ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະຈີນ ຕົກລົງ​ ທີ່​ຈະ​ເປີດ​ການສົນທະນາກັນໃໝ່ ກ່ຽວກັບ​ເລື້ອງການຄ້າ


ລັດຖະມົນຕີການຄ້າສະຫະລັດ ທ່ານນາງຈີນາ ແຣມົນໂດ ຂວາມື ກ່າວລະຫວ່າງ ການປະຊຸມກັບຄູ່ຕຳແໜ່ງຈີນ ທ່ານວັງ ເວັນຕາວ ຊ້າຍມື ຢູ່ກະຊວງການຄ້າ ທີ່ນະຄອນຫລວງປັກກິ່ງ ໃັນທີ 28 ສິງຫາ 2023
ລັດຖະມົນຕີການຄ້າສະຫະລັດ ທ່ານນາງຈີນາ ແຣມົນໂດ ຂວາມື ກ່າວລະຫວ່າງ ການປະຊຸມກັບຄູ່ຕຳແໜ່ງຈີນ ທ່ານວັງ ເວັນຕາວ ຊ້າຍມື ຢູ່ກະຊວງການຄ້າ ທີ່ນະຄອນຫລວງປັກກິ່ງ ໃັນທີ 28 ສິງຫາ 2023

ສະຫະລັດ ແລະຈີນ ໃນວັນຈັນວານນີ້ ໄດ້ຕົກລົງທີ່ຈະຈັດ​ການ​ສົນ​ທະ​ນາ​ແບບແຍກ​ກັນ ເພື່ອຫລຸດຜ່ອນຄວາມບໍ່ເຂົ້າໃຈກັນກ່ຽວ​ກັບບັນຫາຄວາມ​ໝັ້ນ​ຄົງ​ຂອງສະຫະລັດ ທີ່ເປັນ​ຈຸດໃຈກາງຕໍ່ການຄວບຄຸມການສົ່ງອອກ​ທີ່​ເຄັ່ງ​ຄັດ​ຕໍ່ບັນດາເທັກໂນໂລຈີຈີນ ຊຶ່ງປັກກິ່ງເຫັນວ່າ ເປັນຄວາມພະຍາຍາມ​ທີ່​ຈະປະຕິເສດຕໍ່ບັນດາບໍລິສັດຂອງຕົນ.

ຫລັງຈາກການປະຊຸມກັບລັດຖະມົນຕີການຄ້າຈີນ ທ່ານວັງ ເ​ຫວິນຕາວ ລັດຖະ ມົນຕີການຄ້າສະຫະລັດ ທ່ານນາງຈີນາ ຣາຍມົນໂດ ໄດ້ກ່າວວ່າ ປະເທດທັງສອງຈະສ້າງ​ຕັ້ງກຸ່ມການເຮັດວຽກ ທີ່ຈະຮວມບັນດາຜູ້ຕາງໜ້າທຸລະກິດ ເພື່ອເນັ້ນໝັກໃສ່ບັນຫາການຄ້າຕ່າງໆ ແລະການແລກປ່ຽນຂໍ້ມູນລັດຖະບານ ເພື່ອຄວບຄຸມບັນຫາການສົ່ງອອກ.

“ຂ້າພະເຈົ້າຄິດວ່າເປັນ​ຮ່ອງຮອຍດີຫລາຍ ທີ່ພວກເຮົາຕົກລົງການສົນທະນາທີ່ ໜັກແໜ້ນ ແລະຂ້າພະເຈົ້າຢາກກ່າວວ່າ ຫລາຍກວ່າຄວາມໝັ້ນໝາຍທີ່ມືດມົວ ເພື່ອສືບຕໍ່ການສົນທະນາ ນີ້ແມ່ນຊ່ອງທາງການ” ທີີ່ທ່ານນາງຣາຍມົນໂດ ໄດ້ກ່າວຢູ່ໃນການໃຫ້ສຳພາດກັບ ໜັງສືພິມນິວຢອກ​ໄທມ​ສ໌ ຫລັງຈາກສີ່ຊົ່ວໂມງຂອງການ​ສົນ​ທະ​ນາກັນຢູ່ນະຄອນປັກກິ່ງ ກັບຄູ່ຕຳແໜ່ງ​ຝ່າຍຈີນຂອງທ່ານນາງ.

“ມັນເປັນຄວາມຮູ້ສຶກທີ່ສໍາຄັນວ່າ ພວກເຮົາມີຄວາມສໍາພັນເສດຖະກິດ​ທຸ່ນທ່ຽງເພື່ອຜົນປະໂຫຍດ​ສຳ​ລັບສອງປະເທດຂອງພວກເຮົາ ແລະຄວາມຈິງແລ້ວ ອັນທີ່ໂລກຄາດໝາຍຂອງພວກເຮົາ” ທ່ານນາງໄດ້ກ່າວເພີ້ມວ່າ ສະຫະລັດ ແລະຈີນ ໄດ້ມີຄວາມສຳພັນດ້ານເສດຖະກິດທີ່​ທຸ່ນທ່ຽງ ຢູ່​ບົນພື້ນຖານ “​ໂດຍ​ກົງ ເປີດກວ້າງ ແລະໂຕ​ຈິງ” ໃນການສື່ສານ​ຕິດ​ຕໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG