ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ແຜນ​ປະ​ບັດ​ງ​ານ ​ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ດ້ານພະ​ລັງ​ໄຟ​ຟ້າ ປະ​ເທດ​ແມ່ນ້ຳ​ຂອງ ລະ​ຫວ່າງ​​ຍີ່​ປຸ່ນ ກັບ ສະ​ຫະ​ລັດ ​


ກອງປະຊຸມເຈົ້າໜ້າທີ່ອະວຸໂສ ປະເທດເພື່ອນ​ມິດ ແມ່ນໍ້າຂອງ ຢູ່ນະຄອນຫຼວງວຽງຈັນ
ກອງປະຊຸມເຈົ້າໜ້າທີ່ອະວຸໂສ ປະເທດເພື່ອນ​ມິດ ແມ່ນໍ້າຂອງ ຢູ່ນະຄອນຫຼວງວຽງຈັນ

ຢູ່ທີ່ກອງປະຊຸມເຈົ້າໜ້າທີ່ອະວຸໂສ ປະເທດເພື່ອນແມ່ນໍ້າຂອງ ຢູ່ນະຄອນຫຼວງວຽງຈັນ ສະຫະລັດອາເມຣິກາ ຍີ່ປຸ່ນ ພ້ອມດ້ວຍກໍາປູເຈ້ຍ ສປປ ລາວ ໄທ ແລະຫວຽດນາມ ໄດ້ປະກາດແຜນປະຕິບັດງານພາຍໃຕ້ຂອບການຮ່ວມມືດ້ານພະລັງງານ ລະຫວ່າງ ຍີ່ປຸ່ນ-ສ.ອາເມຣິກາ-ປະເທດແມ່ນໍ້າຂອງ ​ຫຼື JUMPP ເຊິ່ງແມ່ນເອກະສານລາຍລະອຽດທີ່ກໍານົດບັນດາໂຄງການ ແລະກິດຈະກໍາບູລິມະສິດໃນການຮ່ວມມືດ້ານວິຊາການ ເພື່ອຊ່ວຍໃຫ້ບັນດາປະເທດແມ່ນໍ້າຂອງ ບັນລຸເປົ້າໝາຍ ກ່ຽວກັບການນໍາໃຊ້ພະລັງງານສະອາດ ການສົ່ງຂາຍພະລັງ ງານໄຟຟ້າຂ້າມແດນ ແລະການພັດທະນາຕະຫຼາດພະລັງງານພາຍໃນປະເທດ ແລະພາກພື້ນ. ການຊ່ວຍເຫຼືອດ້ານວິຊາການທີ່ໄດ້ກໍານົດໄວ້ໃນຂອບການຮ່ວມມື JUMPP ປະກອບດ້ວຍ: ການປະເມີນດ້ານເຕັກນິກ ເພື່ອອໍານວຍຄວາມສະດວກວຽກງານການເຊື່ອມສານພະລັງງານລົມ ແສງອາທິດ ແລະ ການກັກເກັບພະລັງງານໄຟຟ້າດ້ວຍແບັດເຕີລີ ເຂົ້າລະບົບສາຍສົ່ງ ການວິເຄາະຕະຫຼາດພະລັງງານ ແລະ ແຜນເພີ່ມທະວີການນໍາໃຊ້ພະລັງງານສະອາດ ການໃຫ້ຄໍາປຶກສາ ເພື່ອນໍາໃຊ້ຕາຂ່າຍໄຟຟ້າຂ້າມແດນທີ່ມີໃນປະຈຸບັນ ໃນເກີດປະໂຫຍດສູງສຸດ ການສ້າງຄວາມອາດສາມາດ ການແລກປ່ຽນດ້ານລະບຽບການຄຸ້ມຄອງຈາກຄູ່ຮ່ວມງານ ຄໍາແນະນໍາດ້ານວິຊາການ ກ່ຽວກັບສັນຍາສໍາປະທານ ເພື່ອດຶງດູດການລົງທຶນ ໂຄງລ່າງພື້ນຖານດ້ານພະລັງງານສະອາດ ແລະ ການໄປທັດສະນະແລກປ່ຽນ ທີ່ສະຫະລັດອາເມຣິກາ ເພື່ອຮຽນຮູ້ວິທີການປະຕິບັດທີ່ດີທີ່ສຸດ ຈາກບັນດາຕະຫຼາດພະລັງງານ ບໍລິສັດ ແລະ ໜ່ວຍງານຄຸ້ມຄອງ ຂອງສະຫະລັດອາເມຣິກາ.

ຂອບການຮ່ວມມື JUMPP ໄດ້ເປີດໂຕໃນ ປີ 2019 ເພື່ອສະໜັບສະໜູນການຮ່ວມມືລະຫວ່າງປະເທດແມ່ນໍ້າຂອງ-ສະຫະລັດ ອາເມຣິກາ ແລະ ໂຄງການລິເລີ່ມ Clean EDGE (ເສີມຂະຫຍາຍການພັດທະນາ ແລະການເຕີບໂຕ ໂດຍຜ່ານວຽກງານດ້ານພະລັງງານ) ຢູ່ເອ​ເຊຍ ຂອບການຮ່ວມມື JUMPP ເສີມຂະ ຫຍາຍຄວາມອາດສາມາດໃຫ້ອົງກອນ ເພື່ອພັກດັນການກ້າວຜ່ານສູ່ພະລັງງານສະອາດ ການຄ້າຂາຍພະລັງງານໄຟຟ້າໃນພາກພື້ນແລະການປະຕີຮູບຕະຫຼາດ ພະລັງງານ ເພື່ອສ້າງການແຂ່ງຂັນໃນຕະຫຼາດ ສ້າງເງື່ອນໄຂການນໍາໃຊ້ພະລັງ ງານສະອາດ ແລະ ການລະດົມການລົງທຶນ. ເພື່ອຊ່ວຍໃຫ້ບັນດາລັດຖະບານຄຸ່ຮ່ວມມືຂອງບັນດາປະເທດແມ່ນໍ້າຂອງ ມີຄວາມເຊື່ອໝັ້ນ ໃນການເຊື່ອມສານພະລັງງານທາງເລືອກ ພາຫະນະໄຟຟ້າ ແລະ ການກັກເກັບພະລັງງານໄຟຟ້າດ້ວຍແບັດເຕີລີ ດຶງດູດການລົງທຶນທີ່ມີຄຸນະພາບສູງ ເພີ່ມການຄ້າຂາຍໄຟຟ້າຂ້າມແດນ ແລະ ພັດທະນາຄວາມສາມາດຊັບພະຍາກອນມະນຸດ ແຜນງານຮ່ວມມື JUMPP ສ້າງຄວາມກ້າວໜ້າ ເພື່ອບັນລຸບັນດາເປົ້າໝາຍຮ່ວມ ຄືການ ເພີ່ມຄວາມໝັ້ນຄົງ ຄວາມຢືດຢຸ່ນ ແລະ ຄວາມຮັ່ງມີ ດ້ານພະລັງງານໃນພາກພື້ນ. ເປົ້າໝາຍເຫຼົ່ານີ້ ແມ່ນຄໍາໝັ້ນສັນຍາຮ່ວມທີ່ຮອງປະທານາທິບໍດີ ຄາມາລາ ແຮຣິສ ໄດ້ເນັ້ນໜັກ ໃນເວລາທີ່ທ່ານໄດ້ເດີນທາງມາຢ້ຽມຢາມປະເທດໄທ ໃນເດືອນພະຈິກ ປີ 2023.

Japan-U.S.-Mekong Power Partnership Action Plan

Today, at the Friends of the Mekong Senior Officials Meeting in Vientiane, Lao PDR, the United States and Japan, together with Cambodia, Lao PDR, Thailand, and Vietnam, released the Japan-U.S.-Mekong Power Partnership (JUMPP) Action Plan, a comprehensive document that outlines priority technical cooperation projects and activities to help Mekong countries achieve their goals related to clean energy deployment, cross-border electricity trade, and national and regional power market development. Technical assistance detailed in the JUMPP Action Plan includes: assessments to facilitate wind, solar, and battery energy storage, grid integration, power market analysis and roadmaps to accelerate clean energy use, advisory support to maximize use of existing cross-border electrical interconnections, capacity building, peer-to-peer regulatory exchanges, technical recommendations on contracts to attract clean energy infrastructure, as well as visits to the United States to learn best practices from U.S. energy markets, companies, and regulators.

Launched in 2019 in support of the Mekong-U.S. Partnership and the U.S. Clean EDGE (Enhancing Development and Growth through Energy) Asia Initiative, JUMPP enhances institutional capacity to advance the clean energy transition, regional electricity trade, and power market reforms that enhance market competition, incentivize clean energy deployment, and mobilize investment. By helping Mekong government partners reliably integrate renewable energy, electric vehicles, and battery storage; attract high-quality investment; increase cross-border power trade; and develop human resource capacity, JUMPP advances the shared goals of increasing regional energy security, resiliency, and prosperity. Vice President Kamala Harris underscored these shared commitments during her November 2022 visit to Thailand.

XS
SM
MD
LG