ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ວີ​ໂອ​ເອ​ລາວ ໂອ້​ລົມ​ກັບສາມສະ​ຕີ​ກາ​ນາ​ດາ​ເຊື້ອ​ສາຍ​ລາວ​ ໃນ​ເມືອງວິນ​ນິ​ເພກ ແຂວງ​ມາ​ນິ​ໂຕ​ບາ ປະ​ເທດ​ກາ​ນາດາ


​ສະ​ຕີ​ກາ​ນາ​ດາ​ເຊື້ອ​​າຍ​ສ​າຍລາວ ຈາກ​ຊ້າຍ​ໄປ​ຂວາ ນາງແສງມະນີ ຈັນ ນາງສີສຸພັນ ພອນມະນີ ແລະນາງບົວແດງ ຄຳພູວົງ
​ສະ​ຕີ​ກາ​ນາ​ດາ​ເຊື້ອ​​າຍ​ສ​າຍລາວ ຈາກ​ຊ້າຍ​ໄປ​ຂວາ ນາງແສງມະນີ ຈັນ ນາງສີສຸພັນ ພອນມະນີ ແລະນາງບົວແດງ ຄຳພູວົງ

ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງວີ​ໂອ​ເອ ​ປະ​ຈຳແລງ​ວັນ​ພະ​ຫັດມື້​ນີ້ ກິ່ງ​ສະ​ຫວັນຈະ​ນຳເອົາ​ການ​ໂອ້​ລົມ​ກັບສະ​ຕີ​ກາ​ນາ​ດາ ເຊື້ອ​ສາຍ​ລາວ​ສາມ​ຄົນ ຢູ່​ເມືອງ​ວິນ​ນິ​ເພກ ​ແຂວງມາ​ນີ​ໂຕ​ບາ ຕັ້ງ​ຢູ່​ທາງ​ພາກ​ກາງ​ຕອນ​ໃຕ້​ຂອງປະ​ເທດດັ່ງ​ກ່າວ ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ເມືອງວິນ​ນີ​ເພກ ແຂວງ​ມາ​ນີ​ໂຕ​ບາ ປະ​ເທດ​ກາ​ນາ​ດາ ມີ​ປະ​ຊາ​ກອນຢູ່ປະ​ມານ 749,534 ພັນ​ຄົນ ໃນ​ນີ້ ຮວມ​ທັງ​ຊາວ​ກາ​ນາ​ດາ​ເຊື້ອ​ສາຍ​ລາວຫລາຍ​ພັນ​ຄົນ ທີ່​ໄດ້​ພາ​ກັນ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ ​ຕັ້ງ​ແຕ່​ຊຸມ​ປີ 1970. ບັນ​ດາ​ພໍ່​ແມ່​ເຖົ້າ​ແກ່ ​ຜູ້​ທີ່​ໄດ້ນຳ​ພາ​ລູກ​ຫລານ​ເຂົ້າ​ມາພັກ​ພາ​ອາ​ໄສ​ຢູ່​ເມືອງນີ້ ຫຼາຍໆ​ຄົນ​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ. ວີ​ໂອ​ເອ ໄດ້ມີ​ໂອ​ກາດ​ຕິດ​ຕາ​ມຖາມ​ຂ່າວ​ສະ​ຕີ​ກາ​ນາ​ດາ​ເຊື້ອ​ສາຍ​ລາວ ລຸ້ນ​ໃໝ່ສາມ​ຄົນ ທີ່ໄດ້​ມາເຕີບ​ໃຫຍ່ ​ແລະບັດ​ນີ້​ເຂົາ​ເຈົ້າ​ໄດ້ສ້າງ​ຄອບ​ຄົວມີ​ລູກມີ​ຫລານ ມີ​ວຽກ​ເຮັດ​ງານ​ທຳ ສ້າງ​ທຸ​ລະ​ກິດໃຫ້​ແກ່​ປະ​ເທດ ​ມີ​ບ້ານ​ເຮືອນເປັນບ່ອນ​ຢູ່​ອາ​ໄສ​ເປັນຂອງ​ຕົນ​ເອງ ​ແລະ​ເປັນພົນລະ​ເມືອງ​ດີ​.

