ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານ​ລູກ​ເສືອ ແຈມໂບຣີ ໃນເກົາຫລີໃຕ້ ຈົບ​ລົງກ່ອນກຳນົດ ຍ້ອນພາຍຸໄຕ້ຝຸ່ນ


ຮູບພາບທົ່ວໄປຂອງບ່ອນພັກເຊົາ ພວກສະກຸດໂລກຈຳໂບຣີ ທີ່ເມືອງບວນ ພາກເໜືອແຂວງເຈໂອລາ ວັນທີ 5 ສິງຫາ 2023
ຮູບພາບທົ່ວໄປຂອງບ່ອນພັກເຊົາ ພວກສະກຸດໂລກຈຳໂບຣີ ທີ່ເມືອງບວນ ພາກເໜືອແຂວງເຈໂອລາ ວັນທີ 5 ສິງຫາ 2023

ງານ​ລູກ​ເສືອ​ໂລກ ແຈມໂບຣີ ໃນເກົາຫລີໃຕ້ ຈະສິ້ນສຸດກ່ອນກຳນົດເນື່ອງຈາກ ພະຍຸໄຕ້ຝຸ່ນທີ່ກຳລັງເຂົ້າມາເຖິງ, ບັນດາຜູ້ຈັດຕັ້ງໄດ້ກ່າວໃນວັນຈັນມື້ນີ້ ໃນຂະນະທີ່ເຂົາເຈົ້າໄດ້ຮ້ອງຂໍໃຫ້ລັດຖະບານເພື່ອຊ່ວຍ​ຢ່າງ “ຮີບດ່ວນ” ກັບຄວາມພະ​ຍາ​ຍາມ​ທີ່​ຈະ​ສົ່ງພວກເດັກນ້ອຍຫລາຍສິບພັນຄົນກັບຄືນບ້ານ ອີງຕາມອົງການຂ່າວຝຣັ່ງ (AFP)

ປະມານ 43,000 ຄົນໄດ້ເຂົ້າຮ່ວມງານ ແຈມໂບຣີ ທີ່ໄດ້ເລີ້ມຂຶ້ນໃນແຂວງ ເຈໂອລາເໜືອ ເມື່ອອາທິດແລ້ວນີ້ ແຕ່ວ່າຄື້ນອາກາດຮ້ອນຮຸນ​ແຮງໄດ້ເຮັດໃຫ້ພວກເດັກນ້ອຍລູກ​ເສືອຫລາຍຮ້ອຍຄົນພາກັນລົ້ມປ່ວຍ ບັງຄັບໃຫ້ລັດ​ຖະ​ບານໂຊລ ຕ້ອງສົ່ງພວກນາຍແພດທະຫານ, ສະ​ໜອງລົດບັສຕິດແອເຢັນໄປ​ໃຫ້ ແລະ ປະ​ຕິ​ຍານ​ທີ່​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ​ເພື່ອໃຫ້​ການ​ຊ່ວຍ​ເຫຼືອ​ງານ​ດັ່ງ​ກ່າວ.

ກຸ່ມ​ລູກ​ເສືອ ອາເມຣິກັນ ແລະອັງກິດ ທີ່ໄດ້ຖອນຕົວໃນທ້າຍອາທິດທີ່​ຜ່ານ​ມາ, ໄດ້ອ້າງ​ເຖິງ​ຄວາມເປັນຫ່ວງ ກ່ຽວ​ກັບ ອາກາດຮ້ອນຮຸນແຮງ, ເຖິງແມ່ນບັນດາຜູ້ຈັດຕັ້ງກ່າວວ່າງານ ແຈມໂບຣີ ຈະສືບຕໍ່ໄປ, ໂດຍ​ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມພິ​ຈາ​ລະ​ນາ​ມັນ​ດັ່ງ​ກັບ “ເວທີສຳລັບເອົາຊະນະຄວາມທ້າທາຍ.”

ແຕ່ວ່າດ້ວຍການພະ​ຍາ​ກອນວ່າ​ພາຍຸໄຕ້ຝຸ່ນທີ່ກຳ​ລັງ​ຫຍັບ​ເຂົ້າຈະ​ກະ​ທົບ​ໃສ່​ພື້ນ​ທີ່ສ່ວນໃຫຍ່ຂອງ ເກົາຫລີໃຕ້ ຮ່ວມທັງທີີ່ພັກເຊົາຂອງພວກລູກ​ເສືອ​ນັ້ນ, ງານ ແຈມໂບຣີ ຈຶ່ງ​ຖືກບັງຄັບໃຫ້ຢຸດກ່ອນກຳນົດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG