ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວຫລ້າສຸດໃນຢູເຄຣນ: ຣັດເຊຍໂຈມຕີ ເຂດທີ່ພັກອາໄສ ໂດຍສັງຫານຢ່າງໜ້ອຍ 7 ຄົນ ແລະຮັບບາດເຈັບຫລາຍສິບຄົນ


ພວກໜ່ວຍກູ້ໄພ ຢູ່ບ່ອນເກີດເຫດອາຄານເພພັງ ທີ່ຖືກທຳລາຍ ລະຫວ່່າງການຍິງໂຈມຕີຈາກລູກສອນໄຟຣັດເຊຍ ໃນຢູເຄຣນ ທີ່ເມືອງໂປກຣັອຟ ຢູເຄຣນ ໃັນທີ 8 ສິງຫາ 2023
ພວກໜ່ວຍກູ້ໄພ ຢູ່ບ່ອນເກີດເຫດອາຄານເພພັງ ທີ່ຖືກທຳລາຍ ລະຫວ່່າງການຍິງໂຈມຕີຈາກລູກສອນໄຟຣັດເຊຍ ໃນຢູເຄຣນ ທີ່ເມືອງໂປກຣັອຟ ຢູເຄຣນ ໃັນທີ 8 ສິງຫາ 2023

ຢ່າງໜ້ອຍເຈັດຄົນໄດ້ເສຍຊີວິດ ແລະ 31 ຄົນໄດ້ຮັບບາດເຈັບ ຫລັງຈາກລູກສອນໄຟຣັດເຊຍຕົກໃສ່ເຂດທີ່ພັກພາອາໃສ່ເມືອງໂປຣກັອຟ ພາກຕາເວັນອອກ ຢູເຄຣນ ໃນຂົງເຂດໂດແນັດ ແລະເຂດກູປຽນ.

ລັດຖະມົນຕີກະຊວງພາຍໃນ ທ່ານອິຮໍ ກລິເມັນໂຕ ກ່າວໃນວັນຈັນວານນີ້ວ່າ ພົນລະເຮືອນສີ່ຄົນໄດ້ເສຍຊີວິດໃນການໂຈມຕີເທື່ອທຳອິດ ໃນຂະນະທີ່ເຈົ້າໜ້າທີ່ສຸກເສີນເມືອງໂດແນັດໄດ້ເສຍຊີວິດ ລະຫວ່າງການໂຈມຕີເທື່ອທີສອງ.

ຮູບວິດີໂອ ແລະບັນດາຮູບພາບທີ່ເຜີຍແຜ່ໂດຍພວກເຈົ້າໜ້າທີ່ຢູເຄຣນ ໄດ້ສະແດງໃຫ້ເຫັນຄົນພາກັນຊອກຫາຢູ່ບ່ອນຫັກພັງ ຮວມທັງຕຶກອາຄານຫ້າຊັ້ນທີ່ຖືກທຳລາຍຢ່າງຮ້າຍແຮງ ໃນຄະນະທີ່ທີມລົດສຸກເສີນໂຮງໝໍ ໄດ້ເຫັນຢູ່ບ່ອນເກີດເຫດປິ່ນປົວຄົນເຈັບ.

ກອງປະຊຸມສຸດຍອດເຈດາ

ສະຫະລັດໄດ້ໃຫ້ທ່າທາງວ່າ ເປັນໝາກຜົນໃນການເຂົ້າຮ່ວມຂອງຈີນ ຢູ່ກອງປະຊຸມສຸດຍອດສັນຕິພາບເຈດດາ ກ່ຽວກັບຢູເຄຣນ ໃນຊາອຸດີອາຣາເບຍໃນທ້າຍອາທິດທີ່ຜ່ານມາ.

ຈີນທີ່ເປັນກາງໄດ້ເຫັນພ້ອມການເຂົ້າຮ່ວມໃນສອງມື້ຂອງການປະຊຸມ ທີ່ໄດ້ແນໃສ່ການແກ້ໄຂສັນຕິພາບຢ່າງສັນຕິຂອງສົງຄາມຣັດເຊຍ ໃນຢູເຄຣນ.

ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານແມັດທິວ ມີລເລີ ກ່າວຕໍ່ບັນດານັກຂ່າວວ່າ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານເຈກ ສຸລລິວັນ ແລະຮອງລັດຖະມົນຕີກະຊວງຕ່າງປະເທດ ທ່ານນາງວິກຕໍເຣຍ ນຸນລັນ ໄດ້ພົບປະກັນສັ້ນໆຢູ່ນອກກອງປະຊຸມໃນເຈດດາ ພ້ອມດ້ວຍທູດພິເສດຂອງຈີນ ສຳລັບຕ່າງປະເທດຢູເຣເຊຍ ແລະອະດີິດເອກອັກຄະລັດຖະທູດປະຈຳຣັດເຊຍ ທ່ານລີ ຮຸຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG