ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລົມ​ກັບທ່ານພົງໄຊ ພາທິຜົນ ຊາວສວນຢູ່ເມືອງອິນດຽນທາວ ລັດຟລໍຣິດາ


ທ່ານພົງໄຊ ພາທິຜົນ ເຈົ້າຂອງສວນ
ທ່ານພົງໄຊ ພາທິຜົນ ເຈົ້າຂອງສວນ

ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາ ຈະນຳເອົາການໂອ້ລົມກັບ ທ່ານພົງໄຊ ພາທິຜົນ ກ່ຽວກັບ ທຸລະກິດປູກຝັງຂະ ໜາດນ້ອຍຢູ່ເມືຶອງອິນດຽນ ທາວ ໃນລັດຟລໍຣິດາ ແລະທ່ານພົງໄຊ ແມ່ນໃຜ ມາຈາກໃສ ແລະປູກຝັງຫຍັງແດ່ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່.

ຕົ້ນໝາກແຄ້ງ
ຕົ້ນໝາກແຄ້ງ

ເມືອງອິນດຽນ ທາວ (Indian Town) ຢູ່ໃນລັດຟລໍຣິດາ ຫ່າງຈາກໂຕເມືອງປອດ ແຊນລູຊີ (Port Saint Lucie) ໄປທາງພາກໃຕ້ປະມານ 36 ໄມ.ສະຖາ ແຫ່ງນີ້ ມີຄົນເຊື້ອສາຍລາວ ກຳປູເຈຍ ໄທ ແລະມຽນມາ ເປັນເຈົ້າຂອງສວນປູກຝັງ ມີອາກາດຮ້ອນຕະຫລອດປີ ແລະສາມາດປູກພຶດຜັກຂອງຊາວເອເຊຍ ໄດ້ເກືອບທຸກ​ຊະນິດ ເພື່ອສົງອອກຂາຍຢູ່ຕາມຕະຫລາດຮ້ານຄ້າເອເຊຍ ໂດຍສະເພາະຢູ່ທາງພາກເໜືຶອຂອງສະຫະລັດ.

ທ່ານພົງໄຊ ພາທິ​ຜົນ ເປັນ​ຄົນເຜົ່າລາວຍໍ້ ເກີດຢູ່​ເມືອງເຊໂປນ. ທ່ານພົງໄຊ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດປີ 1979 ແລະໄດ້ເລີ້ມທຳມາຫາກິນເຮັດວຽກຢູ່່ຮ້ານອາຫານ ທີ່ ເມືອງລອງບິຈ (Long Beach) ລັດຄາລິຟໍເນຍ. ຕໍ່ມາໄດ້ຕັດສິນໃຈມາຊື້ດິນ 20 ເຮັກຕາ ເພື່ອເຮັດສວນປູກພຶດຜັກຢູ່ເມືອງອິນເດຽນ ທາວ ທີ່ລັດຟລໍ ຣິດາ ມາເປັນເວລາ 20 ປີ ແລ້ວ ຊຶ່ງທ່ານພົງໄຊ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ພຸ່ມອ້ອຍ
ພຸ່ມອ້ອຍ

ທ້າວອໍ ອົງ ມາຈາກຊົນເຜົ່າ ກະຫລ່ຽງມຽນມາ ເຄີຍທຳມາຫາກິນຢູ່ນະຄອນນິວຢອກ ເມື່ອໄດ້ມາເຫັນຊີວິດການເປັນຢູ່ ມີອາກາດອົບອຸ່ນ ມັກຊີວິດການປູກຝັງລາວໄດ້ຕັດສິນໃຈຍົກຍ້າຍມາຢູ່ເມືອງອິນດຽນ ທາວ. ທ້າວອົງ ເຮັດວຽກເປັນຄົນສົ່ງເຄື່ອງປູກຂອງຝັງຈາກສວນ ທ່ານພົງໄຊ ໄປໃຫ້ຜູ້ສັ່ງຊື້່ຢູ່ລັດຕ່າງໆ ຊຶ່ງທ້າວອົງ ກ່າວວ່າ:

ທ້າວອໍ ອົງ ຄົນກະຫລ່ຽງມຽນມາ ຜູ້ນຳສົ່ງຜົນປູກອອກຂາຍ
ທ້າວອໍ ອົງ ຄົນກະຫລ່ຽງມຽນມາ ຜູ້ນຳສົ່ງຜົນປູກອອກຂາຍ
ລິງໂດຍກົງ

ນາງແພມເມີລາ ເຄຣເຕິນ ແມ່ນຄົນອາເມຣິກັນເຊື້ອສາຍລາວ ທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນລັດຟລໍຣິດາ ມາເປັນເວລາກວ່າສີ່ທົດສະວັດ ແລະເປັນລູກຄ້າປະຈຳ ຂອງພວກຊາວສວນຢູ່ໃນເຂດນີ້. ນາງແພມເມີລາ ໄດ້ກ່າວສູ່ ວີໂອເອ ຟັງວ່າ:

ນາງແພມເມີລາ ເຄຣເຕີນ
ນາງແພມເມີລາ ເຄຣເຕີນ

ລັດຟລໍຣິດາ ເປັນລັດເໝາະສົມທີ່ສຸດສຳລັບການປູກພຶດຜັກ ແລະໝາກໄມ້ຕ່າງໆຂອງປະເທດທີ່​ມີອາກາດຮ້ອນ. ເພາະສະນັ້ນຈຶ່ງໄດ້ດືງດູດເອົາຊາວລາວ ມົ້ງ ກຳປູເຈຍ ຫວຽດນາມ ແລະອື່ນໆ. ເຂົາເຈົ້າໄດ້ພາກັນມາຊື້ທີ່ດິນທຳມາຫາກິນ ປູກຝັງ ເຮັດທຸລະກິດສ້າງລາຍໄດ້ດີ ແລະສົ່ງອອກຂາຍຢູ່ຕາມຕະຫລາດ ເອເຊຍຢູ່ທົ່ວສະຫະລັດ.

ໜານຜັກກະແຍງ
ໜານຜັກກະແຍງ
XS
SM
MD
LG