ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເຮືອ ສຫລ ສອງຄົນ ທີ່ຖືກກ່າວຫາວ່າ ເປັນສາຍລັບ, ຖືກສານຕັດສິນມີຄວາມສ່ຽງຈະບິນອອກນອກປະເທດ ໃນການ​ໃຫ້​ການ ກ່ອນການດຳເນີນຄະດີ


ໄອຍະການສະຫະລັດ ທ່ານແຣນດີ ແອັສ ໂກຣສແມນ ປະຈຳຢູ່ສານເຂດພາກໃຕ້ຂອງລັດຄາລີຟໍເນຍ, ຢູ່ກາງ, ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງານໄອຍະການຂອງສະຫະລັດ ເມື່ອວັນທີ 3 ສິງຫາ 2023, ໃນນະຄອນແຊນ ດີເອໂກ.
ໄອຍະການສະຫະລັດ ທ່ານແຣນດີ ແອັສ ໂກຣສແມນ ປະຈຳຢູ່ສານເຂດພາກໃຕ້ຂອງລັດຄາລີຟໍເນຍ, ຢູ່ກາງ, ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງານໄອຍະການຂອງສະຫະລັດ ເມື່ອວັນທີ 3 ສິງຫາ 2023, ໃນນະຄອນແຊນ ດີເອໂກ.

ທະຫານເຮືອສະຫະລັດສອງຄົນ ຜູ້ທີ່ຖືກກ່າວຫາວ່າເປັນສາຍລັບໃຫ້ແກ່ຈີນນັ້ນ ໄດ້ໄປປາກົດໂຕຢູ່ທີ່ສານລັດຖະບານກາງ ແຕ່ລະແຫ່ງຕ່າງກັນໃນລັດ ຄາລີຟໍເນຍ ເມື່ອວັນອັງຄານວານນີ້ ສຳລັບການພິຈາລະນາຮັບຟັງການຄຸມຂັງ ກ່ອນ ການດຳເນີນຄະດີ ເຊິ່ງບໍ່ເທົ່າໃດວັນຫຼັງຈາກທີ່ໄດ້ຖືກຈັບກຸມ ແລະຖືກ ກ່າຫາວ່າ ສະໜອງຂໍ້ມູນລັດຖະບານທີ່ລະອຽດອ່ອນ ໃຫ້ແກ່ພວກເຈົ້າໜ້າທີ່ສືບ ລັບຈາກສາທາລະນະລັດ ປະຊາຊົນ ຈີນ ຫຼື PRC.

ໃນຄະດີຕ່າງຫາກ ທີ່ຖືກປະກາດຮ່ວມກັນໃນວັນທີ 3 ສິງຫາ ເຊິ່ງກະຊວງຍຸຕິທຳໄດ້ກ່າວວ່າ ທະຫານເຮືອ ຈິນ ທ້າວ ສາວ ຫຼື ແພດທຣິກ (Patrick) ເວ ອາຍຸ 22 ປີ ຖືກຟ້ອງດ້ວຍຂໍ້ຫາການເຄື່ອນໄຫວສອດແນມ ແລະພົນທະຫານເຮືອ ທ້າວ ເວນເຮັງ ຫຼື ທອມມັສ ສາວ ອາຍຸ 26 ປີ ຖືກຟ້ອງດ້ວຍຂໍ້ຫາ ສົ່ງຂໍ້ມູນໃຫ້ແກ່ເຈົ້າໜ້າທີ່ສືບລັບຂອງຈີນ. ມັນຍັງບໍ່ເປັນທີ່ແຈ່ມແຈ້ງເທື່ອວ່າ ພວກເຂົາໄດ້ຕິດຕໍ່ກັບເຈົ້າໜ້າທີ່ສືບລັບຂອງຈີນ ຜູ້ດຽວກັນຫຼືບໍ່.

ພວກຜູ້ຕ້ອງສົງໄສດັ່ງກ່າວ ຜູ້ທີ່ເກີດຢູ່ໃນຈີນ ແມ່ນໄດ້ປ່ຽນສັນຊາດເປັນພົນລະເມືອງສະຫະລັດ. ອີງຕາມສຳ​ເນົາເອກະສານຂອງສານ ທະຫານເຮືອທັງສອງ ຖືກກ່າວຫາວ່າ ໄດ້ຮັບເງິນສົດເປັນການຕອບແທນສຳລັບການສະໜອງຂໍ້ມູນ ກ່ຽວກັບເທັກໂນໂລຈີຕ່າງໆ ທີ່ພວກເຂົານຳໃຊ້ຢູ່ໃນວຽກງານ ແລະກ່ຽວກັບປະຕິບັດການຂອງກອງທັບເຮືອໃຫ້ແກ່ຈີນ, ເຊິ່ງລວມທັງການຊ້ອມລົບດ້ານການ ທະຫານລະຫວ່າງປະເທດຕ່າງໆ ແລະຈຸດທີ່ຕັ້ງອຸປະກອນເຣດາແຫ່ງຕ່າງໆ ນຳດ້ວຍ.

Two Navy sailors who allegedly spied for China appeared in separate federal courts in California on Tuesday for pretrial detention hearings, days after being arrested and accused of providing sensitive government information to intelligence officials from the People’s Republic of China (PRC).

In separate cases announced together on August 3, the Department of Justice said sailor Jinchao “Patrick” Wei, 22, was charged with espionage and Petty Officer Wenheng “Thomas” Zhao, 26, was charged with transmitting information to a PRC intelligence officer. It remains unclear whether they were in touch with the same Chinese intelligence officer.

The suspects, who were born in China, are naturalized U.S. citizens. According to court papers, the sailors allegedly received cash in return for providing China with information about the technologies they used at work and about upcoming Navy operations, including international military exercises and radar placements.

XS
SM
MD
LG