ນາງ​ແສງ​ມະ​ນີ ຈັນ ປັດ​ຈຸ​ບັນ ອາ​ຍຸ 62 ປີ ອົບ​ພະ​ຍົບກັ​ບ​ພໍ່​ແມ່ ​ເຂົ້າ​ມາ​ເມືອງວິນ​ນີ​ເພກ ໃນ​ປີ 1977. ຫ​ລັງ​ຈາກຈົບ​ມັດ​ທະ​ຍົມ ນາງແສງ​ມະ​ນີ ໄດ້​ເລີ້ມ​ເຮັດ​ວຽກຊ່ວຍ​ຄອບ​ຄົວ ຢູ່ບໍ​ລິ​ສັດ ແວັ​ສ​ເຕິນ ຣໍ​ຮາຍ (Western Rawhide.) ຕັ້ງ​ຂຶ້ນ​ມາ​ແຕ່​ປີ 1929 ​ຜະ​ລິດອານ​ມ້າແລະ​ເຄື່ອ​ງປະ​ກອບ​ການ​ຂີ່​ມ້າ​ທີີ່​ມີ​ຊື່​ສຽງຂອງກາ​ນາ​ດາ. ນາງ​ແສງ​ມະ​ນີ ໄດ້​ເລີ້​ມ​ຕົ້​ນເຮັດ​ວຽກ​ຫລາຍ​ໜ້າ​ທີ່​ຈົນ​ໄດ້​ເລື່ອນ​ຊັ້ນ​ຂຶ້ນ​ມາ​ເປັນ​ລຳ​ດັບ ​ຄື​ເປັນ​ຜູ້​ຫຍິບ​ອານ​ມ້າ ແລະ​ທາ​ສີ​ອານ​ມ້າ ຊຶ່ງ​ນາງ​ແສງ​ມະ​ນີໄດ້ ​ອະ​ທິ​ບາຍ​ສູ່ ວີ​ໂອ​ເອ​ ຟັງ​ດັ່ງ​ນີ້:

​ນາງ​ສີ​ສຸ​ພັນ ພອນມະ​ນີ ອາ​ຍຸ 49 ປີ ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ກັບ​ຄອບ​ຄົວ ໃນ​ປີ 1976 ສຳ​ເລັດ​ມັດ​ທະ​ຍົມ ຫລັງ​ຈາກ​ນັ້ນ​ໄດ້​ເລີ້ມ​ເຮັດ​ວຽກ​ເປັນ​ຄົນ​ເກັບເງິນຫລື cashier ຢູ່ຮ້ານ​ຄ້າ ແລະ​ຮ້ານອາ​ຫານ​ ພ້ອ​ມ​ທັງ​ເປັນ​ຊ່າງ​ເຮັດ​ຜົມ. ນາງ​ສີ​ສຸ​ພັນ ມີ​ຄອບ​ຄົວ ສາ​ມີ ແລະ​ລູກ​ຊາຍສອງ​ຄົນ​ສຳ​ເລັດ​ການ​ສຶກ​ສາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ. ນາງ​ສີ​ສຸ​ພັນ ໄດ້​ກ່າວ​ກ່ຽວ​ກັບ​ສິ່ງ​ແວັດ​ລ້ອມ ສັງ​ຄົມ​ຊີ​ວິດ​ການ​ເປັນ​ຢູ່ ແລະ​ດິນ​ຟ້າ​ອາ​ກາດ ​ໃນ​ເມືອງວິນ​ນີ​ເພກ ສູ່​ຟັງ​ດັ່ງ​ນີ້:

​ນາງ​ບົວ​ແດງ ຄຳ​ພູ​ວົງ ອາ​ຍຸ 55 ປີ ເຂົ້​າ​ມາ​ຕັ້ງ​ຖິ່ນ​ຖານ​ກັບ​ຄອບ​ຄົວ ​ໃນ​ປີ 1978 ຫລັງ​ຈາກ​ຈົບ​ມັດ​ທະ​ຍົມ ນາງ​ໄດ້​ຮຽນ​ວິ​ຊາ​ເສີມ​ສວຍຕັດ​ຜົມ ແລະ​ໄດ້​ເຮັດ​ວຽກ​ຢູ່​ຕາມ​ຮ້ານ​ເສີມສວຍ. ​ບັດ​ນີິ້​ນາງ​ບົວ​ແດງ ໄດ້​ເປີດ​ຮ້ານ​ເປັນ​ຂອງ​ຕົນ​ເອງ ​ມີ​ພະ​ນັກ​ງານ​ຊ່ວຍ​ຫ້າ​ຄົນ​ດ້ວຍ​ກັນ. ​ນາງ​ບົວ​ແດງ ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ຮ້ານ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ສະ​ຕີລາວ​ກາ​ນາ​ດາສາມ​ຄົນ​ນີ້​ໄດ້​ເຂົ້າ​ມາ​ຕັ້ງ​ຊີ​ວິດ​ໃໝ່​ກັບ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ເມື່ອ​ສາມ​ທົດ​ສະ​ວັດ​ກ່ອນ ຊຶ່ງ​ເວ​ລາ​ນັ້ນ​ມີອາ​ຍຸ​ເຍົາ​ໄວ. ​ບັດ​ນີ້​ເຂົາ​ເຈົ້າ​ໄດ້ເປັນ​ຜູ້​ປົກ​ຄອງ ປະ​ກອບ​ວິ​ຊາ​ອາ​ຊີບ ມີ​ບ້ານ​ເຮືອນ ແລະ​ສົ່ງ​ເສີມ​ໃຫ້​ພວກ​ລູກ​ໆໄດ້ຮຽນຈົບ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ.

XS
SM
MD
LG