ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ເຄື່ອນ​ໄຫວເຟ​ສ​ບຸກ​ໜຸ່ມ ຖືກ​ຍິງ ​ທີ່​ຮ້ານ​ກິນ​ດື່ມ​ນະ​ຄອນ​ຫຼວງວຽງ​ຈັນ


ອະ​ນຸ​ຊາ "ແຈັກ" ຫຼວງ​ສຸ​ພາ ນັກ​ເຄື່ອນ​ໄຫວ​ເຟ​ສ​ບຸກ​ໜຸ່ມ ໄວ 25 ທີ່​ຖືກ​ຍິງ ຢູ່​ຮ້ານ​ກິນ​ດື່ມ​ ເຂດ​ນະ​ຄອນ​ວຽງ​ຈັນ - (ໂຈ​ເຊັບ ອັກ​ຄະ​ຣາ​ວົງເຟ​ສ)
ອະ​ນຸ​ຊາ "ແຈັກ" ຫຼວງ​ສຸ​ພາ ນັກ​ເຄື່ອນ​ໄຫວ​ເຟ​ສ​ບຸກ​ໜຸ່ມ ໄວ 25 ທີ່​ຖືກ​ຍິງ ຢູ່​ຮ້ານ​ກິນ​ດື່ມ​ ເຂດ​ນະ​ຄອນ​ວຽງ​ຈັນ - (ໂຈ​ເຊັບ ອັກ​ຄະ​ຣາ​ວົງເຟ​ສ)

ນັກ​ເຄື່ອນ​ໄຫວ​ເຟ​ສ​ບຸກ​ໜຸ່ມ ອາ​ຍຸ 25 ປີ ຖືກ​ມື​ປືນ​ບໍ່​ຊາບ​ຝ່າຍ​ຍິງ​ ຢູ່​ຮ້ານ​ກິນ​ດື່ມ​ ໃນນະ​ຄອນ​ຫຼວງວຽງ​ຈັນ ​ເມື່ອ​ວັນ​ເສົາ​ແລ້ວ.

ນັກ​ເຄື່ອນ​ໄຫວ​ຄົນ​ນີ້ ຊື່​ທ້າວ​ອາ​ນຸ​ຊາ ຫຼືແຈັກ ຫຼວງ​ສຸ​ພົມ ເປັນ​ປະ​ຊາ​ຊົນ​ ​ບ້ານ​ດົງ​ໝ້ຽງ ໃນ​ເຂດ​ເມືອງ​ຈັນ​ທະ​ບູ​ລີ ຊຶ່ງ​ໄດ້​ຖືກ​ຍິງ​ຢູ່​ທີ່​ຮ້ານ​ກິນ​ດື່ມ After School Chocolate and Bar ໃນ​ເຂດ​ເມືອງ​ຈັນ​ທະ​ບູ​ລີ ​ນະ​ຄອນ​ວຽງ​ຈັນ.

ວີ​ດີ​ໂອ​ຂອງ​ອົງ​ການ​ຂ່າວ AFP ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ຮ້າຍ​ໄດ້​ບຸກ​ເຂົ້າ​ໄປ​ຍິງ​ 2 ນັດຢູ່​ໃນ​ຮ້ານ ​ແລ້ວ​ເອົາ​ຜ້າ​ເຊັດ​ຮອຍ​ລາຍ​ມື​ ຂອງ​ລາວ​ອອກ ຢູ່​ບ່ອນ​ດຶງ​ປະ​ຕູ.

