ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວນະຄອນຫລວງວຽງຈັນ ​ເວົ້າວ່າອິດທິພົນເງິນຢວນຈີນ ແລະເງິນບາດ ເຮັດໃຫ້​ຄ່າເງິນກີບ​ຂອງລາວຕົກຕໍ່າ


ເງິນບາດຂອງໄທ ແລະ ເງິນຢວນຂອງຈີນ
ເງິນບາດຂອງໄທ ແລະ ເງິນຢວນຂອງຈີນ

ປັດຈຸບັນນີ້ ສະພາບເສດຖະກິດ ແລະລາຄາເງິນກີບລາວ ກໍາລັງຕົກຕ່ຳທີ່ສຸດ ເວລາແລກປ່ຽນກັບເງິນຢວນຈີນ ແລະເງິນບາດໄທ. ດ້ວຍເຫດນີ້ ປະຊາຊົນລາວຕ້ອງປະເຊີນໜ້າກັບການປະຍັດ​ໃນ​ການໃຊ້ຈ່າຍຕ່າງໆ ດັ່ງທີ່ນາງທອງດີ ສີຣັດຕະນະກຸນ ຊາວນະຄອນຫລວງວຽງຈັນ ໄດ້ກ່າວເຖິງສະພາບການຂອງລາຄາເງິນກີບສູ່ ວີໂອເອ ຟັງດັ່ງນີ້:

ນາງທອງດີ ກ່າວຕໍ່ໄປວ່າ ຄົນລາວຕ້ອງໄດ້ພາກັນປະຢັດການໃຊ້ຈ່າຍຕ່າງໆ
ຍ້ອນຄວາມຝືດເຄືອງ ສຳລັບຜູ້ທີ່ບໍ່ມີລາຍໄດ້ ແລະບໍ່ມີວຽກເຮັດງານທຳ.

ປັດຈຸບັນນີ້ ຄຸ້ມຄູວຽງຂ້າງຕະຫລາດເຊົ້າ ໃນນະຄອນຫລວງວຽງຈັນ ໄດ້ກາຍມາເປັນສູນການຄ້າຈີນ. ມີຕຶກຮ້ານຄ້າ ບ່ອນຊື້ຂາຍ ໂດຍສະເພາະ ເປັນໂຮງ ແຮມບ່ອນພັກເຊົາ ໃຫ້ແກ່ນັກທ່ອງທ່ຽວຈີນ ຊຶ່ງເຂົາເຈົ້າຈະບໍ່ພາກັນໄປພັກ ຢູ່ໂຮງແຮມອື່ນໆນອກຈາກເປັນບ່ອນທຸລະກິດຂອງຊາວຈີນເທົ່ານັ້ນ. ເມື່ອບໍ່ນານມານີ້ ຊາວຈີນໄດ້ພາກັນແຈກຢາຍກັນຢູ່ບໍ່ເປັນຈຸດດຽວກັນ ໃນນະຄອນຫລວງວຽງຈັນ.

XS
SM
MD
LG