ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດດ້ານການທ່ອງທ່ຽວ ກຳລັງເຕີບໂຕໃນແຂວງຜົ້ງສາລີ


ແຂວງພົງສາລີ ຕ້ັງຢູ່ເໜືອສຸດປະເທດລາວ
ແຂວງພົງສາລີ ຕ້ັງຢູ່ເໜືອສຸດປະເທດລາວ

ແຂວງຜົ້ງສາລີ ຕັ້ງຢູ່ເໜືອສຸດຂອງປະເທດລາວ ​ທີ່​ມີ​ຊາຍ​ແດນຕິດກັບ ຈີນ ເມື່ອກ່ອນຖືວ່າເປັນບ່ອນຫ່າງໄກສອກຫລີກ, ແຕ່​ດຽວນີ້ກຳ​ລັງກາຍມາເປັນທີ່​ນິ​ຍົມ ແລະ ເປັນບ່ອນດຶງດູດເອົາພວກນັກທ່ອງທ່ຽວຈາກຕ່າງປະເທດ ເຊິ່ງ​ເຂົາ​ເຈົ້າພາກັນ ເດີນທາງໄປຊົມທຳມະຊາດ, ພູຜາ ແລະ ສາຍນໍ້າ. ນອກຈາກນັ້ນອີກແລ້ວແຂວງ ຜົ້ງສາລີ ຍັງມີຊື່ສຽງດ້ານການປູກຊາດືຶ່ມ ທີ່ເປັນປະ ເພນີພື້ນເມືອງມາແຕ່ບູຮານ ນະການ ແລະຕົກມາດຽວນີໄດ້ກາຍມາເປັນທຸລະກິດ ສ້າງລາຍໄດ້ຫ້ແກ່ຄອບຄົວທີ່ ສຳຄັນ.

ຊາວລາວໃນແຂວງຜົ້ງສາລີ ໄດ້ພາກັນເລີ່ມເຮັດທຸລະກິດຫລາຍຢ່າງ ເພື່ອ ຕ້ອນຮັບບັນດານັກທ່ອງທ່ຽວໂດຍສະເພາະປຸກສ້າງບ່ອນພັກເຊົາ, ຮ້ານຄ້າ, ຮ້ານອາຫານເພື່ອບໍລິການຊຶ່ງ ທ່ານສົມສະໜຸກ ທອງເພັດ ນັກທຸລະກິດບ້ານພັກໃນ ເມືອງເຟືອງ ກ່າວຕໍ່ ວີໂອເອ ວ່າ:

ທ່ານສົມສະໜຸກ ໄດ້ກ່າວວ່າແຕ່ລະສັບປະດາໄດ້ມີນັກທ່່ອງທ່ຽວຈາກປະເທດ ໄທ ແລະພາຍໃນປະເທດພາກັນໄປພັກຜ່ອນຢ່ອນອາລົມ. ທ່ານ ສົມສະໜຸກ ກ່າວຕໍ່ໄປ ອີກວ່າ ສັງເກດເຫັນພວກນັກທ່ອງທ່ຽວຈາກຕ່າງປະເທດໂດຍສະເພາະມາຈາກ ຢູໂຣບ ໄດ້ພາກັນມາຄົ້ນພົບທຳມະຊາດແຫ່ງນີ້ ເປ້ຖົງ ແລະ ຕັ້ງຜາມນອນຢູ່ຕາມ ແຄມນໍ້າ ແລະຮ່ອມພູຊົມທຳມະຊາດແຫ່ງນີ້.

XS
SM
MD
LG