທີ່ເຄື່ອນຍ້າຍໄດ້ (HIMARS) ເຂົ້າຮ່ວມການຊ້ອມລົບ ທາງທະຫານທີ່ ຖານທັບເຮືອໃນປິລິບປິນ ໃັນທີ 26 ເມສາ 2023

ສະຫະລັດໃຫ້ການຊ່ວຍເຫລືຶອ​ທາງ​ທະ​ຫານ​ເພີ້ມ​ຕື່ມຫຼາຍເຖິງ 250 ລ້ານໂດລາ ແກ່ກອງທັບຢູເຄຣນ ຮວມທັງລູກ​ຈະ​ຫຼວດ HIMARS ​ໃນ​ຈຳ​ນວນ​ເພີ້ມ​ຂຶ້ນແລະ ລູກສອນໄຟ AIM-9M Sidewinder ທີ່ສາມາດໃຊ້ເພື່ອປ້ອງກັນທ້ອງຟ້າ​ຂອງ ຢູເຄຣນ.

ນີ້ເປັນເທື່ອທຳອິດ ທີ່ສະຫະລັດໄດ້ມອບ​ລູກ​ສອນ​ໄຟ Sidewinders ໃຫ້ແກ່ຢູເຄຣນ ທີ່ສາມາດໃຊ້​ສຳ​ລັບ​ການໂຈມຕີທາງອາກາດ​ຕໍ່​ອາ​ກາດ ໃນ​ໄລ​ຍະ​ໃກ້.

ການຊ່ວຍເຫລືອເທື່ອຫລ້າສຸດ ເປັນຂີດໝາຍຄັ້ງທີ 45 ທີ່ປະທານາທິບໍດີໄດ້​ອະ​ນຸ​ມັດ​ອຸບປະກອນທາງທະຫານ ຈາກສາງຂອງກະຊວງປ້ອງກັນປະເທດ ນັບແຕ່ການຮຸກຮານຂອງຣັດເຊຍ ຕໍ່ຢູເຄຣນ ເລີ້ມ​ຂຶ້ນໃນເດືອນກຸມພາ 2022.

ອີກຄັ້ງນຶ່ງ ລະບົບລູກສອນໄຟຍຸດທະສາດໄລຍະຍາວ ATACMS ຂອງກອງ​ທັບ​ບົກ ບໍ່ໄດ້ຮວມຢູ່ໃນນັ້ນ ເຮັດໃຫ້ມີການ​ຕ້ອງ​ຕິຈາກບັນດານັກວິເຄາະ ເຊັ່ນວ່າ ພົນໂທ ​ເບ້ຍບໍານານ ເບັນ ຮັອກ ຜູ້ທີ່ໄດ້ຮັບໃຊ້ ໃນນາມຜູ້ບັນຊາການທົ່ວໄປສຳລັບກຳລັງທະຫານສະ​ຫະ​ລັດໃນຢູໂຣບ ແຕ່ປີ 2014 ຫາ 2017.

“ບໍ່ເປັນຈັ່ງໂຊກ ຊາວຢູເຄຣນຍັງ​ຈະສືບຕໍ່ທີ່ໄດ້ຮັບຄວາມທໍລະມານຫລາຍ​ຈາກການເສຍຊີວິດ ເພາະວ່າ ພວກເຮົາ ​ປະ​ເທດຕາເວັນຕົກ ບໍ່ໄດ້ໃຫ້ການຊ່ວຍໃນ​ດ້ານ​ຄວາມ​ສາ​ມາດທີ່ເຂົາເຈົ້າຕ້ອງການ. ແລະ ຂ້າພະເຈົ້າເວົ້າ ໂດຍສະເພາະກ່ຽວກັບອາວຸດໄລຍະໄກທີ່ແມນຢໍາ” ທີ່ທ່ານຮັອກ ໄດ້ກ່າວຕໍ່ ວີໂອເອ ໃນວັນອັງຄານວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG