ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນເຮລິຄອບເຕີ ໜ່ວຍກ້າຕາຍ ຢູ່ເບື້ອງຫລັງການກູ້ໄພຕູ້ສາຍກາບ ໃນປາກິສຖານ


ທ້າວກູລ ຟາຣາ ຢືນຢູ່ກາງ ແລະທ້າວ ຣິສວານ ອູລລາ ຊ້າຍ ທີ່ລອດຊີວິດຈາກ ອຸບັດເຫດສາຍກາບ ກ່າວຕໍ່ບັນດານັກຂ່າວຢູ່ ໝູ່ບ້ານປາສຕູ ເຂດພູຜາ ຂອງ Battagram ໃນປາກິສຖານ ແຂວງ Khyber Pakhtunkhwa ວັນພຸດ ໃັນທີ 23 ສິງຫາ 2023
ທ້າວກູລ ຟາຣາ ຢືນຢູ່ກາງ ແລະທ້າວ ຣິສວານ ອູລລາ ຊ້າຍ ທີ່ລອດຊີວິດຈາກ ອຸບັດເຫດສາຍກາບ ກ່າວຕໍ່ບັນດານັກຂ່າວຢູ່ ໝູ່ບ້ານປາສຕູ ເຂດພູຜາ ຂອງ Battagram ໃນປາກິສຖານ ແຂວງ Khyber Pakhtunkhwa ວັນພຸດ ໃັນທີ 23 ສິງຫາ 2023

ບັນດາເຮືອບິນເຮລິຄອບເຕີທະຫານ ແລະໜ່ວຍກ້າຕາຍສາຍກາບ ໄດ້ກູ້ໄພແປດຄົນ ຮວມທັງພວກເດັກນ້ອຍນັກຮຽນຜູ້ຊາຍຫົກຄົນ ຜູ້ທີ່ໄດ້ຕິດຄ້າງເປັນເວລາຫລາຍຊົ່ວໂມງ ໃນວັນອັງຄານວານນີ້ ຢູ່ຕູ້ສາຍ​ກາບສູງ ຢູ່ເທິງຮອມພູບ່ອນສອກຫລີກໃນປາກິສຖານ ອີງຕາມລາຍງານອົງການຂ່າວຝຣ່ັງ AFP.

ການກູ້ໄພຢ່າງທ້າທາຍໄດ້ເລີ້ມດ້ວຍເຮືອບິນເຮລິຄອບເຕີ ດືງເອົາເດັກນ້ອຍຄົນນຶ່ງມາສູ່ຄວາມປອດໄພ ຫລັງຈາກ 12 ຊົ່ວໂມງ ແຕ່ໄດ້ຖືກບັງຄັບໃຫ້ກັບຄືຶນສູ່ຖານທັບ ໃນຂະນະທີ່ອາກາດບໍ່ດີ ເຄື່ອນ​ໃກ້ເຂົ້າມາ ໃນເວລາຄໍ່າມືດ.

ຕໍ່ມາ ໜ່ວຍກ້າຕາຍພິເສດຂອງປາກິສຖານ (SSG) ຮູ້ກັນວ່າ Maroon Berets ໄດ້ໃຊ້ສາຍເຄໂບເພື່ອຮັກສາບໍ່​ໃຫ້​ຕູ້ຕົກລົງສູ່​ຮ່ອມພູ ໃນຂະນະທີ່​ໃຊ້ສາຍກາບ​ຊ່ວຍກູ້ໄພພວກທີ່ຍັງຕິດຄ້າງຢູ່ນັ້ນ.

“ຂ້ອຍຄິດວ່າມັນເປັນມື້ສຸດທ້າຍຂອງຂ້ອຍ ແລະຂ້ອຍຈະບໍ່ເປັນຈັ່ງຊີ້ອີກ” ເດັກນ້ອຍຄົນນຶ່ງໃນຈຳນວນທີ່ຖືກກູ້ໄພ ທ້າວອັດໂຕລລາ ຊາ ໄດ້ກ່າວຕໍ່ອົງການຂ່າວ AFP.

“ພະເຈົ້າໄດ້ໂຜດໃຫ້ຂ້ອຍມີຊີວິດເປັນເທື່ອທີສອງ” ເດັກນ້ອຍອາຍຸ 15 ປີ ໄດ້ກ່າວ.

​ຮັກ​ສາ​ການນາຍົກລັດຖະມົນຕີ ຂອງປາກິສຖານ ທ່ານອັນວາ-ອູລ-ຮັກ ກາກາຣ ຮ້ອງພວກກູ້ໄພວ່າ “ວິລະບຸລຸດຂອງຊາດ.”

“ທີມປະຕິບັດງານທີ່ີຍິ່ງໃຫຍ່ ໂດຍທະຫານ ກົມການກູ້ໄພ ​ເຈົ້າ​ໜ້າເຂດປົກຄອງພ້ອມທັງປະຊາຊົນທ້ອງຖິ່ນ.” ທ່ານໄດ້ຂຽນໃສ່ X ທີ່ຮູ້ກັນ​ໃນ​ເມື່ອກ່ອນວ່າ ທວິດເຕີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG