ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ບັນ​ລຸຂໍ້ຕົກລົງທີ່ຈະສົ່ງລົດຖັງ Leopard 1 ຈາກແບລຢ້ຽມ ໄປໃຫ້ ຢູເຄຣນ


ທ່ານເຟຣດດີ ແວກສລຸຍ ຫົວໜ້າບໍລິຫານ Belgian defense company OIP Land Systems ຢືນຢູ່ເທິງ ລົດຖັງ Leopard 1 ຫລາຍສິບຄັນ ທີ່ເຮັດຢູເຢຍຣະມັນ ຢູ່ບ່ອນເກັບຮັກສາທີ່ເມືອງ Tournais ປະເທດແບລຢ້ຽມ ວັນທີ 31 ມັງກອນ 2023
ທ່ານເຟຣດດີ ແວກສລຸຍ ຫົວໜ້າບໍລິຫານ Belgian defense company OIP Land Systems ຢືນຢູ່ເທິງ ລົດຖັງ Leopard 1 ຫລາຍສິບຄັນ ທີ່ເຮັດຢູເຢຍຣະມັນ ຢູ່ບ່ອນເກັບຮັກສາທີ່ເມືອງ Tournais ປະເທດແບລຢ້ຽມ ວັນທີ 31 ມັງກອນ 2023

ລົດຖັງ ເລໂອປາດ 1 (Leopad 1) ມືທີສອງຫລາຍສິບຄັນ ຊຶ່ງຄັ້ງນຶ່ງເປັນ ຂອງປະ​ເທດ ແບລຢ້ຽມ ນັ້ນ​ແມ່ນ​ຖືກຊື້ໂດຍປະເທດຢູໂຣບອີກ​ປະ​ເທດ​ນຶ່ງ ໃຫ້ແກ່ກອງກຳລັງ ຢູເຄຣນ ເພື່ອຕໍ່ສູ້ການບຸກ​ລຸກຂອງຣັດເຊຍ, ນັກຄ້າອາວຸດ ຜູ້ທີ່ໄດ້ເຮັດ​ຂໍ້​ຕົກ​ລົງ​ນັ້ນ​ໄດ້ກ່າວໃນວັນອັງຄານວານນີ້.

ລົດຖັງເລໂອປາດ ທີ່ຜະ​ລິດ​ໂດຍ ເຢຍຣະມັນ ໄດ້ຢູ່ໃຈກາງການໂຕ້ຖຽງກັນ ຂອງສາທາລະນະຕົ້ນປີນີ້ ຫລັງຈາກລັດຖະມົນຕີກະຊວງປ້ອງກັນປະເທດ ແບລຢ້ຽມ ທ່ານ ລູດິວິນ ເດີດົງແດ ໄດ້ກວ່າວ່າ ລັດຖະບານໄດ້ສຳຫລວດ ການຊື້ລົດຖັງຄືນ ເພື່ອສົ່ງໄປໃຫ້ຢູເຄຣນ ແຕ່ຖືກ​ແຈ້ງລາຄາທີ່ບໍ່ສົມເຫດສົມຜົນ.

ການປະທະ​ກັນໄດ້​ເນັ້ນ​ຢ້ຳ​ເຖິງ​ສະ​ພາບ​ທີ່​ລຳ​ບາກ​ໂດຍ​ລັດ​ຖະ​ບານ​ຕາ​ເວັນ​ຕົກ ທີ່​ພະ​ຍາ​ຍາມ​ຊອກ​ຫາ​ອາ​ວຸດໃຫ້ຢູເຄຣນ ຫລັງຈາກນຶ່ງປີຂອງສົງຄາມທີ່ດຸ​ເດືອດ. ອາວຸດທີ່ເຂົາເຈົ້າເອົາ​ຖິ້ມວ່າລ້າ​ສະ​ໄໝ ບັດນີ້ແມ່ນ​ມີ​ຄວາມຮຽກຮ້ອງຕ້ອງ​ການສູງ ແລະ ມັກເປັນເຈົ້າຂອງໂດຍບັນດາບໍລິສັດເອກກະຊົນ.

ທ່ານເຟຣດດີ ແວກສລຸຍ, ຜູ້​ບໍ​ລິ​ຫານ​ໃຫຍ່ຂອງບໍລິສັດປ້ອງກັນປະເທດ OIP Land Systems ໄດ້ຊື້ລົດຖັງຈາກລັດຖະບານ ແບລຢ້ຽມ ຫລາຍກວ່າຫ້າປີ ກ່ອນ.

ທ່ານ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ວ່າ ຕອນນີ້​ລາວ​ໄດ້​ຂາຍ​ລົດ​ຖັງ​ທັງ​ໝົດ 50 ຄັນ​ໃຫ້​ລັດ​ຖະ​ບານ ຢູ​ໂຣບ ອີກ​ປະ​ເທດ​ນຶ່ງ, ເຊິ່ງ​ທ່ານບໍ່​ສາ​ມາດບອກ​ຊື່​ໄດ້​ຍ້ອນ​ມາດ​ຕາ​ເກັບ​ເປັນ​ຄວາມ​ລັບ. ທ່ານ​ໄດ້​ກ່າວ​ວ່າ​ທ່ານ​ຍັງ​ບໍ່​ສາ​ມາດ​ເປີດ​ເຜີຍ​ລາ​ຄາ​ດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG