ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມສຳພັນແບບປົກກະຕິ ​ລະ​ຫວ່າງຊາອຸດີ ກັບ ອິສຣາແອລ ຍັງ​ບໍ່​ທັນ​ໃກ້​ເທື່ອ ທຳນຽບຂາວກ່າວ


ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດທຳນຽບຂາວ ທ່ານເຈກ ຂູລລິວັນ ຢູທີ່ກອງປະຊຸມນັກຂ່າວ ວັນທີ 18 ສິງຫາ 2023
ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດທຳນຽບຂາວ ທ່ານເຈກ ຂູລລິວັນ ຢູທີ່ກອງປະຊຸມນັກຂ່າວ ວັນທີ 18 ສິງຫາ 2023

ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່່ານເຈກ ຊູລລິວັນ ໄດ້​ຫຼຸດຄວາມຄາດໝາຍ​ລົງ ກ່ຽວກັບຂໍ້ຕົກລົງ​ເພື່ອສ້າງຄວາມສຳພັນແບບປົກກະຕິລະ​ຫວ່າງຊາອຸດີ​ກັບອິສຣາແອລ ທີ່ີວໍຊິງຕັນກຳລັງເຮັດວຽກຢູ່ໃນຂະນະນີ້ ໂດຍ ປະ ຕິເສດຕໍ່ລາຍງານຂ່າວ ທີ່ສະເໜີວ່າ ຈະເກີດຂຶ້ນໃນໄວໆນີ້.

“ຍັງມີຊ່ອງທາງ​ຢູ່ທີ່ຈະ​ດຳ​ເນີນໄປ ເມື່ອ​ເວົ້າ​ເຖິງ​ອົງ​ປະ​ກອບ​ຕ່າງໆຂອງການສົນ ທະນາ” ທີີ່ທ່ານຊູລລິວັນໄດ້ກ່າວໃນລະຫວ່າງການ​ຖະ​ແຫຼງ​ຕໍ່​ພວກນັກຂ່າວ ໃນວັນອັງຄານທີ່ຜ່ານມາ.

ໃນຫລາຍເດືອນທີ່ຜ່ານມາ ທ່ານຊູລລິວັນ ແລະບັນດາຜູ້ຮອງ ໄດ້ເລີ້ມການ​ເຈ​ລະ​ຈາ ແບບ​ແຍກ​ກັນກັບຊາອຸດີ ແລະອິສຣາແອລ ເພື່ອວາງພື້ນຖານວຽກງານຂໍ້ຕົກລົງ.

ສັນຕິພາບລະຫວ່າງສອງປະເທດຈະເປັນ “ຂໍ້ຕົກລົງ​ທີ່​ສຳ​ຄັນ” ແລະ​ໃຫ້ຜົນປະ ໂຫຍດແກ່ສະຫະລັດ “ໃນທາງພື້ນຖານ” ທ່ານຊູລລິວັນກ່າວວ່າ ໂດຍ​ເນັ້ນ​ຢ້ຳ ເຖິງເປົ້າໝາຍຂອງ “ການຮວມ​ຕົວກັນ​ຫຼາຍ​ຂຶ້ນ ​ມີ​ຄວາມ​ທຸ່ນທ່ຽງ​ຫຼາຍ​ຂຶ້ນ​ສຳ​ລັບ​ພາກຕາເວັນອອກກາງ” ບ່ອນທີ່ບັນດາປະເທດສາມາດຮ່ວມມືກັນ “ທຸກສິ່ງຢ່າງ​ນັບຈາກເສດຖະກິດ ເທັກໂນໂລຈີ ໄປຫາຂົງເຂດຄວາມປອດໄພ.”

ທ່ານໄດ້ປະຕິເສດ ​ທີ່​ຈະ​ໃຫ້​ຄວາມ​ເຫັນ ກ່ຽວກັບການພົບປະລະຫວ່າງ ປະທາ ນາທິບໍດີໂຈ ໄບເດັນ ແລະເຈົ້າຟ້າຊາຍໂມຮຳເມັດ ບິນ ຊາລແມນ ຢູ່ນອກກອງປະຊຸມສຸດຍອດ G20 ຢູ່ ນິວເດລີ ເດືອນໜ້ານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG