ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຸ​ລະ​ກິດ​ປູກ ແລະ​ເກັບ​ຊາ​ຂາຍ ທີ່​ແຂວງ​ພົງ​ສາ​ລີ


ແຂວງ​ພົງ​ສາ​ລີ ທີ່​​ຕັ້ງຢູ່​ເໜືອ​ສຸດ ຂອງປະເທດລາວ
ແຂວງ​ພົງ​ສາ​ລີ ທີ່​​ຕັ້ງຢູ່​ເໜືອ​ສຸດ ຂອງປະເທດລາວ

ການ​ປູກ​ຊາ ແລະ​ເກັບ​ຊາ​ຂາຍ ​ມີຢູ່​ໃນ​ແຂວງ​ພົງ​ສາ​ລີ ສ​ປ​ປ ລາວ ​ຕັ້ງ​ຢູ່​ທາງ​ພາກ​ເໜືອສຸດ ຕິດ​ກັບ​ຊາຍ​ແດນ​ປະ​ເທດ​ຈີນ. ວິ​ຖີຊີ​ວິດການ​ເປັນ​ຢູ່​ໃນ​ຂົງ​ເຂດ​ນີ້​ແຕ່​ກ່ອນ​ຖື​ວ່າ​ຢູ່​ຫ່າງ​ໄກ​ສອກ​ຫລີກ ມີ​ການ​ປູກ​ຊາ ແລະ​ເກັບ​ຊາ​ຂາຍທີ່ເປັ​ນ​ປະ​ເພ​ນີພື້ນ​ບ້ານ​ມາ​ເປັນ​ເວ​ລາ​ຍາວ​ນານ. ຂົງ​ເຂດ​ນີ້ຫ້ອມ​ລ້ອມ​ໄປ​ດ້ວຍທຳ​ມະ​ຊາດ​ພູ​ຜາອາ​ກາດ​ເຢັນ​ຕະ​ຫລອດ​ປີ. ບັດ​ນີ້​ໄດ້​ກາຍ​ມາ​ເປັນແຫລ່ງ​ທ່ອງ​ທ່ຽວໄປ​ມາ​ຫາ​ສູ່​ກັນ​ໄດ້​ຢ່າງ​ສະ​ບາຍແລະໄດ້​ເລີ້ມ​ຂະ​ຫຍາຍເປັນບ່ອນເຮັດທຸລະ​ກິດປູກ​ຊາແລະ​ ເກັບ​ຊາ​ຂາຍ​ ຂະ​ໜາດ​ນ້ອຍ ແລະ​ໃຫຍ່ ທີ່​ນຳ​ລາຍ​ໄດ້ເຂົ້າມາສູ່​ຄອບຄົວ.

ນາງ​ແວວ ວັນ​ມະ​ນີ ແມ່​ຄ້າ​ປູກ​ຊາ ແລະ​ເກັບ​ຊາ​ຂາຍ​ໃຫ້​ແກ່ພວກ​ນັກ​ທ່ອງ​ທ່ຽວ ແລະ​ຂາຍ​ຍົກ​ໃຫ້ແກ່​ບໍ​ລິ​ສັດ​ຊື້​ຊາ​ທີ່​ນຳ​ຂາຍ​ສົ່ງ​ອອກນອກ​ປະ​ເທດ​ ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ນ້ຳ​ຊາເປັນ​ເຄື່ອງ​ດື່ມ​ທີ່​ນິ​ຍົມຢູ່​ໃນ​ສັງ​ຄົມຊີ​ວິດ​ຂອງ​ຊາວຢູ​ໂຣບ ບັນ​ດາ​ປະ​ເທດ​ອາ​ຣັບ ຍີ່​ປຸ່​ນ ແລະ​ຊາວ​ຈີນ​ເຫລົ່າ​ນີ້​ເປັນ​ຕົ້ນ. ການ​ຜະ​ລິດ​ຊາ​ຈາກ ສ​ປ​ປ ລາວ ​ທີ່ສົ່ງອອກໄປ​ຂາ​ຍຢູ່​ຕ່າງ​ປ​ະ​ເທດ ຍັງບໍ່​ໃຫຍ່​ພໍ ​ທີ່ຈະຕ້ອງຂະ​ຫຍາຍ​ໂຕ ​ມີ​ບໍ​ລິ​ສັດ​ລົງ​ທຶນ ເພື່ອ​ໃຫ້ມີຄຸນ​ນະ​ພາບ ເທົ່າທັນກັ​ບ​ຕະ​ຫລາດ​ໂລກ​.

XS
SM
MD
LG