ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ານອາຫານລາວ ປາແດກ ທີ່​​ຈະ​ເປີດ​ບໍ​ລິ​ການ​ໃນ​ໄວໆ​ນີ້ ຈະ​ໃຊ້ແມ່ຄົວ ພໍ່ຄົວຊາວອາເມຣິກາໃຕ້ ປຸງ​ແຕ່ງ​ອາ​ຫານ​ລາວ


ຄະນະບໍລິຫານ ຮ້ານອາຫານປາແດກ ຈາກຊ້າຍໄປຂວາ ຍານາງແສງ ຫລວງລາດ ແມ່ຄົວໃຫຍ່ ທ່ານບຸນຫລວງລາດ ຜູ້ກຳກັບທົ່ວໄປ ແລະຍານາງວອນ ແກ້ວບົວລາ ຜູ້ບໍລິຫານ
ຄະນະບໍລິຫານ ຮ້ານອາຫານປາແດກ ຈາກຊ້າຍໄປຂວາ ຍານາງແສງ ຫລວງລາດ ແມ່ຄົວໃຫຍ່ ທ່ານບຸນຫລວງລາດ ຜູ້ກຳກັບທົ່ວໄປ ແລະຍານາງວອນ ແກ້ວບົວລາ ຜູ້ບໍລິຫານ

ໃນຊີວິດຊາວລາວ​ໃນ​ຕ່າງ​ແດນ ຂອງວີໂອເອ ສຳລັບ​ແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບເຈົ້າຂອງຮ້ານອາ ຫານ ປາແດກ ທ່ານບຸນ ແລະຍານາງແສງ ຫລວງລາດ ທີ່ປະ​ສົບ​ຜົນສຳເລັດ​ ໃນການເຮັດທຸລະກິດຮ້ານອາຫານລາວ ຢູ່ໃນເຂດນະຄອນຫລວງວໍຊິງຕັນ ຊຶ່ງ​ແຕ່​ກ່ອນ ຮ້ານອາຫານປາແດກເປັນຮ້ານນ້ອຍໆ ບັດນີ້ ໄດ້ຂະຫຍາຍເປັນຮ້ານທີ່ໃຫຍ່ ໂອ່ໂຖງ ລົງທຶນເກີືອບນຶ່ງລ້ານໂດລາ ແລະກິ່ງສະຫວັນ ຈະນຳມາສະ
ເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຮ້ານອາຫານ ທີີ່ມີຊື່ເປັນສັນຍາລັກຂອງລາວໄດ້ປາກົດໃຫ້ເຫັນຂຶ້ນມາຢູ່ໃນຫຼາຍ ລັດທົ່ວສະຫະລັດອາເມຣິກາ ເພື່ອບໍລິການລູກຄ້າທີ່ສ່ວນ​ໃຫຍ່ ບໍ່ແມ່ນຄົນລາວ. ບັນດາເຈົ້າຂອງຮ້ານອາຫານລາວ ບໍ່ມີຄວາມເປັນຫ່ວງອີກແລ້ວວ່າຈະບໍ່ມີລູກຄ້າເຂົ້າມານັ່ງຮັບປະທານ ເພາະຢ້ານວ່າລູກຄ້າຊາວຕ່າງປະເທດບໍ່ລື້ງເຄີຍ ກັບອາ ຫານ ແລະບໍ່ຮູ້ວ່າປະເທດລາວນັ້ນຢູ່ໃສ.

ຢູ່ເຂດນະຄອນຫລວງວໍຊິງຕັນ ມີຮ້ານອາຫານທີ່ມີຊື່ເປັນສັນຍາລັກຂອງລາວຢູ່ສີ່ຮ້ານຄື ຮ້ານຕິບເຂົ້າ ແລະຮ້ານລາວອິນທາວ (Lao in Town) ຕັ້ງຢູ່ໃນ ນະ ຄອນຫລວງວໍຊິງຕັນ. ຮ້ານເມັດເຂົ້າ ຢູ່ເມືອງຟອລເຊີສ ແລະຮ້ານປາແດກ ຢູ່ເມືອງອາລິງຕັນ ທາງພາກເໜືອຂອງລັດເວີຈີເນຍ ທີ່ຕິດກັບຊາຍແດນນະຄອນ ຫລວງວໍຊິງຕັນ. ຮ້ານປາແດກເຄີຍເປັນຮ້ານນ້ອຍໆ ແລະໄດ້ຮັບຄວາມນິຍົມຊົມຊອບຫລາຍທີ່ສຸດຈາກລູກຄ້າທີ່ບໍ່ແມ່ນຄົນລາວ. ບັດນີ້ຮ້ານປາແດກໄດ້ຍ້າຍຈາກສະຖານທີ່ເດີມ ແລະຂະຫຍາຍກິດຈະການ ກາຍ​ເປັນ​ຮ້າຍ​ທີ່ໂອ່ໂຖງ ຊຶ່ງທ່ານບຸນ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຍານາງແສງ ຫລວງລາດ ເຈົ້າຂອງຮ້ານອາຫານ ເປັນແມ່ຄົວທີ່ມີຊື່ສຽງດ້ານປຸງແຕ່ງອາຫານລາວ ແລະຮູ້ຈັກກັນດີໃນວົງການສາກົນ. ຍານາງໄດ້ຮັບໃບຍ້ອງໃນວົງການຮ້ານອາຫານ ແລະປາກົດໂຕຢູ່ໂທລະພາບເປັນປະຈຳ. ຍານາງແສງກ່າວວ່າ ມີຄວາມລຳບາກຫລາຍທີ່ຈະຊອກຫາແຮງງານຄົນລາວມາເຮັດວຽກຢູ່ໃນຮ້ານອາຫານ ເພາະມີຄົນລາວໜ້ອຍ ເປັນວຽກທີ່ບໍ່ໄດ້ຢູ່ໄດ້ເຊົາ. ເພາະສະນັ້ນຕ້ອງໄດ້ອາໄສຄົນຊາດອື່ນທີ່ຕ້ອງການເຮັດວຽກ ແລະໄດ້ສິດສອນໃຫ້ເຂົາ ເຈົ້າປະຕິບັດຕາມຫລັກສູດປຸງແຕ່ງອາຫານລາວ ຊຶ່ງຍານາງແສງ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ຍານາງວອນ ແກ້ວບົວລາ ມີປະສົບການເຮັດທຸລະກິດຮ້ານອາຫານ ມາເປັນເວ ລາກວ່ານຶ່ງທົດສະວັດ ຢ່າງເປັນຜົນສໍາເລັດຢູ່ໃນລັດຄາໂລໄລນາເໜືອ ແລະບັດນີ້ໄດ້ມາປະກອບພາກສ່ວນຢູ່ຮ້ານຮ້ານອາຫານປາແດກ. ຍານາງວອນໄດ້ອະທິ ບາຍເຖິງການບໍລິຫານສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ການເຮັດທຸລະກິດຮ້ານອາຫານພື້ນເມືອງຂອງໂລກຢູ່ໃນສະຫະລັດ ບໍ່ໄດ້ໝາຍຄວາມວ່າ ຕ້ອງແມ່ນຄົນຊາດນັ້ນເປັນຜູ້ປຸງແຕ່ງ ແຕ່ບັດນີ້ໄດ້ກາຍມາເປັນຄົນຊາດອື່ນ ຊຶ່ງອາຫານພື້ນເມືອງລາວໄດ້ຕົກຢູ່ໃນກໍລະນີດຽວກັນ. ບັນດານັກທຸ
ລະກິດຮ້ານອາຫານກ່າວວ່າ ຈະຫລີກຫລ່ຽງການຖືກຕິຊົມລົດຊາດອາຫານນັ້ນແມ່ນບໍ່ໄດ້ເດັດຂາດ. ເຄັດລັບທີ່ເປັນຫລັກຖານຂອງຜົນສຳເລັດນັ້ນກໍຄືມີພວກລູກຄ້າມາສະໜັບສະໜູນ ນັ່ງຮັບປະທານຢູ່ເປັນປະຈຳ.

XS
SM
MD
LG