ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາ​ວ​ບ້ານ​ຜາ​ຮາດ ​ໃນແຂ​ວງ​ສະ​ຫວັນ​ນະ​ເຂດ ຖືກ​​ໄທ​ບ້ານ​ດຽວ​ກັນ ມ້າງ​ເຮືອນ​ເພ​ຊານ ຍ້ອນ​ນັບ​ຖື​ສາສະ​ໜາ​ຄ​ຣິ​ສ


​ຊາວ​ບ້ານ​ຜາ​ຮາດ ແຂວງ​ສະ​ຫວັນ​ນະ​ເຂດ
​ຊາວ​ບ້ານ​ຜາ​ຮາດ ແຂວງ​ສະ​ຫວັນ​ນະ​ເຂດ

ຄົນ​ກຸ່ມ​ນຶ່ງ​ທີ່​ຕໍ່​ຕ້ານ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນໄດ້​ທັບ​ມ້າງ​ເຮືອນຊານ​ຂອງປະ​ຊາ​ຊົນຊາວ​ຄ​ຣິ​ສ​ຕຽນ ເຈັດ​ຄອບ​ຄົວໃນບ້ານ ​ຜາ​ຮາດ, ເຊິ່ງ​ແມ່ນ​ເຂດ​ຊົນ​ນະ​ບົດ​ໃນ​ແຂວງ​ສະ​ຫວັນ​ນະ​ເຂດ​ເມື່ອ​ວັນ​ທີ 4 ມັງ​ກອນ​ທີ່​ຜ່ານ​ມາ, ຈົນເຮັດ​ໃຫ້ເຂົ້າ​ເຈົ້າ​ບໍ່​ມີ​ທີ່​ຢູ່​ອາ​ໄສ. ຊາວ​ບ້ານຜູ້​ເຄາະ​ຮ້າຍດັ່ງ​ກ່າວ​ລວມມີ​ທັງ​ໝົດ 26 ຄົນພ້ອມ​ກັບ​ເດັກ​ນ້ອຍ​, ເຂົາ​ເຈົ້າ​ໄດ້້ພ​າ​ກັນນອນ​ຢູ່ຕາມ​ກ້ອງ​ຕົ້ນ​ໄມ້ ແລະ ​ປູ​ຜ້າ​ນອນຢູ່​ຕາມພື້ນ​ດິນໂດຍ​ທີ່​ບໍ່​ໄດ້​ຮັບ​ການ​ປົກ​ປ້ອງ​ຊ່ວຍ​ເຫລືອ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ແຕ່​ຢ່າງ​ໃດເລີຍ ຊຶ່ງ​ນາງ ບຸດ​ສະ​ດີ ​ຜູ້​ເຫັນ​ເຫດ​ການໄດ້​ເລົ່າ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ຢູ່​ໃນ ສ​ປ​ປ ລາວ ເຖິງ​ແມ່ນ​ທາງ​ການມີ​ກົດ​ໝາຍອະ​ນຸຍາດ​ໃຫ້​ຄົນ​ນັບ​ຖື​ສາ​ສະ ​ໜາ​ຄ​ຣິ​ສຕຽນກໍ​ຕາ​ມ ແຕ່ເຫດ​ການ​ດັ່ງ​ກ່າວ​ມັກເກີດ​ຂຶ້ນ​ເປັນ​ໄລ​ຍະ ໂດຍ​ສະ​ເພາະ​ຢູ່​ໃນ​ເຂດ​ຊົນ​ນະ​ບົດ, ຍ້ອນສາ​ເຫດ​ວ່າເປັນ​ສາສະ​ໜາ​ຂອງຊາວ​ຕາເວັນ​ຕົກ ໂດຍ​ສະ​ເພາະ​ແມ່ນ​ແນ​ໃສ່​ອາ​ເມ​ຣິ​ກາ.

XS
SM
MD
LG