ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ຢຶດເກັດຫລິ່ນ ຊຶ່ງ​ເປັນສັດທີ່​ໃກ້ຈະສູນພັນ ຫຼາຍກວ່າ 1 ໂຕນ ຢູ່ປະເທດໄທ


ພວກເຈົ້າໜ້າທີ່ໄທ ສະແດງໃຫ້ເຫັນ ການຍຶດເອົາເກັດໂຕຫລິ່ນ ລະຫວ່າງກອງປະຊຸມ ຊັບພະຍາກອນທຳມະຊາດ ແລະອາຊະຍາກຳສສິ່ງແວດລ້ອມ ທີ່ບາງກອກ ປະເທດໄທ ວັນທີ 17 ສິງຫາ 2023
ພວກເຈົ້າໜ້າທີ່ໄທ ສະແດງໃຫ້ເຫັນ ການຍຶດເອົາເກັດໂຕຫລິ່ນ ລະຫວ່າງກອງປະຊຸມ ຊັບພະຍາກອນທຳມະຊາດ ແລະອາຊະຍາກຳສສິ່ງແວດລ້ອມ ທີ່ບາງກອກ ປະເທດໄທ ວັນທີ 17 ສິງຫາ 2023

ພວກເຈົ້າໜ້າທີ່ໄທກ່າວວ່າ ເຂົາເຈົ້າໄດ້ຍຶດເກັດຫລິ່ນ ຫລາຍກວ່ານຶ່ງໂຕນ ​ທີ່ມີມູນຄ່າ 50 ລ້ານກວ່າບາດ ຫຼື​ປະ​ມານ 1 ລ້ານ 4 ແສນ​ໂດ​ລາ ທີ່ເຊື່ອ​ກັນວ່າໄດ້ສົ່ງອອກນອກປະເທດ ຜ່ານຊາຍ​ແດນ​ທາງ​ພາກ​ພື້ນດິນ ອີງຕາມລາຍງານອົງການຂ່າວເອພີ.

ເກັດຫລິ່ນຄາດວ່າ ມີລາຄາ 40,000 ບາດ ຕໍ່ນຶ່ງກິໂລກຣາມ ໂດຍສົງໄສວ່າໄດ້ຊື້ມາຈາກມາ​ເລເຊຍ ສົ່ງ​ເຂົ້າໄທ ເພື່ອນຳ​ສົ່ງໄປປະເທດລາວ ແລະຂາຍໃຫ້ແກ່ພວກລູກຄ້າຢູ່ປະເທດຈີນ ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຄຳນວນ ຈັນ-ອານັນຮອງຫົວໜ້າອາຊະຍາກຳສິ່ງແວດລ້ອມປະ​ຈຳ​ເຂດ ໄດ້ກ່າວ ຢູ່ກອງປະຊຸມຖະ​ແຫຼງຂ່າວ ທີ່ບາງກອກ ໃນວັນພະຫັດວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG