ໃນລະຫວ່າງການຕອບຄຳຖາມຕໍ່ພວກນັກຂ່າວ ທີ່ວັງເຄຣັມລິນ ເມື່ອວັນທີ 21 ມິຖຸນາຜ່ານມານີ້ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ກ່າວວ່າ ການບຸກໂຈມຕີຕອບໂຕ້ຄືນຂອງຢູເຄຣນ ທີ່ໄດ້ເລີ້ມຂຶ້ນເມື່ອວັນທີ 4 ມິຖຸນານັ້ນ ໄດ້ຊັກຊ້າລົງ ຍ້ອນການສູນເສຍທະຫານແລະອຸບປະກອນຢ່າງໜັກ. http://kremlin.ru/events/president/news/71474
ການສູນເສຍຂອງຢູເຄຣນແມ່ນ “ໃຫຍ່ຫຼວງ” ທ່ານປູຕິນກ່າວ. ຄຳຖາມ “ບໍ່ແມ່ນກ່ຽວກັບຄວາມສາມາດ ທີ່ຈະສືບຕໍ່ການບຸກໂຈມຕີ” ແຕ່ແມ່ນກ່ຽວກັບ “ການສູນເສຍຄວາມສາມາດໃນການສູ້ລົບໂດຍທົ່ວໄປຂອງກອງທັບຢູເຄຣນ.”
“ມາຮອດຄືນນີ້… ທະຫານຂອງພວກເຮົາໄດ້ທຳລາຍລົດຖັງຂອງສັດຕູ 245 ຄັນ ແລະລົດຫຸ້ມເກາະຊະນິດຕ່າງໆປະມານ 678 ຄັນ” ທ່ານປູຕິນກ່າວ.
ການກ່າວອ້າງເຫຼົ່ານີ້ ແມ່ນບໍ່ຖືກຕ້ອງ.
ການກ່າວອ້າງຂອງປູຕິນທີ່ວ່າ ກອງທັບຢູເຄຣນໄດ້ສູນເສຍ “ຄວາມສາມາດໃນການສູ້ລົບໂດຍທົ່ວໄປ” ແມ່ນ “ຜິດພາດຢ່າງສິິ້ນເຊີງ” ພົນໂທ Ben Hodges ອະດີດຜູ້ບັນຊາການກອງທັບບົກສະຫະລັດ ໃນຢູໂຣບ ກ່າວຕໍ່ ລາຍການກວດຂ່າວ ຫຼື Polygraph.info.
“ທັງວັງເຄຣັມລິນຫຼືໂຄສົກຄົນໃດ ຫຼືວ່າປະທານາທິບໍດີປູຕິນເອງ ກໍບໍ່ໄດ້ມີຄວາມໜ້າເຊື່ອຖືແມ່ນແຕ່ໜ້ອຍດຽວ ດັ່ງນັ້ນຂ້າພະເຈົ້າຈຶ່ງບໍ່ເຊື່ອ ຫຼືຮັບເອົາການຊັ່ງຊາໃດໆກ່ຽວກັບເລື້ອງສົງຄາມຈາກພວກເຂົາ’ ນາຍພົນ Hodges ກ່າວ.
ໃນເວລາທີ່ທ່ານປູຕິນຖະແຫຼງ ຢູເຄຣນສາມາດຢຶດຄືນໄດ້ ຢ່າງໜ້ອຍ 8 ເມືອງແລະບ້ານຕ່າງໆ ທີ່ຣັດເຊຍຢຶດຄອງຢູ່.
ໃນການຖະແຫຼງຕໍ່ພວກນັກຂ່າວ ທີ່ສຳນັກງານໃຫຍ່ຂອງອົງການເນໂຕ້ ທີ່ນະຄອນບຣັສເຊີລສ໌ ເມື່ອວັນທີ 16 ມິຖຸນານັ້ນ ນາຍພົນມາກ ເອ ມິລລີ (Mark A. Milley) ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ກ່າວວ່າ ການໂຈມຕີຕອບໂຕ້ຄືນຂອງຢູເຄຣນ “ມີທ່າທາງວ່າຈະໃຊ້ເວລາດົນສົມຄວນ - ແລະການໃຊ້ຈ່າຍສູງ.
