ຫົວໜ້າອົງການເນໂຕ ທ່ານເຈັນ ສະໂຕນເຕັນເບີກ ໄດ້ກ່າວໃນວັນອັງຄານວານນີ້ວ່າ ກອງທັບພັນທະມິດປະເທດຕາເວັນຕົກສະໜັບສະໜູນຢູເຄຣນໃນການຕໍ່ສູ້ຕ້ານຣັດເຊຍ “ບັດນີ້ ກຳລັງສ້າງຄວາມແຕກຕ່າງຢູ່ໃນສະໜາມລົບ” ໃນການເລີ້ມບຸກໂຈມຕີຕອບໂຕ້ຄືນຂອງກິຢິບ.
“ການສູ້ລົບໄດ້ເລີ້ມຂຶ້ນ ແລະຢູເຄຣນກຳລັງທຳຄວາມຄືບໜ້າ ທຳຄວາມກ້າວໜ້າ” ທີ່ທ່ານສະໂຕນເຕັນເບີກໄດ້ກ່າວ ໃນຂະນະທີ່ພົບປະກັບ ປະທານາທິ ບໍດີສະຫະລັດ ທ່ານໂຈ ໄບເດັນ ທີ່ທຳນຽບຂາວ.
“ມັນຍັງເປັນການໄວຢູ່ ແຕ່ອັນທີ່ພວກເຮົາຮູ້ ກໍຄື ດິນແດນຫລາຍບ່ອນ ທີ່ຢູເຄຣນສາມາດປົປ່ອຍ ຄວາມເຂັ້ມແຂງທີ່ເຂົາເຈົ້າຈະມີຢູ່ໂຕະເຈລະຈາ” ທີີ່ທ່ານສະໂຕເຕັນເບີກ ໄດ້ກ່າວ “ແລະຍັງເຫັນວ່າມັນຈະແມ່ນປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ຢູ່ໃນຂັ້ນໃດນຶ່ງຈະເຂົ້າໃຈວ່າ ທ່ານຈະບໍ່ຊະ ນະສົງຄາມ ໃນການຮຸກຮານຢູ່ສະໜາມລົບ.”
ທ່ານໄບເດັນ ເຫັນພ້ອມວ່າການສືບຕໍ່ໃຫ້ການສະໜັບສະໜຸນຂອງເນໂຕ ຕໍ່ຢູເຄຣນ ກຳລັງສ້າງຄວາມແຕກຕ່າງ ໂດຍກ່າວວ່າ “ບັນດາພັນທະມິດເນໂຕ ບໍ່ເຄີຍມີຄວາມສາມັກຄີແບບນີ້ມາກ່ອນ ແລະພວກເຮົາທັງສອງ ໄດ້ເຮັດວຽກຢ່າງໜັກໜ່ວງມທີ່ສຸດ ເພື່ອໃຫ້ເປັນທີ່ແນ່ນອນວ່າເກີດຂຶ້ນ ແລະແຕ່ນັ້ນມາ ດີຫລາຍ. ປູຕິນ ກຳລັງເຮັດຄວາມຜິດພາດ.”
ທ່ານສະໂຕນເຕັນເບີກ ໄດ້ສະເໜີການຊັ່ງຊາຂອງທ່ານ ຊຶ່ງປັດຈຸບັນນີ້ເກືອບ 16 ເດືອນ ທີ່ຣັດເຊຍໄດ້ໂຈມຕີຢູເຄຣນ.
“ຂ້າພະເຈົ້າຄິດວ່າ ທ່ານຕ້ອງສຳນຶກວ່າ ການຮຸກຮານ ຢ່າງໂຫດຮ້າຍທາລຸນຂອງຣັດເຊຍຕໍ່ເຄຣນ ບໍ່ພຽງແຕ່ເປັນການໂຈມຕີຕໍ່ຢູເຄຣນ ແຕ່ຍັງຕໍ່ ຈຸດໃຈ ກາງຄຸນຄ່າພວກເຮົາ ແລະຕໍ່ຜູ້ຄົນທີ່ເສລີ ຢູ່ໃນທຸກແຫ່ງ” ທີີ່ທ່ານໄດ້ກ່າວ. ແລະເພາະສະນັ້ນ ປະທານາທິບໍດີປູຕິນ ຕ້ອງບໍ່ຊະນະສົງຄາມນີ້ ເພາະວ່າຈະບໍ່ປັນພຽງແຕ່ໂສກນາດຕະກຳສຳລັບຊາວຢູເຄຣນ ແຕ່ຍັງຈະເຮັດໃຫ້ໂລກ ເປັນອັນຕະລາຍເພີ້ມ.”
“ມັນຈະສົ່ງສານໄປຫາບັນດາຜູ້ນຳຜະເດັດການຢູ່ທົ່ວໂລກ ເຊັ່ນດຽວກັນຢູ່ຈີນ ທີ່ວ່່າເວລາເຂົາເຈົ້າໃຊ້ກຳລັງທະຫານ ເຂົາເຈົ້າໄດ້ຮັບໃນສິ່ງທີ່ເຂົາເຈົ້າຕ້ອງ ການ.” ແລະພວກເຮົາເວລານັ້ນ ຈະຕົກຢູ່ໃນຄວາມຫຼໍ່ແຫຼມຫລາຍຂຶ້ນ. ເພາະ ສະນັ້ນ ມັນຢູ່ໃນຜົນປະໂຫຍດທາງດ້ານຄວາມປອດໄພຂອງພວກເຮົາເພື່ອໃຫ້ການສະໜັບສະໜູນຢູເຄຣນ.”
ຢູເຄຣນກ່າວໃນວັນຈັນທີ່ຜ່ານມາວ່າ ຕົນໄດ້ຍຶດເອົາເຈັດໝູ່ບ້ານຄືນມາ ນັບແຕ່ໄດ້ເລີ້ມທຳການບຸກໂຈມຕີຕ້ອບໂຕ້ຄືນໃນອາທິດແລ້ວນີ້ ທີ່ແນໃສ່ເພື່ອເຂົ້າເຂົ້າຢຶດເອົາບັນດາເຂດ ທີ່ຢຶດຄອງໂດຍກຳລັງຣັດເຊຍ.