ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ກະຊວງປ້ອງກັນປະເທດອັງກິດ ກ່າວວ່າ ຣັດເຊຍໄດ້ມີ 'ຄວາມຄືບໜ້າ' ໃນການສູ້ລົບ ທີິ່ເມືອງບັກມຸດ


ໃນຂະນະທີ່ການໂຈມຕີຂອງຣັດເຊຍຕໍ່ຢູເຄຣນຍັງຄົງສືບຕໍ່, ທະຫານຢູເຄຣນກຽມພ້ອມຍິງປືນຄົກ ໃກ້ກັບເມືອງບັກມຸດ, ຂົງ​ເຂດ​ໂດ​ແນດ ໃນຢູເຄຣນ, ວັນທີ 6 ເມສາ 2023
ໃນຂະນະທີ່ການໂຈມຕີຂອງຣັດເຊຍຕໍ່ຢູເຄຣນຍັງຄົງສືບຕໍ່, ທະຫານຢູເຄຣນກຽມພ້ອມຍິງປືນຄົກ ໃກ້ກັບເມືອງບັກມຸດ, ຂົງ​ເຂດ​ໂດ​ແນດ ໃນຢູເຄຣນ, ວັນທີ 6 ເມສາ 2023

ຣັດ​ເຊຍ​ ເມື່ອໄວໆມານີ້ ໄດ້ມີ “ຄວາມຄືບໜ້າ” ​ໃນ​ການ​ສູ້​ລົບ​ທີ່​ເມືອງ ບັກມຸດ ກະຊວງ​ປ້ອງ​ກັນ​ປະ​ເທດ​ອັງກິດ ​ກ່າວໃນ​ວັນ​ສຸກ​ມື້ນີ້ ​ ຢູ່​ໃນ​ບົດ​ລາຍ​ງານ​ສືບ​ລັບປະຈຳວັນ.

ບົດລາຍ​ງານ​ລະບຸ​ວ່າ ກອງ​ກຳລັງ​ລັດ​ເຊຍ “ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ຈະ​ບຸກ​ເຂົ້າ​ໄປ​ໃນ​ເຂດໃຈກາງ​ເມືອງບັກມຸດ ແລະ​ຍຶດ​ເອົາ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳບັກມຸດໄດ້. ຢູ່ໃນບົດລາຍງານ ຍັງກ່າວວ່າ ກອງກຳລັງ​ຂອງ​ກຸ່ມແວັກເນີ ແລະຜູ້ບັນ ຊາການ​ ຂອງກະຊວງປ້ອງກັນປະເທດຣັດເຊຍ "ໄດ້ຢຸດຄວາມຂັດແຍ້ງທີ່ກຳລັງດຳເນີນຢູ່ຂອງພວກເຂົາໄວ້ຊົ່ວຄາວ ແລະ ປັບປຸງການຮ່ວມມື."

ປະທານາທິບໍດີ ຝຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ​ໄດ້​ຊຸກຍູ້​ໃຫ້​ປະທານາທິບໍດີ​ຈີນ ທ່ານ​ສີ ຈິ້ນ​ຜິງ ​ໃຊ້​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບຣັດ​ເຊຍ ​ເພື່ອ​ຊ່ວຍຍຸ​ຕິ ​ສົງ​ຄາມ​ຂອງຣັດ​ເຊຍ​ຢູ່​ຢູ​ເຄຣນ.

ທ່ານມາ​ກ​ຣົງ ກ່າວ​ຕໍ່​ທ່ານສີ ໃນ​ຂະ​ນະ​ທີ່ພວກ​ເພິ່ນ​ໄດ້​ພົບ​ປະ​ກັນ​ໃນ​ວັນ​ພະ​ຫັດ​ວານ​ນີ້​ທີ່ປັກ​ກິ່ງ​ວ່າ ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ໄດ້​ທຳ​ລາຍ​ສະ​ຖຽນ​ລະ​ພາບ​ສາ​ກົນ.

ທ່ານ ມາ​ກ​ຣົງ ກ່າວວ່າ "ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າສາມາດວາງໃຈໄດ້ວ່າທ່ານຈະພາຣັດເຊຍໃຫ້ກັບຄືນມາໃຊ້ເຫດຜົນ ແລະທຸກຄົນກັບຄືນມາສູ່ໂຕະເຈລະຈາ".

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG