ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ໂຈມຕີເມືອງທ່າ ໂອເດຊາ


ຮູບພາບເຜິຍແຜ່ໂດຍ ຫ້ອງການຂ່່າວລັດຖະບານໂອເດຊາ ທີ່ເຫັນສາງເກັບເຂົ້າຖືກທຳລາຍ ຈາກການໂຈມຕີດ້ວຍໂດຣນຂອງຣັດເຊຍ ວັນທີ 16 ສິງຫາ 2023
ຮູບພາບເຜິຍແຜ່ໂດຍ ຫ້ອງການຂ່່າວລັດຖະບານໂອເດຊາ ທີ່ເຫັນສາງເກັບເຂົ້າຖືກທຳລາຍ ຈາກການໂຈມຕີດ້ວຍໂດຣນຂອງຣັດເຊຍ ວັນທີ 16 ສິງຫາ 2023

ພວກເຈົ້າໜ້າທີ່ຢູເຄຣນ ກ່າວໃນວັນພຸດມື້ນີ້ວ່າ ຣັດເຊຍໄດ້ທຳລາຍ​ພື້ນ​ຖານໂຄງ​ລ່າງບ່ອນເກັບເຂົ້າເບ​ລ່ ຢູ່ທ່່າເຮືອໃນຂົງເຂດໂອເດຊາ ທາງພາກໃຕ້ຢູເຄຣນ ທີ່ເປັນສ່ວນນຶ່ງຂອງການໂຈມຕີດ້ວຍໂດຣນໃນຕອນຂ້າມຄືນ.

ຜູ້ປົກຄອງ​ເຂດໂອເດຊາ ທ່ານໂອເລ ກີເປີ ກ່າວຢູ່ເຕເລກຣາມວ່າ ການໂຈມຕີໄດ້ທຳລາຍບັນດາສາງເກັບມ້ຽນເຂົ້າເບ​ລ່ ຢູ່ທ່າເຮືອຕັ້ງຢູ່ແມ່ນໍ້າດານູບ.

ທ່ານກີິເປີ ກ່າວວ່າ ບໍ່ໄດ້ມີລາຍງານການເສຍຊີວິດຈາກການໂຈມຕີ ແລະກອງ ທັບອາກາດຂອງຢູເຄຣນ ໄດ້ຍິງໂດຣນຣັດເຊຍ 11 ລຳຕົກຢູ່ທີ່​ເຂດໂອເດຊາ.

ກອງທັບຢູເຄຣນ ກ່າວວ່າ ການປ້ອງກັນທາງອາກາດຂອງຕົນໄດ້ທຳລາຍໂດຣນທັງໝົດ 13 ລໍາໃນຕອນກາງຄືນ ​ໂດຍ​ເວົ້າ​ວ່າ ຣັດເຊຍໄດ້ໃຊ້ໂດ​ຣນ Shahed ທີ່ເຮັດໂດຍອີຣ່ານ ເພື່ອແນເປົ້າໝາຍໃສ່ໂອເດຊາ ແລະມີໂກລາ​ອິບ.

ຢູ່ໃນພາກຕາເວັນອອກ ທີ່ເປັນພາກສ່ວນຂອງປະເທດ ກຳລັງຢູເຄຣນໄດ້​ເຂົ້າຄວບຄຸມ ບ່ອນຕັ້ງຖິ່ນຖານຂອງອູໂຣສເຊນ ໃນເຂດໂດແນັດ ທີ່ຮອງລັດຖະມົນ ຕີປ້ອງກັນປະເທດ ຮັນນາ ມາລິອາ ໄດ້ກ່າວ.

ອ່ານຂາວນີ້ເປັນພາສາອັງກິດ

XS
SM
MD
LG