ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຟ້ອງຮ້ອງ ທ່ານທຣໍາ ທີ່ລັດຈໍເຈຍ ພາ​ໃຫ້​ມີ​ປະ​ຕິ​ກິ​ລິຍ​າ ທີ່ປະສົມປະສານ


ທະນາຍຄວາມປະຈຳເຂດເມືອງຟູນເຕີນ ທ່ານນາງຟານີ ວິລລິສ ກ່າວຕໍ່ສື່ສັງຄົມ ຫລັງຈາກຜົນກັບມາຈາກຄະນະຕຸລາການ ຟ້ອງຮ້ອງຢ່າງເປັນທາງການຕໍ່ ອະດີດປະທານາທິບໍດີດໍໂນລ ທຣໍາ ໃນນຄອນອັດແລນຕາ ລັດຈໍເຈຍ ວັນທີ 14 ສິງຫາ 2023
ທະນາຍຄວາມປະຈຳເຂດເມືອງຟູນເຕີນ ທ່ານນາງຟານີ ວິລລິສ ກ່າວຕໍ່ສື່ສັງຄົມ ຫລັງຈາກຜົນກັບມາຈາກຄະນະຕຸລາການ ຟ້ອງຮ້ອງຢ່າງເປັນທາງການຕໍ່ ອະດີດປະທານາທິບໍດີດໍໂນລ ທຣໍາ ໃນນຄອນອັດແລນຕາ ລັດຈໍເຈຍ ວັນທີ 14 ສິງຫາ 2023

ການຟ້ອງຮ້ອງຢ່າງເປັນທາງການເທື່ອທີສີ່ ຕໍ່ອະດີດປະທານາທິບໍດີສະຫະລັດທ່ານດໍໂນລ ທຣໍາ ແລະອີກ 18 ຄົນ ໃນຂໍ້ຫາ ພະຍາຍາມທີ່ຈະຕ່າວປີ້ນຜົນການເລືອຕັ້ງປະທານາທິບໍດີປີ 2020 ໄດ້ເຮັດໃຫ້ມີການຕອບໂຕ້ຢ່າງໄວຢູ່ທົ່ວວົງການການເມືອງ ໃນວັນອັງຄານວານນີ້. ການຟ້ອງຮ້ອງຢ່າງເປັນທາງການ 41 ກະທົງ ​ໂດຍຄະນະຕຸລາການ​ໃຫຍ່ລັດຈໍເຈຍ ທີ່ໄດ້ປະກາດໃນຕອນແລງ ວັນຈັນທີີ່ຜ່ານມາ ໃນຂະນະທີ່ບັນດາສະມາຊິກສະພາສະລັດ ໄດ້ພາກັນພັກລະ ດູຮ້ອນປະຈຳປີ ເປັນເວລານານນຶ່ງເດືອນ.

ບັນດາຜູ້ນຳພັກເດໂມແຄຣັດ ໄດ້ບັນລະຍາຍການເຄື່ອນໄຫວນີ້ ທີ່ສະແດງໃຫ້​ເຫັນວ່າ ບໍ່ມີໃຜທີ່ຢູ່ເໜືອກົດໝາຍ ໃນຂະນະທີ່ບັນດາສະມາຊິກພັກຣີພັບບລິກັນທີ່ສຳຄັນໄດ້ກ່າວວ່າ ເປັນການກະທຳເລື້ອງການເມືອງ ຕໍ່ຜູ້ສະໝັກຄົນນຶ່ງ ໃນການເລືອກຕັ້ງປີ 2024.

“ພວກເຮົາຄວນອະນຸຍາດໃຫ້ຄະດີເຫຼົ່ານີ້ ເດີນໄປໜ້າ ​ໂດຍປາດສະຈາກການ ເມືອງຫລືແນວຄິດທີ່ແຊກແຊງໃດໆ” ຜູ້ນຳສຽງ​ສ່ວນ​ຫຼາຍ​ໃນສະພາສູງ ທ່ານ​ຊັກ ຊູເມີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້. “​ຫົວ​ໜ້າ​ຍຸ​ຕິ​ທຳປະຈຳເຂດ ໄດ້​ຟ້ອງ​ໃນຄະດີທີ່ຮ້າຍແຮງວ່າ ທ່ານດໍໂນລ ທຣໍາ ໄດ້ລະເມີດກົດໝາຍ.”

