ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​​ທຸລະ​ກິດ​ຂະ​ໜາດ​ນ້ອຍ ສາ​ມາດ​ສ້າງ​ລາຍ​ໄດ້​ພິ​ເສດ ໃຫ້​ແກ່​ຄອບ​ຄົວ ທີ່​ແຂວງ​ສະ​ຫວັນ​ນະ​ເຂດ


ນາງວັນ​ດີ ໄຊ​ຍະ​ສານ ເຈົ້າ​ຂອງ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ
ນາງວັນ​ດີ ໄຊ​ຍະ​ສານ ເຈົ້າ​ຂອງ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ

ຍາ​ນາງວັນ​ດີ ໄຊ​ຍະ​ສານ ​ຊາວ​ສວນ ເຈົ້າ​ຂອງ​ທີ່​ດິນ​ປູກ​ຝັງ ແລະ​ລ້ຽງ​ສັດທີ່ບ້ານ​ດົງນາ​ຄຳ ​ມີ​ເນື້ອ​ທີ່​ດິນ​ທັງໝົດ 16 ເຮັກ​ຕາ ​ເປັນ​ຊັບ​ສົມ​ບັດ​ຂອງ​ຄອບ​ຄົວທີ່​ໄດ້​ຖ່າຍ​ທອດ​ກັນ​ມາ​ຈົນ​ຮອດ​ປັດ​ຈຸ​ບັນ ໃນ​ການເຮັດ​ນາ​ປູກ​ເຂົ້າ ແລະ​ສວນອ້ອຍ. ດິ​ນຕອນ​ນີ້​ຕັ້ງ​ຢູ່​ຊານເມືອງ​ສະ​ຫວັນ​ນະ​ເຂດ 12 ກິ​ໂລ​ແມັດ ແລະ​ ເປັນ ທຸລະ​ກິດຄອບ​ຄົວ​ຂະ​ໜາດ​ນ້ອຍ​. ​ຍາ​ນາງ​ວັນ​ດີ ມີ​ພະ​ນັກ​ງານ​ຊ່ວ​ຍຢູ່​ທັງ​ໝົດ 30 ກວ່າ​ຄົນ ​ທີ່​ເປັນ​ຍາດ​ຕິ​ພີ່​ນ້ອງ​ເຊື່ອ​ຖື​ຢ່າງ​ໃກ້​ຊິດ ​ແລະເປັນຜູ້​ທີ່​ບໍ່​ມີ​ວຽກ​ເຮັດ​ງານ​ທຳ ຊຶ່ງ ຍາ​ນາງ​ວັນ​ດີ ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ຍາ​ນາງ​ວັນ​ດີ ກ່າວ​ຕໍ່​ໄປ​ອີກວ່າ ​ຕ້ອງ​ເຮັດ​ໃຫ້​ມີ​ລາຍ​ຮັບ​ເຂົ້າຄອບ​ຄົວ ສາ​ມາດ​ຜະ​ລິດ​ເຂົ້າ​ໄດ້​ປີ​ນຶ່ງ 100 ກວ່າ​ກະ​ສອບ​ສຳ​ລັບ​ໄວ້​ລ້ຽງ​ຄອບ​ຄົວ ແລະສ່ວນ​ທີ່​ເຫລືອ​ກິນ​ບໍ່​ໝົດ​ໄດ້ນຳ​ຂາຍອອກເພື່ອ​ໃຊ້​ເປັນ​ຕົ້​ນ​ທຶນ​ຕໍ່​ໄປ. ນອກ​ຈາກ​ນັ້ນ​ແລ້ວ ຍັງ​ມີສັດ​ລ້ຽງ​ເຊັ່ນ​ໄກ່​ລາດ ເປັດ ສະ​ປາ ງົວ ຄ​ວາຍ ເພື່ອ​ລ້ຽງ​ຄອບ​ຄົວ ແລະ​ຍາດ​ຕິ​ພີ່​ນ້ອງ ແລະ​ຂາຍ.​ ໂດຍ​ສະ​ເພາະ​ຂາຍ​ອ້ອຍ ປີ​ນຶ່ງ​ໄດ້​ສະ​ເລ່ຍ​ສອງ​ແສນກວ່າ​ບາດ ຊຶ່ງຂຶ້ນ​ນຳ​ປີ​ໃດ​ອ້ອຍ​ງາມ ແລະ​ບໍ່​ງານ ທີ່​ຈະ​ຕ້ອງ​ໄດ້​ຫັກ​ຄ້າ​ໄຖ ຄ່າ​ປຸຍ ຄ່າ​ປູກ ​ສ​ະ​ຫລຸບ​ແລ້ວ ​ເຫລືອ​ມາ​ໄດ້​ຢູ່ແປດ​ໝື່ນກວ່າ​ບາດ.

XS
SM
MD
LG