ແຕ່ແນວໃດກໍຕາມ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ທີ່ຢືນຢູ່ໃກ້ໆກັບນາຍພົນມິລລີ ໄດ້ສະແດງຄວາມເຊື່ອໝັ້ນ ໃນຄວາມ ສາມາດຂອງກອງທັບຢູເຄຣນ.
“ທີ່ຈິງແລ້ວ ຢູເຄຣນ… ຍັງມີຄວາມສາມາດໃນການສູ້ລົບຢ່າງຫຼວງຫຼາຍ” ທ່ານ ອອສຕິນກ່າວ ອີງຕາມການລາຍງານຂອງໜັງສືພິມວໍຊິງຕັນໂພສທ໌.
https://www.washingtonpost.com/national-security/2023/06/15/ukraine-defense-contact-group-pentagon/
ໃນກໍລະນີ ການກ່າວອ້າງຂອງທ່ານປູຕິນທີ່ວ່າ “ລົດຖັງແລະລົດຫຸ້ມເກາະ 923 ຄັນ” ຂອງຝ່າຍຢູເຄຣນໄດ້ຖືກທຳລາຍນັ້ນ ໂຕເລກດັ່ງກ່າວແມ່ນສູງຫຼາຍໆເທົ່າ ກວ່າການຄຳນວນຂອງອົງການຂ່າວອິດສະຫຼະໃດໆ. ມັນຍັງສູງກວ່າແມ່ນກະທັງການສູນເສຍຂອງຢູເຄຣນທັງໝົດ ໃນຮອບ 16 ເດືອນທີ່ຜ່ານມາ ນັບແຕ່ຣັດເຊຍໄດ້ເປີດສາກການຮຸກຮານບຸກໂຈມຕີຢ່າງເຕັມອັດຕາ.
ອີງຕາມເວັບໄຊ້ Oryx ຊຶ່ງເປັນເວັບໄຊ້ທີ່ໃຫ້ການວິເຄາະທາງທະຫານ ລົດຖັງຂອງຢູເຄຣນ 550 ຄັນ ແລະລົດຫຸ້ມເກາະ 291 ຄັນ ຊຶ່ງທັງໝົດ 841 ຄັນໄດ້ຖືກທຳລາຍ ເສຍຫາຍ ຫຼືປະຖິ້ມ ຫຼືຖືກຢຶດ ຫຼັງຈາກວັນທີ 24 ກຸມພາ 2022 ຫາວັນທີ 21 ມິຖຸນາ 2023.
https://www.oryxspioenkop.com/2022/02/attack-on-europe-documenting-ukrainian.html
ການກ່າວອ້າງຂອງປູຕິນທີ່ວ່າ ລົດຖັງແລະລົດຫຸ້ມເກາະຂອງຢູເຄຣນ ຖືກທຳລາຍນັບແຕ່ວັນທີ 4 ມິຖຸນາ ແມ່ນ “ແນ່ນອນ ໄຮ້ສາລະຢ່າງສິ້ນເຊີງ” ຫົວໜ້ານັກຄົ້ນຄວ້າຂອງເວັບໄຊ້ Oryx ທ່ານເຈກັບ ຈານອບສກີ (Jakub Janovsky) ກ່າວຕໍ່ ລາຍການກວດຂ່າວ ຫຼື Polygraph.info.
ນັກຄົ້ນຄວ້າຂອງເວັບໄຊ້ Oryx ກະປະມານວ່າ ຢູເຄຣນໄດ້ສູນເສຍລົດຖັງ 17 ຄັນ ແລະລົດຫຸ້ມເກາະ 26 ຄັນ ລະຫວ່າງວັນທີ 1 ຫາ 19 ມິຖຸນາ. ເວັບໄຊ Oryx ສາມາດຊີ້ບອກແລະສະແດງໃຫ້ ເຫັນສະຖານທີ່ຕ່າງໆ ຂອງລົດເຫຼົ່ານັ້ນໄດ້.
Zaporizhzhia Counter-offensive Losses as of 2023-06-19 - Google Sheets
ບໍ່ມີຫຼັກຖານໃດໆ ໃຫ້ການສະໜັບສະໜຸນຕໍ່ການກ່າວອ້າງຂອງທ່ານປູຕິນ.
ຕົວຢ່າງທ່ານປູຕິນ ກ່າວອ້າງໃນວັນທີ 16 ມິຖຸນາວ່າ ຢູເຄຣນໄດ້ສູນເສຍລົດຖັງ 186 ຄັນ ແລະລົດຫຸ້ມເກາະ 418 ຄັນ ໃນລະຫວ່າງການບຸກໂຈມຕີຕອບໂຕ້ຄືນ.
http://en.kremlin.ru/events/president/news/71445
ໃນການໂອ້ລົມກັບພວກນັກຂຽນລົງອິນເຕີແນັດ ທີ່ວັງເຄຣັມລິນເມື່ອ 3 ມື້ກ່ອນ ໃນວັນທີ 13 ມິຖຸນາ ທ່ານປູຕິນກ່າວວ່າ ຣັດເຊຍໄດ້ທຳລາຍລົດຖັງຢູເຄຣນ 160 ຄັນ ແລະລົດຫຸ້ມເກາະ 360 ຄັນ ນັບຕັ້ງແຕ່ຢູເຄຣນໄດ້ເລີ້ມບຸກໂຈມຕີຕອບໂຕ້ຄືນ.
https://ria.ru/20230613/vstrecha-1877833031.html
ເຖິງແມ່ນຣັດເຊຍໄດ້ພະຍາຍາມທີ່ຈະສະໜອງຫຼັກຖານຕໍ່ການກ່າວອ້າງເຫຼົ່ານີ້ ມັນກໍລົ້ມແຫຼວ.
ເມື່ອວັນທີ 15 ມິຖຸນາ ກະຊວງການຕ່າງປະເທດຣັດເຊຍໄດ້ນຳວິດີໂອອອກມາເຜີຍແຜ່ຜ່ານທາງທວີດເຕີ ທີ່ເວົ້າວ່າ “ພິສູດ” ໃຫ້ເຫັນເຖິງການເສຍໄຊໃນສົງຄາມ. ວີດີໂອໄດ້ສະແດງໃຫ້ເຫັນ ລົດຖັງແລະລົດລຳລຽງພົນ AFV ຫຼາຍສິບຄັນ ທີ່ກ່າວວ່າເປັນຂອງຢູເຄຣນ ໄດ້ຮັບຄວາມເສຍຫາຍແລະຖືກທຳລາຍ.
https://twitter.com/mfa_russia/status/1669270449535041536
ແຕ່ແນວໃດກໍຕາມ ພວກນັກວິເຄາະຈາກແຫຼ່ງຂ່າວເປີດ ທາງທວີດເຕີ້ ທີ່ໃຊ້ເຄື່ອງບົ່ງບອກທາງພູມີສາດ ສະແດງວ່າລົດທະຫານທີ່ເຫັນໃນວີດີໂອຂອງຣັດເຊຍ ແລະສະຫລຸບວ່າ ມີລົດທັງໝົດ 11 ຄັນທີ່ຖ່າຍຈາກຫຼາຍໆມູມ.
ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານອອສຕິນ ກ່າວທີ່ນະຄອນບຣັສເຊີລສ໌ ວ່າ “ຂ້າພະເຈົ້າຄິດວ່າ ຣັດເຊຍໄດ້ສະແດງໃຫ້ພວກເຮົາເຫັນລົດຫ້າຄັນປະມານ 1,000 ເທື່ອ ຈາກສິບມູມທີ່ແຕກຕ່າງກັນ.