ພວກ​ກູ້​ໄພລາຍ​ງານ​ວ່າ ການ​ຍິງ​ກັນ​ໄດ້​ມີ​ຂຶ້ນໃນ​ເວ​ລາປະ​ມານ 10 ໂມງ​ເຄິ່ງ​ຕອນ​ກາງ​ຄືນ ​ແລະ​ຜູ້​ກ່ຽວ​ໄດ້​ຖືກ​ສົ່ງໂຕ​ໄປໂຮງ​ໝໍ​ໃນ​ເຂດ​ທ້ອງ​ຖິ່ນ ແລະຂ່າວ​ບາງ​ກະ​ແສ​ກໍວ່າ​ເສຍ​ຊີ​ວິດ​ຢູ່​ທີ່ນັ້ນສອງມື້​ຕໍ່​ມາ ແຕ່​ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນ​ຢັນ​ຢ່າງ​ຄັກ​ແນ່​ເທື່ອ​.

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ຮຽກ​ຮ້ອງ​ໃຫ້​ທາງ​ການ​ລາວ​ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ການ​ຍິງ​ສັງ​ຫານຢ່າງ​ໂຫດ​ຫ້ຽມ​ ນັກ​ປົກ​ປ້ອງ​ສິດ​ທິ​ມະ​ນຸດຄົນ​ນີ້.

ທ່ານ​ນາງ​ອີ​ເລນ ເພຍ​ສັນ ຜູ້​ອຳ​ນວຍ​ການ​ເຂດ​ເອ​ເຊຍ​ຂອງ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ເຂດ​ເອ​ເຊຍ​ກ່າວ​ຢູ່​ໃນ​ໜ້າ​ເວັບ​ໄຊວ່າ “ການ​ສັງ​ຫານ​ຢ່າງ​ເລືອດ​ເຢັນ​ນັກ​ເຄື່ອນ​ໄຫວ​ທາງ​ການ​ເມືອງ​ໜຸ່ມ​ນ້ອຍ​ໃນ​ນະ​ຄອນ​ວຽງ​ຈັນ ແມ່ນ​ໄດ້​ສົ່ງ​ຂ່າວ​ແບບ​ເຢັນ​ສັນ​ຫຼັງ ທີ່​ວ່າບໍ່​ມີຜູ້​ໃດຢູ່​ໃນ​ລາວ​ທີ່​ຕ້ອງ​ຕິ​ລັດ​ຖະ​ບານ​ມີ​ຄວາມ​ປອດ​ໄພ. ລັດ​ຖະ​ບານ​ລາວ​ຄວນ​ທຳ​ການ​ສືບ​ສວນ​ຢ່າງ​ຮີບ​ດ່ວນ ​ແບບ​ໜ້າ​ເຊື່ອ​ຖື​ແລະ​ຍຸ​ຕິ​ທຳ​ກ່ຽວ​ກັບ​ການ​ຕາຍ​ຂອງ​ທ້າວ​ອາ​ນຸ​ຊາ​ແລະ​ນຳ​ເອົາ​ໂຕ​ຜູ້​ທີ່​ຮັບ​ຜິດ​ຊອບ​ມາ​ລົງ​ໂທດ.”

ທ້າວ​ອາ​ນຸ​ຊາ ແມ່ນ​ເຈົ້າ​ຂອງ​ເຟ​ສ​ບຸກ ຂັບ​ເຄື່ອນ​ດ້ວຍ​ຄີ​ບອດ ຊຶ່ງ​ໄດ້​ຕ້ອງ​ຕິ​ລັດ​ຖະ​ບານ​ ຮວມ​ທັງ​ການ​ຄໍ​ຣັບ​ຊັ່ນ ​ແລະ​ສິດ​ເສ​ລີ​ພາບ​ຂັ້ນ​ພື້ນ​ຖານ.

ລາວ​ແມ່ນ​ຕິດ​ອັນ​ດັບ​ທີ 160 ຂອງ​ຈຳ​ນວນ​ທັງ​ໝົດ 180 ປະ​ເທດ​ທີ່​ມີ​ການ​ຊັ່ງ​ຊາ​ກ່ຽວ​ກັບ​ສິດ​ເສ​ລີ​ພາບດ້ານ​ການຂ່າວ ໃນ​ປີ 2023.

XS
SM
MD
LG