ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ​ກຳ​ນົດເອົາວັນທີ 4 ມີນາເປັນວັນດຳເນີນຄະດີ ແຊກແຊງ​ການເລືອກຕັ້ງ ຂອງທ່ານທຣໍາ  


ອະດີດປະທານາທີບໍດີດໍໂນລ ທຣໍາ ທີ່ເຫັນຢູ່ໃນພິທີໃນເນືອງອັອກແລນໂດ ລັດຟລໍຣິດາ ວັນທີ 26 ກຸມພາ 2022
ອະດີດປະທານາທີບໍດີດໍໂນລ ທຣໍາ ທີ່ເຫັນຢູ່ໃນພິທີໃນເນືອງອັອກແລນໂດ ລັດຟລໍຣິດາ ວັນທີ 26 ກຸມພາ 2022

ການດຳເນີນຄະດີອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໃນຂໍ້ຫາວາງແຜນຕ່າວປີ້ນ ຜົນການເລືອງຕັ້ງປະທານາທິບໍດີ ປີ 2020 ຈະຈັດຂຶ້ນໃນເດືອນມີນາປີໜ້ານີ້ ທີ່ຜູ້​ພິ​ພາກ​ສາລັດຖະບານກາງ​ທ່ານນຶ່ງໄດ້ຕັດສິນໃນວັນຈັນວານນີ້.

​ຜູ້​ພິ​ພາກ​ສາປະຈຳເຂດສະຫະລັດ ທ່ານນາງ​ທັນຍາ ຈຸດກັນ ຜູ້ກຳກັບກ່ຽວກັບຄະດີ ໄດ້​ກຳ​ນົດ​ການ​ດຳ​ເນີນຄະດີທີີ່ມີ​ຄວາມ​ສຳ​ຄັນ​ສູງ​ໃສ່ວັນທີ 4 ເດືອນມີນາ ນຶ່ງມື້ກ່ອນ Super Tuesday ຊຶ່ງ​ເປັນ​ວັນ​ທີບັນດາຜູ້ລົງຄະແນນສຽງໃນ 15 ລັດ ພາກັນໄ​ປປ່ອນບັດເພື່ອສະເໜີເລືອກເອົາຜູ້ຕາງໜ້າພັກສຳລັບການເລືອກຕັ້ງເອົາປະທານາທິບໍດີປີ 2024.

ປັດຈຸບັນນີ້ທ່ານທຣໍາ ເປັນຜູ້ທີ່ໄດ້​ຮັບ​ຄະ​ແນນ​ນິ​ຍົມ​ທີ່ຈະໄດ້ຊະນະການສະເໜີໃຫ້ເປັນຜູ້ຕາງໜ້າພັກຣີພັບບລິກັນ.

ຄະ​ນະ​ໄອ​ຍະ​ການ​ຢາກ​ໃຫ້​ເລີ້ມ​ການ​ດຳ​ເນີນ​ຄະ​ດີ​ໃນ​ວັນ​ທີ 2 ມັງ​ກອນ ໃນ​ຂະ​ນະ​ທີ່ຄະ​ນະທະ​ນາຍ​ຄວາມ​ຂອງທ່ານ​ທ​ຣຳ ຢາກ​ໃຫ້​ເລື່ອນ​ເວ​ລາ​ໄປ​ໃສ່​ວັນ​ທີ 26 ເມ​ສາ 2026 ຫຼາຍກວ່າ 2 ປີ​ຫຼັງ​ຈາກ​ການ​ເລືອກ​ຕັ້ງ.

ທ່ານນາງຈຸດກັນ ໄດ້ປະຕິເສດຕໍ່ຂໍ້ສະເໜີທັງ​ສອງນັ້ນ​ວ່າ “ຮັບເອົາບໍ່ໄດ້.” ​ແຕ່​ແນວ​ໃດ​ກໍ​ຕາມ ວັນດຳເນີນຄະດີທີ່ທ່ານນາງໄດ້ກຳ​ນົດໄວ້ນັ້ນອາດ​ຈະ​ພາ​ໃຫ້​ເກີດ​ຄວາມສະ​ຫລັບສັບຊ້ອນ ​ໃນການໂຄສະນາຫາສຽງຂອງທ່ານທຣໍາ ແລະການຕໍ່ສູ້ດ້ານກົດໝາຍ​ທີ່​ສຳ​ຄັນຫລາຍຢ່າງ.

ບໍ່ພຽງແຕ່ວ່າຈະໂດຍບັງເອີນກັບການເລີ້ມລະດູການເລືອກປະທານາທິບໍດີຂັ້ນຕົ້ນ ແຕ່ມັນຍັງມີ​ທ່າ​ທາງວ່າ​ຈະ​ຂັດ​ກັນກັບການດຳເນີນຢູ່ສານອື່ນໆ ທີ່ພົວພັນກັບທ່ານ ແລະບັນດາເພື່ອນຮ່ວມງານ.

ຢູ່ທີ່ລັດຈໍເຈຍ ທາງພາກໃຕ້ຂອງສະຫະລັດ ບ່ອນທີ່ທ່ານທຣໍາ ແລະອີກ 18 ຄົນອື່ນໆ ໄດ້ຖືກກ່າວຫາຫວ່າງມໍ່ໆມານີ້ ໃນການວາງແຜນຕ່າວປິ້ນຜົນການເລືອກຕັ້ງຢູ່ທີ່ນັ້ນ ບັນດາໄອຍະການໄດ້ສະເໜີການດຳເນີນຄະດີໃ​ສ່ວັນທີ 4 ເດືອນມີນາ. ຜູ້ພິພາກສາຍັງບໍ່ທັນໄດ້​ກຳ​ນົດເອົາວັນດັ່ງກ່າວນີ້ເທື່ອ.

ສາມອາທິດຕໍ່ມາ ໃນວັນທີ 25 ເດືອນມີນາ ທ່ານທຣໍາມີກຳນົດທີ່ຈະໄປດຳເນີນຄະດີໃນນະຄອນນິວຢອກ ໃນການພົວພັນກັບ​ຈ່າຍເງິນປິດປາກຈ່າຍ ໃຫ້ແກ່ດາລາຮູບເງົາໂປ້ ກ່ອນການເລືອກຕັ້ງປະທານາທິບໍດີໃນປີ 2016.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG