ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍຖືກຍິງຕາຍ ໂດຍກຳລັງທະຫານມຽນມາ ຍາມຮັກສາບໍລິສັດບໍ່ແຮ່ທອງແດງ ທີ່ຈີນເປັນເຂົ້າຂອງ


ພວກນັກເຂື້ອນໄຫວມຽນມາ ພາກັນປະທ້ວງຕ້ານ ບໍລິສັດບໍ່ແຮ່ວານບາວ ຢູ່ສະຖານທູດຈີນ ໃນນະຄອນຢາງກຸ້ງ ວັນທີ 29, ພະຈິກ 2013 ທີີ່ມີຄວາມເຄັ່ງຕືງ ພົວພັນກັບບໍລິສັດມາຍາວນານ
ພວກນັກເຂື້ອນໄຫວມຽນມາ ພາກັນປະທ້ວງຕ້ານ ບໍລິສັດບໍ່ແຮ່ວານບາວ ຢູ່ສະຖານທູດຈີນ ໃນນະຄອນຢາງກຸ້ງ ວັນທີ 29, ພະຈິກ 2013 ທີີ່ມີຄວາມເຄັ່ງຕືງ ພົວພັນກັບບໍລິສັດມາຍາວນານ

ເດັກນ້ອຍຄົນນຶ່ງອາຍຸ 9 ປີ ໄດ້ເສຍຊີວິດ ແລະຊາວບ້ານອີກຫ້າຄົນໄດ້ຮັບບາດ ເຈັບ ເວລາກຳລັງທະຫານມຽນມາ ທີ່ປ້ອງກັນບໍ່ແຮ່ ທີ່ຈີນເປັນ​ເຈົ້າ​ຂອງ ໄດ້ຍິງປືນໃສ່ພວກພົນລະເຮືອນຢູ່ເມືອງຊາລິງຢີ ຢູ່ທາງພາກຕາເວັນຕົກສຽງເໜືອຂອງປະເທດ.

ຮ້ອຍຕີ ສິດ ແນັງ ຂອງກຳລັງປ້ອງກັນເມືອງຊາລິງຢີ ກ່າວຕໍ່ວີໂອເອ ພະແນກພາສາມຽນມາວ່າ ລົດບັນທຸກຂອງບໍລິສັດຈີນ ບໍ່ແຮ່ວັນບາວ ຈຳກັດ ໄດ້ຂົນສົ່ງ ທອງແດງຢູ່ໃນຂະບວນລົດ ເວລາກຳລັງຮັກສາຄວາມປອດໄພ ໄດ້ເລີ້ມຍິງໃສ່ຢ່າງບໍ່ເລືອກໜ້າ ໃນວັນຈັນທີ່ຜ່ານມາ.

ອົງການສື່ມວນ​ຊົນ​ຂອງພວກ​ທະ​ຫານ ຍັງບໍ່ທັນໄດ້ເຜີຍແຜ່ຂໍ້ມູນກ່ຽວກັບການໂຈມຕີ. ວີໂອເອ ພະແນກພາສາມຽນມາໄດ້ຕິດຕໍ່ຫາບໍລິສັດບໍ່ແຮ່ວັນບາວ ຫລາຍເທື່ອ ແຕ່ບໍ່ໄດ້ຮັບຄຳຕອບ. ສະຖານທູດຈີນຢູ່ນະຄອນຢາງກຸ້ງ ບໍ່ຕອບ ການ​ຂໍ​ຄວາມ​ເຫັນ​ຂອງ ວີໂອເອ ​ພະ​ແນກພາສາມຽນມາ.

ກິຢໍ ທີຮາ ອາຍຸ 9 ປີ ​ຊຶ່ງ​ເປັນຊາວບ້ານເປກອນ ໄດ້ເສຍຊີວິດຄາທີ່ ແລະແມ່ຍິງສາມຄົນ ແລະຜູ້ຊາຍສອງຄົນໄດ້ຮັບບາດເຈັບ ອີງຕາມອົງການຂ່າວ ອິຣາວາດີ ທີ່ບໍລິຫານໂດຍຊາວມຽນມາຢູ່ນອກປະເທດ ໃນປະເທດໄທ.

“ພໍ່ຂອງ ກິຢໍ ທີຮາ ກໍໄດ້ຮັບບາດເຈັບເຊັ່ນກັນ ແຕ່ອາການຂອງລາວບໍ່ຮ້າຍແຮງ. ຍາດຕິພີ່ນ້ອງຂອງຂ້າພະເຈົ້າສອງຄົນ ຜູ້ທີ່ຊອກຫາບ່ອນລີ້ໄພຢູ່ໃນເຮືອນ ໄດ້ຮັບບາດເຈັບ. ບັນດາຜູ້ໄດ້ຮັບບາດເຈັບທັງໝົດກຳລັງຖືກປິ່ນປົວຢູ່ໂຮງໝໍ” ທ່ານໂກ ລວານ ທູ ຫົວໜ້າຄະນະກຳມະການໝູ່ບ້ານຢິນມາວິນ-ຊາລິງຢີ ໄດ້ກ່າວຕໍ່ອົງການຂ່າວອິຣາວາດີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG