ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫລາດແລງ ຂາຍອາຫານພື້ນເມືອງລາວ ຢູ່ເມືອງເຊນປີເຕີສະເບີກ ລັດຟລໍຣິດາ


ຕະຫລາດແລງ ຂາຍອາຫານພຶ້ນເມຶອງລາວ ຢູ່ເມືອງເຊນປີເຕີສະເບີກ
ຕະຫລາດແລງ ຂາຍອາຫານພຶ້ນເມຶອງລາວ ຢູ່ເມືອງເຊນປີເຕີສະເບີກ

ໃນລາຍການຊີວິດຊາວລາວ ຂອງວີໂອເອ ສຳລັບ​ແລງວັນພະຫັດມື້ນີ້ ເຮົາມີ​ການໂອ້ລົມກັບຜູ້ບໍລິຫານ ແມ່ຄ້າຂາຍອາຫານສຸກພື້ນເມືອງລາວແລະຜູ້ບໍລິໂພກ ຢູ່ຕະຫລາດແລງ ທີ່ເມືອງເຊນປີເຕີສະເບີກ ລັດຟລໍຣິດາ ​ຊຶ່ງກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ທຸກໆຕອນແລງວັນສຸກ ເລີ້ມແຕ່ເວລາ 7:00 ໂມງ ຫາ 9:00 ຕອນແລງ ຢູ່ທີ່ສູນກາງວັດທະນາທຳລາວ ໃນເມືອງເຊນປີເຕີສະເບີກ ຊາວລາວອາເມຣິກັນ ພາກັນນຳເອົາອາຫານສຸກພື້ນເມືອງຂອງໃຜລາວ ທີ່ປຸງແຕ່ງແລ້ວ ມາວາງຂາຍ. ທຸລະກິດດັ່ງກ່າວນີ້ ເລີ້ມເຮັດມາໄດ້ສາມເດືອນກວ່າ​ໆ ແລະເປັນທີ່ນິຍົມຊົມຊອບ​ສຳ​ລັບສະມາຊິກສັງຄົມລາວອາເມຣິກັນແລະອື່ນໆ. ໂດຍສະເພາະຕົກເປັນແລງ ວັນສຸກທ້າຍສັບປະດາ ເພື່ອເປີດໂອກາດ ໃຫ້ຄົນມາພັກຜ່ອນເຕົ້າໂຮມຊຸມແຊວ. ເວລານີ້ເປັນໂອກາດອັນດີໃຫ້ພວກແມ່ຄົວ ໄດ້ພາກັນມາສະແດງຝີມືການຄົວກິນ ເພື່ອຫາລາຍໄດ້ເລັກໆນ້ອຍ ແລະເພຶ່ອໃຫ້ຜູ້ບໍລິໂພກ ທີ່ບໍ່ມີເວລາຄົວກິນ ໄດ້ມີໂອກາດຊີມລົດຊາດ ແລະຊື້ກິນ.

ນາງແນນຊີ ເບີແຄັດ ຜູ້ນຳພາປະສານງານຕະຫລາດຂາຍອາຫານຕອນແລງໄດ້ອະທິບາຍສູ່ ວີໂອເອ ຟັງດັ່ງນີ້:

ລັດຟລໍຣິດາ ເປັນລັດທີີີ່ມີອາກາດອົບອຸ່ນຕະຫລອດປີ ມີພຶດພັກນາໆຊະນິດ ເໝືອນດັ່ງຢູ່ປະເທດລາວ ຊຶ່ງຢູ່ລັດອື່ນໆຊອກຫາກິນໄດ້ຍາກ. ເພາະສະນັ້ນ ບັນດາຊາວອາເມຣິກັນເຊື້ອສາຍລາວທີ່ຕັ້ງຖິ່ນຖານຢູໃນລັດຟລໍຣິດາ ພາກັນຊົມຊື່ນກັບການປູກຝັງ ແລະປຸງແຕ່ງອາຫານພື້ນເມືອງລາວໄດ້ຢ່າງສະບາຍ.

ອາຫານພື້ນເມືອງລາວ
ອາຫານພື້ນເມືອງລາວ

ນາງຄຣິສໂຕລ ບຸນໄຊຍະວົງ ເຈົ້າຂອງ ແລະແມ່ຄົວຮ້ານອາຫານລາວ ລ້ານຊ້າງ ທີ່ເມືອງເຊນປີເຕີສະເບີກ ກໍແມ່ນຜູ້ນຶ່ງທີ່ໄດ້ນຳອາຫານລາວມາວາງຂາຍ ແລະໄດ້ກ່າວສູ່ ວີໂອເອ ຟັງວ່າ:

ທ່ານສົມເດດ ອິນທະລັງສີ ສະມາຊິກສັງຄົມລາວຜູ້ນຶ່ງ ທີ່ບໍ່ຄ່ອຍມີເວລາຄົວກິນ ແລະບໍ່ຮູ້ຈັກຄົວກິນ. ທ່ານໄດ້ມາເລາະຊີມ ຊື້ອາຫານລາວເພື່ອນໍາໄປໄວ້ກິນ ແຕ່ລະແລງວັນສຸກ ຊຶ່ງທ່ານໄດ້ກ່າວ ສູ່ ວີໂອເອ ຟັງດັ່ງນີ້:

ຕະຫລາດແລງຂາຍອາຫານລາວ
ຕະຫລາດແລງຂາຍອາຫານລາວ
ລິງໂດຍກົງ

ອາຫານພື້ນເມືອງລາວ ຫລາຍໆເຫຍື່ອງມີລົດຊາດແຊບ ຕ້ອງມີເຄື່ອງປຸງໃຫ້ຄົບຖ້ວນ ແລະໃຊ້ເວລາໃນການປຸງແຕ່ງ. ຊາວອາເມຣິກັນເຊື້ອສາຍລາວຫລາຍຄົນຢູ່ໃນສະຫະລັດ ນອກຈາກບໍ່ມີເວລາແລ້ວ ແຕ່ກໍຍັງບໍ່ສາມາດຄົວກິນໄດ້ຍ້ອນຂາດເຄື່ອງປຸງແຕ່່ງ. ຊາວອາເມຣິກັນເຊື້ອສາຍລາວ ຢູ່ເຂດເມືອງເຊນປີເຕີສະເບີກ ພາກັນໂຊກດີ ທີ່ມີຕະຫລາດຂາຍອາຫານຕອນແລງ ຕັ້ງຢູ່ສູນກາງວັດທະນາທຳລາວ.

XS
SM
MD
LG