ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ມີ​ວຽກ​ງານ​ຫຼາຍ​ຢ່າງ ຍັງ​ເປີດກວ້າງ ສຳ​ລັບ​ນັກ​ວິ​ຊາ​ການ ຈາກ​ຕ່າງ​ປະ​ເທດ ໃນ ສ​ປ​ປ ລາວ


​ດ​ຣ. ມາ​ນະ ສຸດ​ທິ​ຈັກ
​ດ​ຣ. ມາ​ນະ ສຸດ​ທິ​ຈັກ

ຄົນ​ລາວ​ຈຳ​ນວນ​ນຶ່ງທີ່​ຮຽນ​ຈົບ​ແລ້ວ​ໄດ້​ພາ​ກັນ​ກັບ​ຄືນ​ໄປ​ເຮັດ​ວຽກ​ໃນ​ດ້ານ​ຕ່າງໆຢູ່ ສ​ປ​ປ ລາວ. ດຣ. ມາ​ນະ
ສຸດ​ທິ​ຈັກ ​ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ທີ່ສຳ​ເລັດ​ປະ​ລິນ​ຍາ​ເອກ​ດ້ານ​ເສດ​ຖະ​ສາດ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຮາ​ວາຍ ​ກ່າວ​ວ່າ ທ່ານ​ ໄດ້​ຕັດ​ສິນ​ໃຈ​ກັບ​ຄືນ​ໄປປະ​ເທດ​ລາວ ໃນ​ປີ 2010 ​ປັດ​ຈຸ​ບັນ​ນີ້ເປັນ​ທີ່​ປຶກ​ສາໃຫ້​ແກ່​ໂຄງງ​ການພັດ​ທະ​ນາ​ເສດ​ຖະ​ກິດ ​ຊື່​ວ່າ “Intergrow” ຊຶ່ງ​ເປັນ​ບໍ​ລິ​ສັດ​ເອກ​ກະ​ຊົນ ຕັ້ງ​ຢູ່​ໃນ​ນະ​ຄອ​ນ​ຫລວງວຽງ​ຈັນ ມີ​ໜ້າ​ທີ່ຄົ້ນ​ຄວ້າໃຫ້​ຄຳ​ແນະ​ນຳ​ແກ່​ບັນ​ດາ​ບໍ​ລິ​ສັດຕ່າງ​ຊາດ​ຈາກ​ຢູ​ໂຣບ ແລະ​ເອ​ເຊຍ ທີ່​ມາ​ລົງ​ທຶນ​ໃນ​ລາວ. ດ​ຣ. ມາ​ນະ ໄດ້​ໃຫ້​ທັດ​ສະ​ນະກ່ຽວ​ກັບການ​ລົງ​ທຶນ​ຢູ່ໃນ ສ​ປ​ປ ລາວ ວ່າ:

ດ​ຣ. ມາ​ນະ ກ່າວ​ຕໍ່​ໄປ​ອີກວ່າ ​“ຄູ່ແຂ່ງ​ສິນ​ຄ້າຈີນກໍ​ຄື ​ຍີ່​ປຸ່ນ ​ຫວຽດ​ນາມ ແລະ​ໄທ. ບໍ​ລິ​ສັດ​ຈີ​ນ​ໄດ້​ມາ​ລົງ​ທຶນ​ສ້າງ​ລົດ​ຈັກ ຢູ່​ໃນ​ ສ​ປ​ປ ​ລາວ ມີ​ລາ​ຄາ​ຖືກກວ່າ​ບໍ​ລິ​ສັດອື່ນໆ ແຕ່​ວ່າ​ຄຸນ​ນະ​ພາບ​ບໍ​ດີ ເພາະ​ສະ​ນັ້ນ ບັນ​ດາ​ຜູ້​ຊົມ​ໃຊ້​ມັກພາ​ກັນ​ຊື້ລົດ​ ແລະ​ສິນ​ຄ້​າ​ຕ່າງໆ​ທີ່​ເຮັດ​ຈາກ​ປະ​ເທດ​ໄທແລະ​ຍີ່​ປຸ່ນ ເຖິງ​ແມ່ນ​ມີ​ລາ​ຄາ​ແພງ​ກວ່າກໍ​ຕາມ.”

XS
SM
MD
LG