ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມ​ເປັນ​ຫ່ວງ ໃນ​ການ​ຂາດ​ ການ​ປະ​ສານ​ງານ ຂອງ​ປະ​ຊາ​ຄົມ​ຊົນ​ເຜົ່າຈາກ​ລາວ​ ໃນ​ສະ​ຫະ​ລັດ


ສະ​ຫລອງ​ບຸນ​ປີ​ໃໝ່ ລາວ​ລຸ່ມ ແລະ​ກືມ​ມຸ ປ​ີ 2021 ທີ່​ເມືອງ​ສະ​ຕັອກ​ຕັນ ລັດ​ຄາ​ລິ​ຟໍ​ເນຍ.
ສະ​ຫລອງ​ບຸນ​ປີ​ໃໝ່ ລາວ​ລຸ່ມ ແລະ​ກືມ​ມຸ ປ​ີ 2021 ທີ່​ເມືອງ​ສະ​ຕັອກ​ຕັນ ລັດ​ຄາ​ລິ​ຟໍ​ເນຍ.

ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງວີ​ໂອ​ເອ ​ປະ​ຈຳແລງ​ວັນ​ພະ​ຫັດມື້​ນີ້ ເຮົາ​ຈະພາ​ທ່ານ​ໄປຟັງ​ການ​ໂອ້​ລົມ​ກັບສາມຊົນ​ຊາດ​ຊົນເຜົ່າ​ລາວ​ຢູ່ໃນ​ສະ​ຫະ​ລັດ ທີ່​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຂາດ​ຄວາມໃກ້​ຊິດ ແລະ​ການປະ​ສານ​ງານ​ກັນ. ​ເຂົາ​ເຈົ້າແມ່ນ​ເຜົ່າໃດ ແລະ​ຢູ່​ໃສນັ້ນ ກິ່ງ​ສະ​ຫວັນ​ ຈະ​ນຳເອົາ​ລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ມີ​ຊົນ​ເຜົ່າ​ລາວທີ່ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່​ປະ​ມານເຈັດ​ຊົນເຜົ່າດ້ວຍ​ກັນຄື ຊົນເຜົ່າ​ລາວລຸ່ມ ຊົນ​ເຜົ່າ​ກຶມ​ມຸ ຊົນ​ເຜົ່າ​ມ້ຽນ ຊົນ​ເຜົ່າ​ມົ້ງ ຊົນ​ເຜົ່າ​ໄທ​ດຳ ຊົນ​ເຜົ່າ​ລື້ ແລະ​ຊົນ​ເຜົ່າ​ອາ​ຄ່າ ເຫລົ່າ​ນີ້​ເປັນ​ຕົ້ນ. ​ຊົນ ເຜົ່າ​ໄທ​ດຳ​ສ່ວນ​ໃຫຍ່ ພາ​ກັນ​ຕັ້ງ​ບ້ານ​ເຮືອນ​ຢູ່​ໃນ​ລັດ​ໄອ​ໂອ​ວາ ​ທາງພາກກາງ ​ຂອ​ງ​ສະ​ຫະ​ລັດ ແລະ​ຊົນ​ເຜົ່າ​ມົ້ງຕັ້ງ​ບ້ານ​ເຮືອນ​ຢູ່​ໃນ​ຫຼາຍໆ​ລັດ ຮວມ​ທັງ​ມິນ​ເນ
ໂຊ​ຕາ ວິ​ສ​ຄອນ​ຊິນ ຄາ​ລີ​ຟໍ​ເນຍ​ ແລະ​ອື່ນໆ ​ສ່ວນ​ຊົນ​ເຜົ່າ​ນ້ອຍ​ອື່ນໆ​ນັ້ນ ພາ​ກັນ​ຕັ້ງ​ຖິ່ນ​ຖານ ​ຢູ່ໃນ​ລັດ​ຄາ​ລິ​ຟໍ​ເນຍ​ ແລະ​ຫຼາຍໆ​ລັດ ແລະຊາວລ​າວ​ລຸ່ມ ​ກໍ​ພາ​ກັນ​ແຈກ​ຢາ​ຍ​ກັນ​ຢູ່ເກືອບ​ທົ່ວ​ສະ​ຫະ​ລັດ.