ໃນຕອນແລງວັນຈັນ ປະທານສະພາຕໍ່າສັງກັດພັກຣີພັບບລິກກັນ ທ່ານແຄວິນ ແມັກຄາທີ ໄດ້ກ່າວຢູ່ໃນເວທີ X ທີ່ຮູ້ກັນໃນອະດີດວ່າທວິດເຕີ ໂດຍ​ເວົ້າ​ວ່າປະທານາທິບໍດີໂຈ ໄບເດັນ ໄດ້ “ໃຊ້ລັດຖະບານເປັນອາວຸດ ​ຕໍ່ຜູ້​ນຳ​ຝ່າຍ​ຄ້ານ​ທາງ​ການເມືອງຂອງທ່ານ ເພື່ອແຊກແຊງໃນການເລືອກຕັ້ງປີ 2024” ແລະໄດ້ກ່າວຫາ​ຫົວ​ໜ້າ​ຍຸ​ຕິ​ທຳເຂດເມືອງຟູນ​ຕັນ ທ່ານນາງຟານີ ວິລລິສ ຂອງ “ການໂຈມຕີປະທານາທິບໍດີທຣໍາ ແລະໃຊ້ເພື່ອການຫາລາຍໄດ້ໂຄສະນາຫາສຽງຂອງທ່ານນາງ.”

ສະມາຊິກສະພາ​ຍິງພັກເດໂມແຄຣັດ ທ່ານນາງນິກກິມາ ວິລລຽມ ປະທານພັກເດໂມແຄຣັດຂອງລັດຈໍເຈຍ ແລະເຂດຂອງທ່ານນາງຮວມຢູ່ໃນພາກສ່ວນເມືອງຟູນ​ຕັນ ໄດ້ກ່າວວ່າ ທ່ານທຣໍາ ໄດ້ພະຍາຍາມທີ່ຈະປະຕິເສດ ບັນດາຜູ້ລົງຄະ ແນນສຽງຢູ່ໃນລັດຈໍເຈຍ ເພາະວ່າບໍ່ມັກຜົນການນັບ​ຄະ​ແນນທີ່ທ່ານ​ເສຍ​ໄຊ​ໃນການເລືອກຕັ້ງ​ທີ່​ເປັນທໍາໃນປີ 2020.

“ນີ້ແມ່ນມື້ປະຊາທິປະໄຕຂອງພວກເຮົາ. ພວກເຮົາບໍ່ຄວນຢູ່ໃນສະພາບການແບບນີ້ເລີຍ ບ່ອນທີ່ອະດີດປະທານາທິບໍດີຖືກກ່າວຫາຄວາມຜິດທາງອາດຍາ ດ້ວຍຄວາມພະຍາຍາມຕ່າວປີ້ນການເລືອກຕັ້ງ” ທີ່ທ່ານນາງວິ​ລ​ລຽມ​ສ໌ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ ໃນກອງປະຊຸມຜ່ານທາງໂທລະສັບ ຈັດໂດຍກຸ່ມສາທາລະນະຊົນ. “ພວກເຮົາໄດ້ສະແດງໃຫ້ເຫັນວ່າ ຢູ່ໃນເມືອງຟູນຕັນ ພວກເຮົາໃຊ້ກົດໝາຍເທົ່າທຽມກັນຕໍ່ທຸກໆຄົນ ແມ່ນແຕ່ອະດີດປະທານາທິບໍດີທີ່​ປະ​ສົບ​ຄວາມລົ້ມແຫລວ. ພວກເຮົາພາກັນເລີ້ມຕົ້ນເພື່ອໃຫ້ທ່ານທຣໍາຮັບເອົາຄວາມຮັບຜິດຊອບຢູ່ໃນສານ​ແຫ່ງ​ຕ່າງໆ.”

ບັນດາທະນາຍຄວາມ​ຂອງ​ທ່ານ​ທ​ຣຳ ທ່ານດຣູ ຟາຍລິງ ທ່ານນາງເຈນີເຟີ ລິເຕີນ ແລະທ່ານນາງມາຣິຊຊາ ໂກລເບີກ ຢູ່ໃນຖະແຫລການຕອນແລງວັນຈັນ ໄດ້ຮ້ອງການຟ້ອງຮ້ອງວ່າ “ບໍ່ມີຄວາມສົງ​ໄສ ທີ່ມີການຜິດພາດແລະບໍ່ຖືກ​ຕ້ອງ ​ຕາມລັດຖະທຳມະນູນ ດັ່ງທີ່ການດຳເນີນທັງໝົດນີ້ໄດ້ເຮັດມາ.”

ອ່່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG