ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສືບສວນທຳ​ການ​ຄົ້ນ​ຫາ​ຢູ່​ສະ​ຖານ​ທີ່ລົດໄຟຕົກລາງທີ່ຮ້າຍແຮງ ໃນປາກິສຖານ


ພະນັກງານລາງລົດໄຟ ແປງລາງຢູ່ໃກ້ກັບ ບ່ອນເພພັງ ນຶ່ງມື້ຫລັງຈາກ ລົດໄຟໂດຍສານຕົກລາງ ຢູ່ເມືອງນາວາຊາ ວັນທີ 7 ສິງຫາ 2023
ພະນັກງານລາງລົດໄຟ ແປງລາງຢູ່ໃກ້ກັບ ບ່ອນເພພັງ ນຶ່ງມື້ຫລັງຈາກ ລົດໄຟໂດຍສານຕົກລາງ ຢູ່ເມືອງນາວາຊາ ວັນທີ 7 ສິງຫາ 2023

ບັນດານັກສືບສວນ ໃນວັນຈັນມື້ນີ້ໄດ້ຄົ້ນຫາຊາກຫັກພັງຂອງລົດໄຟຕົກລາງເມື່ອ ທ້າຍອາທິດທີ່​ຜ່ານ​ມາ ທີ່​ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງ​ໜ້ອຍ 34 ຄົນ ທີ່ເປັນອຸ ບັດຕິເຫດທີ່​ຮ້າຍ​ແຮງ​ຄັ້ງຫລ້າສຸດ ຂອງລະບົບລາງລົດໄຟເກົ່າແກ່ຂອງ ປາກິສຖານ ອີງຕາມລາຍງານອົງການຂ່າວຝຣັ່ງ (AFP).

ຜູ້ໂດຍສານຫລາຍກວ່າ 1,000 ຄົນ ໄດ້ຢູ່ໃນລົດໄຟດ່ວນຮາຊາຣາ ເວລາລົດ ໄຟຕົກອອກຈາກລາງຢູ່​ໃນ​ເຂດ​ຊົນ​ນະ​ບົດ​ທີ່​ຮາບ​ພຽງ​ຂອງ​ແຂວງ ຊິນ​ດ໌ ໃກ້​ກັບ ເມືອງ ນາ​ວາບ​ຊາ, ປະມານ 250 ກິໂລແມັດ ໂດຍທາງລົດໄຟຈາກເມືອງທ່າ ກາຣາຈີ ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ມັນ​ໄດ້​ທຳ​ການ​ເດີນ​ທາງ 33 ຊົ່ວ​ໂມງ​ຂຶ້ນ​ໄປ​ພາກ​ເໜືອຫາ​ເມືອງ ຮາ​ເວ​ລຽນ ໃນ​ແຂວງ ຄາຍ​ເບີ ປັກ​ຕຸນ​ຄວາ, ເວ​ລາ​ທີ່ຄວາມຫາຍຍະນະໄດ້ເກີດຂຶ້ນໃກ້ກັບ ເມືອງ ຊາຮາຣີ ປະມານເວ​ລາ​ອາ​ຫານ​ທ່ຽງ.

ທ້າວ ອາສມັດ ອາລີ ອາຍຸ 25 ປີ ຜູ້ທີ່ມີຮ້ານຢູ່ໃກ້ກັບບ່ອນເກີດເຫດໄດ້​ກ່າວ​ວ່າ “ຂ້ອຍ​ໄດ້ນັ່ງຢູ່ຮ້ານຂອງຂ້ອຍ ໃນທັນໃດກໍ​ມີສຽງແຮງດັງຂຶ້ນ”.

ລາວ​ເວົ້າ​ວ່າ “ພວກເຮົາຄິດໃນທັນທີວ່າ ມີອຸປະຕິເຫດເກີດຂຶ້ນ. ພວກເຮົາ ພາກັນເລີ່ມແລ່ນ ແລະເວລາພວກເຮົາໄປເຖິງ ພວກເຮົາໄດ້ດຶງເອົາສົບຜູ້​ເສຍ​ຊີ​ວິດ ແລະຄົນໄດ້ຮັບບາດເຈັບອອກມາຈາກຊາກຫັກພັງ.”

ທ່ານມູຮຳມາດ ອັຟຊານ ໂກຣາຈີ ໂຄສົກຂອງອົງ​ການລາງລົດໄຟປາກິສຖານ ໄດ້ກ່າວຕໍ່ອົງການຂ່າວ AFP ໃນວັນຈັນມື້ນີ້ວ່າ ຈຳນວນຜູ້ເສຍຊີວິດໄດ້ເພີ້ມ ຂຶ້ນເຖິງ 34 ຄົນ.

ໂຮງໝໍຢູ່ໃນເຂດໄດ້ປະກາດພາວະສຸກເສີນ ໃນຂະນະທີ່ເຂົາເຈົ້າດີ້ນຮົນທີ່​ຈະ​ຮັບ​ມືກັບບັນດາຜູ້ໂດຍສານທີ່ນຳມາດ້ວຍອາ​ການບາດເຈັບທີ່ຮ້າຍແຮງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG