ເກີດໄຟໄໝ້ຢູ່ສາງນໍ້າມັນແຫ່ງນຶ່ງ ຢູ່ໃນເຂດດາແຈສຕານ ທາງພາກໃຕ້ຣັດເຊຍ ໃນຕອນແລງວັນຈັນວານນີ້ ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນຮວມທັງເດັກນ້ອຍ ສາມຄົນ ກະຊວງຮັບມືກັບເຫດສຸກເສີນຂອງຣັດເຊຍກ່າວໃນວັນອັງຄານມື້ນີ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ໄຟໄດ້ເກີດຂຶ້ນຢູ່ຮ້ານບ່ອນແປງລົດຂ້າງທາງຮາຍເວ ໃນເມືອງມາຮັກກາລາ ຊຶ່ງເປັນເມືອງເອກຂອງເຂດດາແຈສຕານ ໃນຕອນແລງວັນຈັນວານນີ້ ແລະໄດ້ເຮັດໃຫ້ເກີດລະເບີດແຕກ ໃນຂະນະທີ່ໄຟໄດ້ລາມອອກໄປຫາບ່ອນຕື່ມນໍ້າມັນ ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່ໄດ້ກ່າວ.
“ມັນຄືກັນກັບສົງຄາມຢູ່ທີ່ນີ້” ທີ່ຜູ້ເຫັນເຫດການຄົນນຶ່ງໄດ້ກ່າວ.
ບັນດາຮູບພາບທີ່ໄດ້ແບ່ງປັນໂດຍກະຊວງຮັບມືກັບເຫດສຸກເສີນ ໄດ້ສະແດງໃຫ້ເຫັນພວກກູ້ໄພ ພະຍາຍາມມອດໄຟຂະໜາດໃຫຍ່ ໃນຂະນະທີ່ແປວໄຟສູງຂຶ້ນສູ່ທ້ອງຟ້າໃນຕອນກາງຄືນ.
ຮູບພາບເຜີຍແຜ່ທາງອອນລາຍ ສະແດງໃຫ້ເຫັນຕຶກຊັ້ນນຶ່ງຖືກເຜົາໄໝ້ ທີ່ໂທລະພາບອົງການຂ່າວຣອຍເຕີໄດ້ລາຍງານ.