ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປູຕິນ ໄດ້ຮັບຜົນກຳໄລ ຈາກ ສະຫະລັດ ແລະ ຢູໂຣບ ທີ່ເພິ່ງພາ ຕໍ່ເຊື້ອພະລັງນິວເຄລຍ ຂອງຣັດເຊຍ


ອາຍຄວັນຈາກຖໍ່ເຕົາປະຕິກອນນິວເຄລຍ ທີ່ໂຮງໄຟຟ້າພະລັງນິວເຄລຍຂອງບໍລິສັດ FirstEnergy Corp.'s Davis-Besse Nuclear Power ໃນເມືອງ Oak Harbor ບັດໂອຮາຍໂອ ວັນທີ 4 ເມສາ 2017
ອາຍຄວັນຈາກຖໍ່ເຕົາປະຕິກອນນິວເຄລຍ ທີ່ໂຮງໄຟຟ້າພະລັງນິວເຄລຍຂອງບໍລິສັດ FirstEnergy Corp.'s Davis-Besse Nuclear Power ໃນເມືອງ Oak Harbor ບັດໂອຮາຍໂອ ວັນທີ 4 ເມສາ 2017

ສະຫະລັດ ແລະບັນດາພັນທະມິດຢູໂຣບຂອງຕົນ ກຳລັງນຳເຂົ້າເຊື້ອພະລັງນິວເຄລຍ ແລະທາດປະສົມຈາກຣັດເຊຍຢ່າງຫລວງຫລາຍ ໂດຍເປັນການສະໜອງໃຫ້ມົສກູ ເງິນຫລາຍຮ້ອຍລ້ານໂດລາ ທີ່ເປັນລາຍຮັບພວກເຂົາເຈົ້າຕ້ອງການທີ່ສຸດ ໃນຂະນະທີ່ຕົນເຮັດສົງຄາມກັບຢູເຄຣນ.

ການຂາຍນັ້ນ ຊຶ່ງຖືກຕ້ອງຕາມກົດໝາຍ ແລະບໍ່ໄດ້ຖືກມາດຕະການການລົງໂທດ ໄດ້ເຮັດໃຫ້ເກີດການຕັກເຕືອນຈາກບັນດານັກຊ່ຽວຊານດ້ານການຫ້າມແຜ່ຜາຍອາວຸດນິວເຄລຍ ແລະພວກເຈົ້າໜ້າທີ່ສະມາຊິກສະພາ ຜູ້ທີ່ກ່າວວ່າ ການນຳເຂົ້ານັ້ນ ເປັນການຊ່ວຍເຫລືອໃຫ້ທຶນແກ່ ການພັດທະນາຄັງແສງອາວຸດນິວເຄລຍຂອງມົສກູ ແລະເຮັດໃຫ້ຄວາມພະຍາຍາມຕ່າງໆເພື່ອຫລຸດຜ່ອນຄວາມອາດສາມາດໃນການເຮັດສົງຄາມຂອງຣັດເຊຍນັ້ນ ຫຍຸ້ງຍາກສັບສົນ.

ການເພິ່ງພາອາໄສຕໍ່ຜະລິດຕະພັນດ້ານນິວເຄລຍຂອງຣັດເຊຍ ທີ່ສ່ວນຫຼາຍໃຊ້ເປັນເຊື້ອໄຟໃຫ້ແກ່ພວກເຕົາປະຕິກອນຂອງພົນລະເຮືອນນັ້ນ ເຮັດໃຫ້ສະຫະລັດ ແລະບັນດາພັນທະມິດຂອງຕົນ ເປີດເຜີຍການຂາດແຄນພະລັງງານ ຖ້າປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ຫາກໄດ້ຕັດການສະໜອງຕ່າງໆນັ້ນອອກ. ຄວາມທ້າທາຍເປັນໄດ້ສູງວ່າ ຈະໜັກໜ່ວງຂຶ້ນຕື່ມອີກ ໃນຂະນະທີ່ບັນດາປະເທດທັງຫຼາຍເຫຼົ່ານັ້ນ ຊອກຫາທາງທີ່ຈະເສີມຂະຫຍາຍການຜະລິດພະລັງງານໄຟຟ້າ ທີ່ປອດອາຍຜິດ ເພື່ອຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG