ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ບໍ່ສາມາດຄວບຄຸມລາຄາສິນຄ້າໄດ້ເລີຍ ໃນການປະຕິບັດໂຕຈິງ


ເງິນກີບລາວ
ເງິນກີບລາວ

ທາງການລາວບໍ່ສາມາດຄວບຄຸມລາຄາສິນຄ້າໄດ້ເລີຍ ໃນການປະຕິບັດໂຕຈິງ ພ້ອມທັງໄດ້ປ່ອຍປະໃຫ້ມີການລັກລອບນໍາເຂົ້າສິນຄ້າຈາກຕ່າງປະເທດ ໂດຍຜິດກົດໝາຍຢ່າງກວ້າງຂວາງອີກດ້ວຍ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ໃຫ້ການເປີດເຜິຍວ່າ ການຈັດຕັ້ງປະຕິບັດມາດຕະການຄວບຄຸມລາຄາສິນຄ້າອຸບປະໂພກບໍລິໂພກ ທີ່ມີປະສິດທິພາບຕໍ່າ ທີ່ຮັບຜິດຊອບໂດຍກະຊວງອຸດສາຫະກຳ ແລະການຄ້ານັ້ນ ນອກຈາກຈະກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງ​ໜັກໜ່ວງ ເພາະຕ້ອງແບກຮັບພາລະລາຄ່າຄອງຊີບທີ່ສູງຂຶ້ນນັບມື້ ໂດຍປາດສະຈາກການຊ່ວຍເຫລືອຈາກທາງການລາວ ຊຶ່ງກໍເຮັດໃຫ້ປະຊາຊົນລາວຕ້ອງແກ້ໄຂບັນຫາກະທົບດັ່ງກ່າວດ້ວຍໂຕເອງ.

ຍິ່ງໄປກວ່ານັ້ນ ການທີ່ພະນັກງານພາສີຂອງລັດ ໄດ້ປ່ອຍປະໃຫ້ມີການລັກລອບນຳເຂົ້າສິນຄ້າຈາກຕ່່າງປະເທດ ໂດຍຜິດກົດໝາຍຢ່າງກວ້າງຂວາງ ນອກຈາກ ຈະກະທົບຕໍ່ສິນຄ້າທີ່ຜະລິດໃນລາວ ແລະເຮັດໃຫ້ລັດຖະບານສູນເສຍລາຍຮັບດ້ານພາສີອາກອນແລ້ວ ຍັງສົ່ງຜົນກະທົບຕໍ່ສຸຂະພາບອານະໄມຂອງປະຊາຊົນລາວອີກດ້ວຍ ເພາະວ່າບໍ່ມີການກວດສອບຄຸນນະພາບຂອງສິນຄ້າ ທີ່ລັກລອບນຳເຂົ້າຈາກຕ່າງປະເທດນັ້ນເອງ ດັ່ງທີ່ເຈົ້າໜ້າທີ່ກະຊວງອຸດສາຫະກໍາ ແລະການຄ້າ ໄດ້ໃຫ້ການຍອມຮັບວ່າ:

“ພວກເຮົາເຮັດມີ 2 ຂັ້ນຕອນເນາະ ຂັ້ນຕອນທີ 1 ຄັນສົມມຸດວ່າເຂົາເຈົ້າຫາກບໍ່ມີໃບທະບຽນວິສາຫະກິດ ບໍ່ມີການມອບພັນທະຫຍັງຕ່າງໆແມ່ນຖືວ່າ ພວກເຮົານີ້ກະເຊີນຜູ້ປະກອບການມາຍອມຮັບ ຄັນຍອມຮັບແລ້ວ ພວກເຮົາກໍຕ້ອງໄດ້ເບິ່ງວ່າຜູ້ກ່ຽວນີ້ເຮັດຜິດຈັກຄັ້ງເນາະ ຄັນຜິດຄັ້ງທີ 1 ຄັ້ງທີ 2 ຄັ້ງທີ່ 3 ແລ້ວ ແຕ່ເນາະ ຄັນວ່າຜິດຕາມລະບຽບຂອງພວກເຮົາກະປັບໃໝ 70 ເປີເຊັນ ຂອງມູນຄ່າຫັ້ນ ຂັ້ນທີ 2 ມະກະແມ່ນວ່າທຳລາຍຖີ້ມຫັ້ນແລ້ວ.”

ສ່ວນການຕົກຕໍ່າຂອງຄ່າເງິນກີບນັ້ນກໍເປັນຜົນຈາກການທີ່ລາວໄດ້ມີການນໍາເຂົ້າສິນຄ້າຫລາຍກວ່າການສົ່ງອອກສິນຄ້າໄປຕ່າງປະເທດ ຊຶ່ງໄດ້ເຮັດໃຫ້ເກີດບັນ ຫາເງິນເຟີ້ຕາມມາ ຢ່າງຫລີກຫລ່ຽງບໍ່ໄດ້ ດັ່ງທີ່ທ່ານບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ໄດ້ຖະແຫລງຍອມຮັບວ່າ.

“ພວກເຮົາເປັນປະເທດທີ່ເອື້ອອີງການນຳເຂົ້າສິນຄ້າເຂົ້າມາຊົມໃຊ້ 80 ເປີເຊັນ ແລ້ວກະສິນຄ້າການລົງທຶນຕ່າງໆ ພວກເຮົາຕ້ອງໄດ້ນຳເຂົ້າມາ ຈັ່ງຊັ້ນອັດຕາແລກປ່ຽນນີ້ ກະຕິດພັນກັບອັດຈາເງິນເຟີ້ໂດຍກົງ ພວກເຮົານີ້ຖ້າວ່າອັດຕາແລກປ່ຽນອ່ອນຄ່າໄປ 1 ເປີເຊັນນີ້ ອັດຕາເງິນເຟີ້ກໍຈະເພິ້ມຂຶ້ນປະມານ 0.6 ເປີເຊັນ ອັນນີ້ແມ່ນມັນຕິດພັນກັນຄືແນວນັ້ນ ເພາະວ່າເວລາອັດຕາເງິນກີບອ່ອນຄ່າປື້ບ ລາຄາສິນຄ້ານຳເຂົ້າທີ່ພວກເຮົານຳໃຊ້ສ່ວນໃຫຍ່ມັນກະປ່ຽນເປັນອັດຕາ ໃໝ່ໂລດ ຕາມອັດຕາແລກປ່ຽນທີ່ອ່ອນຄ່າ.”

ໂດຍໃນ 5 ເດືອນຕົ້ນປີ 2023 ການຄ້າຕ່າງປະເທດຂອງລາວ ມີມູນຄ່າ 5,694 ລ້ານໂດລາສະຫະລັດ ໃນນີ້ເປັນການສົ່ງອອກໃນມູນຄ່າ 3,063 ລ້ານໂດລາສະຫະລັດ ແລະນຳເຂົ້າສິນຄ້າໃນມູນຄ່າ 2,586 ລ້ານໂດລາສະຫະລັດ ຊຶ່ງເຮັດໃຫ້ລາວໄດ້ດູນການຄ້າໃນມູນຄ່າ 477 ລ້ານໂດລາສະຫະລັດ ໂດຍບໍ່ ຮວມການສົ່ງອອກໄຟຟ້າແຕ່ຢ່າງໃດ ເພາະຖືເປັນສ່ວນລາຍຮັບ ທີ່ຈະຕ້ອງນໍາໃຊ້ເພື່ອຊຳລະໜີ້ຕ່າງປະເທດຂອງບັນດາບໍລິສັດທີ່ລົງທຶນສ້າງເຂື່ອນໃນລາວ.

ສ່ວນກະຊວງການຄ້າຂອງໄທ ລາຍງານວ່າການຄ້າລະຫວ່າງລາວກັບໄທ ໃນຊ່ວງເດືອນມັງກອນ ຫາເດືອນພຶດສະພາ ປີ 2023 ມີມູນຄ່າລວມ 298,665 ລ້ານບາດ ໂດຍເພີ້ມຂຶ້ນເຖິງ 44.95 ເປີເຊັນທຽບໃສ່ຊ່ວງດຽວກັນໃນປີ 2022 ໃນນີ້ແບ່ງເປັນການສົ່ງອອກສິນຄ້າຂອງລາວໄປໄທມູນຄ່າ 128,333 ລ້ານບາດ ເພີ້ມຂຶຶ້ນເຖິງ 49.83 ເປີເຊັນ ທັງນີ້ ໂດຍສິນຄ້າທີ່ລາວສົ່ງໄປໄທ ຫລາຍທີ່ສຸດກໍຄືໄຟຟ້າ ຜະລິດຕະພັນປຸງແຕ່ງຈາກພືຶືດ ແລະປູນຊິເມັນ ສ່ວນລາວກໍນຳເຂົ້າສິນຄ້າຈາກໄທໃນມູນຄ່າ 170,332 ລ້ານໂດລາສະຫະລັດເພີ້ມຂຶ້ນເຖິງ 41.47 ເປີເຊັນ ແລະລາວຍັງເປັນຝ່າຍຂາດດຸນການຄ້າຕໍ່ໄທໃນມູນຄ່າ 41,999 ລ້ານບາດ ໂດຍສິນຄ້າທີ່ລາວໄດ້ນຳເຂົ້າຈາກໄທຫລາຍທີ່ສຸດ ກໍຄືນໍ້າມັນດີເຊີລ ນໍ້າມັນສຳເລັດຮູບ ແລະນໍ້າຕານ.

ພ້ອມກັນນນີ້ ນັກທຸລະກິດໄທຍັງໄດ້ຂົນສົ່ງສິນຄ້າຜ່ານແດນລາວໄປຈີນ ໂດຍນຳໃຊ້ລົດໄຟລາວ ຈີນໃນໄລຍະ 5 ເດືອນຕົ້ນປີ 2023 ນີ້ ມີມູນຄ່າລວມ 133,480 ລ້ານບາດ ເພີ້ມຂຶ້ນເຖິງ 137.39 ເປິເຊັນ ທຽບໃສ່ໄລຍະດຽວກັນໃນປີ 2022.

XS
SM
MD
LG