ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳເລີຍຄົນທຳອິດ ເຂົ້າມອບໂຕ ຢູ່ລັດຈໍເຈຍ ໃນ​ຄະ​ດີ​ແຊກ​ແຊງ ການເລືອກຕັ້ງ ປີ 2020


ທະນາຍຄວາມ ທ່ານຈອນ ອິສແມນ ຜູ້ວາງແຜນຍຸດທະສາດດ້ານກົດໝາຍ ເພື່ອແນໃສ່ໃຫ້ອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ ຢູ່ໃນຕຳແໜ່ງ ກ່າວຕໍ່ບັນດານັກຂ່າວ ທີ່ນະຄອນລອດສ ແອນເຈີລິສ tວັນທີ 20 ມິຖຸນາ 2023
ທະນາຍຄວາມ ທ່ານຈອນ ອິສແມນ ຜູ້ວາງແຜນຍຸດທະສາດດ້ານກົດໝາຍ ເພື່ອແນໃສ່ໃຫ້ອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ ຢູ່ໃນຕຳແໜ່ງ ກ່າວຕໍ່ບັນດານັກຂ່າວ ທີ່ນະຄອນລອດສ ແອນເຈີລິສ tວັນທີ 20 ມິຖຸນາ 2023

ຈຳ​ເລີຍ​ຮ່ວມຄົນທຳອິດ​ໃນຈຳນວນ 18 ຄົນກັບອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ປະເຊີນໜ້າ​ກັບ​ຂໍ້​ຫາແຊກແຊງແລະສໍ້ໂກງການເລືອກຕັ້ງ ຢູ່ ລັດຈໍເຈຍທາງພາກໃຕ້​ຂອງ​ປະ​ເທດ ​ກຳ​ລັງ​ເຂົ້າມອບໂຕ ເພື່ອ​ໃຫ້​ຖືກຈັບ ແລະລົງທະບຽນ.

ທ່ານຈອນ ອີສແມນ ອະດີດທະນາຍຄວາມທ່ານທຣໍາ ຜູ້ທີ່ໄດ້ຊຸກຍູ້ແຜນເພື່ອໃຫ້ ຮອງປະທານາທິບໍດີໄມຄ໌ ເພັນ ຊຶ່ງ​ໃນເວລານັ້ນພະຍາຍາມຂັດຂວງການຢັ້ງຢືນຢູ່ໃນສະພາ ​ໃນ​ການ​ທີ່ທ່ານໂຈ ໄບເດັນ ​ສັງ​ກັດພັກເດໂມແຄຣັດ ໄດ້​ຮັບໄຊຊະ ນະຕໍ່ທ່ານທຣໍາ​ນັ້ນ ໄດ້ເຂົ້າ​ມອບ​ໂຕ ໃນວັນອັງຄານວານນີ້ ຕໍ່ພວກເຈົ້່າໜ້າທີ່ ເມືອງຟູລຕັນ ໃນນະຄອນອັດແລນຕາ ລັດຈໍເຈຍ. ຜູ້ຖືກກ່າວຫາອີກຄົນນຶ່ງທ່ານ ສະກັອດ ຮອນ ຜູ້ກຳກັບຄ່າປະ​ກັນໂຕ ​ຊຶ່ງຜູ້ເບິ່ງການຢັ່ງສຽງຂອງພັກຣີພັບບລິກັນ ໃນລັດຈໍເຈຍ ໄດ້ມອບໂຕຂອງທ່ານເຊັ່ນກັນ.

ທ່ານອິສແມນ ປະເຊີນໜ້າການກ່າວຫາເກົ້າກະ​ທົງ ທີ່ອາດຈະ ຖ້າຫາກທ່ານຖືກຕັດສິນລົງໂທດ ເຮັດໃຫ້ທ່ານຕິດຄຸກເປັນເວລາຫລາຍປີ. ໃນວັນຈັນທີ່ຜ່ານມາ ທ່ານໄດ້ບັນລຸຂໍ້ຕົກລົງ​ກ່ຽວ​ກັບຄ່າປະກັນໂຕ 100,000 ໂດລາ ເພື່ອປ່ອຍໂຕ​ຂະ​ນະ​ທີ່ລໍຖ້າການດຳເນີນຄະດີ.

ທ່ານອິສແມນ ໄດ້ຢືນ​ຢັດ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງທ່ານເພື່ອຕໍ່ສູ້ກັບການກ່າວຫາ ໂດຍທະນາຍຄວາມເຂດເມືອງຟູລຕັນ ທ່ານນາງ​ແຟນີ ວິລລິສ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG