ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ວີ​ໂອ​ເອ ໂອ້​ລົມ​ກັບ​ທີມໂຍທາ ລາວອາເມຣິກັນ ຢູ່ອາລິງຕັນຄາວຕີ


ທີມໂຍທາ ລາວອາເມຣິກັນ ກຳລັງປູຢາງ ຢູ່ອາລິງຕັນຄາວຕີ ເວີຈີເນຍ
ທີມໂຍທາ ລາວອາເມຣິກັນ ກຳລັງປູຢາງ ຢູ່ອາລິງຕັນຄາວຕີ ເວີຈີເນຍ

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ສຳລັບ​ແລງວັນພະຫັດມື້ນີ້ ເຮົາມີ​ການໂອ້ລົມກັບບັນດາພະນັກງານໂຍທາ ອ​າເມຣິກັນເຊື້ອສາຍລາວ ທີ່ກຳລັງພາກັນເຮັດວຽກໃຫ້ແກ່ລັດຖະບານທ້ອງຖິ່ນ ທີ່ເມືອງອາລິງຕັນ ໃນລັດເວີຈີເນຍ ​ເຂົາເຈົ້າມີໜ້າທີ່ສ້ອມແປງ ຖະໜົນຫົນທາງ ແລະດຸດກວາດ​ຫິ​ມະ​ໃນ​ລະ​ດູ​ໜາວ ຊຶ່ງ ກິ່ງສະຫວັນຈະນຳມາສະເໜີທ່ານ ໃນອັນ​ດັບຕໍ່ໄປ.

ລິງໂດຍກົງ

ເຂດອາລິງຕັນ ຫລື Arlington County ເປັນເຄົາ​ຕີ້ນ້ອຍສຸດ ແລະຮັ່ງມີ ຢູ່ໃນສະຫະລັດ ຕັ້ງຢູ່ທາງພາກເໜືອຂອງລັດເວີຈີເນຍ ຕິດກັບນະຄອນຫລວງວໍຊິງຕັນ. ເມືອງອາລິງຕັນ ເປັນທີ່ຕັ້ງທຳນຽບຫ້າແຈ ສຸສານແຫ່ງຊາດ ສະໜາມບິນແຫ່ງຊາດ ຣໍໂນ​ລ ເຣແກັນ ອະນຸສາວະລີ ອີໂວຈີມາ (Iwo Jima) ແລະ ອະນຸສາວະລີກອງທັບອາກາດ. ນອກນັ້ນ ກໍຍັງເປັນທີ່ພັກພາອາໄສບັນດາລັດ ຖະກອນ ນັກການເມືອງແລະອື່ນໆ ທີ່ມີປະຊາກອນທັງໝົດປະມານ 238,643 ຄົນ.

ໃນໄລຍະກວ່າສີ່ທົດສະວັດທີ່ຜ່ານມາ ຊາວອາເມຣິກັນເຊື້ອສາຍລາວທີ່ເຂົ້າມາຕັ້ງຖິ່ນຖານຢູ່ຂົງເຂດນີ້ ໄດ້ພາກັນປະກອບອາຊີບ ມີໜ້າທີ່ການ ແລະໄດ້ວາງບົດບາດອັນສຳຄັນຮັບໃຊ້ລັດຖະບານທ້ອງຖິ່ນແຫ່ງນີ້. ໜ້າທີ່ວຽກງານອີກຢ່າງນຶ່ງທີ່ເຂົາເຈົ້າໄດ້ປະຕິບັດຕິດຕໍ່ກັນມາ ຫລາຍໆລຸ້ນ ຈົນເຖິງເທົ້າປັດຈຸບັນນີ້ກໍຄື ວຽກງານໂຍທາ ທີ່ຄົນອາເມຣິກັນເຊື້ອສາຍລາວເປັນຫົວໜ້າ ແລະເປັນພະນັກ ງານຢູ່ຫລາຍໆພະແນກ. ທ້າວວິລັດ ວົງພິລາ ອາຍຸ 34 ປີ ເຮັດວຽກຢູ່ພະແນກປູທາງ ສ້ອມແປງຖະໜົນຫົນທາງ ໄດ້ອະທິບາຍ ກ່ຽວກັບໜ້າທີ່ວຽກງານສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ທ່ານກາຍຍະແກ້ວ ວັນນະແສງ
ທ່ານກາຍຍະແກ້ວ ວັນນະແສງ

ທ່ານກາຍຍະແກ້ວ ວັນນະແສງ ຫົວໜ້າກວດກາທໍ່ນໍ້າ ແລະນໍ້າ ໄດ້ເຮັດວຽກໃຫ້ເມືອງອາລິງຕັນ ມາໄດ້ 20 ກວ່າປີແລ້ວ ທ່ານມັກວຽກງານ ແລະໄດ້ອະທິບາຍໜ້າທີ່ຄວາມຮັບຜິດຊອບສູ່ຟັງດັ່ງນີ້:

ລິງໂດຍກົງ

ທ່ານລັກກີ ທິບພະວົງສາ ໄດ້ເຮັດວຽກໃຫ້ແກ່ເມືອງອາລິງຕັນ ມາເປັນເວລາ 15 ປີ ມັກໜ້າທີ່ວຽກງານ ເພາະເປັນວຽກບໍ່ໜັກ ແລະໄດ້ຮັບເບເນຟິດ ຫລາຍ ຢ່າງຊຶ່ງ ທ່ານໄດ້ກ່າວວ່າ:

ທ່ານລັກກີ ທິບພະວົງສາ ແລະທີມງານ
ທ່ານລັກກີ ທິບພະວົງສາ ແລະທີມງານ
ລິງໂດຍກົງ

ກ່ອນຈະໄດ້ເຂົ້າມາ ເປັນພະນັກງານຖາວອນ ຂອງລັດຖະບານເມືອງອາລິງຕັນ ບັນດາພະນັກງານເຫລົ່ານີ້ຕ້ອງໄດ້ຜ່ານການພິສູດເຖິງຄວາມສາມາດ ຫົກເດືອນ ຫາປີນຶ່ງ. ຫລັງຈາກເຂົາເຈົ້າໄດ້ເຂົ້າເປັນພະນັກງານຖາວອນແລ້ວ ເຂົາເຈົ້າຈະໄດ້ຮັບເບເນຟິດຈາກການເຮັດວຽກເຊັ່ນວ່າ ໄດ້ຮັບເງິນເດືອນ ໄດ້ຮັບເງິນລ່ວງເວລາ ປະກັນໄພສຸຂະພາບ ປະກັນໄພຊີວິດ ມີວັນພັກລາດຊະການ ມີວັນພັກປະຈຳປີ ມີເງິນອອມສິນ ແລະໄດ້ຮັບເງິນບໍານານຕະຫລອດຊີວິດ.

XS
SM
MD
LG