ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປິ່ນປົວພະຍາດ ຢູ່ໂຮງໝໍໃນນະຄອນຫລວງວຽງຈັນ


ສູນການແພດ ພະຍາດຊືມເຊື້ອ ເຂດຮ້ອນ ໃນນະຄອນຫລວງວຽງຈັນ
ສູນການແພດ ພະຍາດຊືມເຊື້ອ ເຂດຮ້ອນ ໃນນະຄອນຫລວງວຽງຈັນ

ໂຮງໝໍມະໂຫສົດ ຕັ້ງຢູ່ຂ້າງວັດພະແກ້ວ ໃນນະຄອນຫລວງວຽງຈັນ ແມ່ນໂຮງໝໍຫລວງແຫ່ງທຳອິດທີ່ເກົ່າແກ່​ພຽງແຫ່ງດຽວສ້າງຂຶ້ນມາໃນສະໄໝຝ​ຣັ່ງປົກຄອງລາວ ແລະເປັນທີ່ຮູ້ກັນດີສຳ​ລັບຊາວນະຄອນວຽງຈັນ ມາເປັນເວລາກວ່າເຈັດທົດສະວັດ​ແລ້ວ. ບັດນີ້ໄດ້ຮັບ​ການບູລະນະດັດແປງ ແລະເປີດບໍລິການຄືນໃໝ່ຫລັງຈາກການລະບາດ​ຂອງໂຄວິດ-19. ນາງພອນມະນີ ຫລວງໂຄດ ຊາວນະຄອນ ຫລວງວຽງຈັນ ທີ່ກຳລັງນັ່ງເຝົ້າແມ່ ຢູ່ທີ່ສູນການແພດ ພະຍາດ​ຊຶມເຊື້ອ ເຂດຮ້ອນ ສາຂາ ໂຮງໝໍມະໂຫສົດມະໂຫສົດ ໄດ້ກ່າວເຖິງການບໍລິການ ສູ່ວີໂອເອ ຟັງດັ່ງນີ້:

ນາງພອນມະນີ ໄດ້ກ່າວອີກວ່າ ໂຮງໝໍມະໂຫສົດ ມີຢູ່ປະມານ 400 ກວ່າຫ້ອງ ມີລາຄາຖືກຂຶ້ນໄປເຖິງລາຄາແພງ. ແມ່ຂອງນາງນອນຢູ່ຫ້ອງມີສອງຕຽງ ລາຄາມື້ນຶ່ງສາມແສນກີບ ບໍລິການດີ ສະອາດ ແຕ່ຕ້ອງໄດ້ຈ່າຍ ເງິນສົດ ເພາະຍັງບໍ່ທັນມີລະບົບປະກັນໄພສຸຂະພາບ. ລາຄາຫ້ອງນອນນຶ່ງສຳລັບສ່ວນໂຕ ມີລາຄາແພງຫລາຍແສນກີບຕໍ່ມື້ ແຕ່ວ່າບໍ່ມີການເສີບອາຫານ ຕ້ອງໄດ້ຊື້ອາຫານຢູ່ທາງນອກແລ້ວນຳເອົາເຂົ້າມາກິນເອງ.

ສຳລັບຜູ້ບໍ່ມີເງິນຫລາຍຕ້ອງໄດ້ນອນໂຮມກັນຢູ່ຫ້ອງໃຫຍ່ຫ້ອງດຽວກັນ. ປັດຈຸບັນນີ້ຢູ່ໃນນະຄອນຫລວງວຽງຈັນມີໂຮງໝໍເອກກະຊົນເພີ້ມ ເຊັ່ນວ່າໂຮງໝໍໄທ ແລະໂຮງໝໍຫວຽດນາມ ທີ່ີມາເປີດບໍລິການ. ແຕ່ເຖິງຢ່າງໃດກໍດີ ປັດຈຸບັນນີ້ ຊາວລາວຜູ້ມີເງິນຍັງພາກັນຂ້າມນໍ້າຂອງໄປຮັບການປິ່ນປົວຢູ່ໜອງຄາຍ ແລະແຫ່ງອື່ນໆ ໃນປະເທດໄທ ເພາະມີຄວາມເຊື່ອໝັ້ນຫລາຍກວ່າ.

XS
SM
MD
LG