ບັນ​ດາ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ເຫລົ່າ​ນີ້ ມີ​ປະ​ຊາ​ຄົມ​ປະ​ຈຳ​ທ້ອງ​ຖິ່ນ ຂອງໃຜ​ລ​າວ ປະ​ຕິ​ບັດ​ຮີດ​ຄອງ​ປະ​ເພີ​ນີ​ຂອງ​ໃຜ​ລາວ ແລະ​ບໍ່​ມີ​ການ​ປະ​ສານ​ງານ​ກັບຊົນ​ເຜົ່າ​ອື່ນໆ. ສາ​ເຫດ​ກໍ​ເພາະ​ວ່າ ຄວາມ​ແຕ​ກ​ຕ່າງດ້ານ​ຮີດ​ຄອງ​ປະ​ເພີ​ນີ ຂັດ​ແຍ້ງກັນ​ທາງດ້ານການ​ເມືອງ ອັນ​ເປັນ​ພາກ​ສ່ວນສຳ​ຄັນທີ່​ຂາດການ​ປະ​ສານງານ.

ທ່ານກ​ຣິ​ສ ຖານ​ສຸ​ວົງ ຊົນ​ເຜົ່າ​ກຶມ​ມຸ ຕັ້​ງ​ຖິ່ນ​ຖານຢູ່​ເມືອງ​ສະ​ຕັອກ​ຕັນ ​ລັດ​ຄາ​ລິ​ຟໍ​ເນຍ ​ແມ່ນ​ນັກ​ເຄື່ອນ​ໄຫວ​ສັງ​ຄົມ​ຄົນ​ນຶ່ງ ທີ່​ໄດ້ໃຫ້​ຂໍ້ສັງ​ເກດ ຂອງ​ການຂາດ​ຄວາມ​ບໍ່​ປະ​ສານ​ງານ​ລະ​ຫວ່າງບັນ​ດາ​ກຸ່ມຊົນ​ຊາດ​ຊົນ​ເຜົ່າ​ລາວ​ອາ​ເມ​ຣິກັນ ຊຶ່ງທ່ານໄດ້ລະ​ບາຍຄວາ​ມ​ຮູ້​ສຶກ​ສູ່​ ວີ​ໂອ​ເອ ດັ່ງ​ນີ້:

ລິງໂດຍກົງ

ທ່ານ​ໄທ ວັງ ​ອາ​ຈານ​ສອນ​ສາດ​ສະ​ໜາກຄຣິ​ສ ຢູ່​ເມືອງ​ແຟ​ຣັ​ສ​ໂນ ໃນ​ລັດ​ຄາ​ລິ​ຟໍ​ເນຍ. ທ່ານໄດ້​ສ​ະ​ແດງ​ຄວາມ​ຄິ​ດ​ເຫັນກ່ຽວ​ກັບການ​ຂາດ​ສາຍ​ສຳ​ພັນລະ​ຫວ່າງພາຍໃນສັງ​ຄົມ​ລາວ​ອາ​ເມ​ຣິ​ກັນ ​ໂດຍ​ທົ່ວ​ໄປ ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ລິງໂດຍກົງ

ທ່ານ​ເສ​ລີ ເທບ​ພະ​ພອນ ຊົ​ນ​ເຜົ່າ​ລາວ​ລຸ່​ມ ນັກ​ເຄື່ອນ​ໄຫ​ວ ຜູ້​ທີ່ໄດ້​ມີບົດ​ບ​າດ ຫລາຍ​ຢ່າງ ໂດຍ​ສະ​ເພາະ​ທ່ານແມ່ນຜູ້ ​ນຶ່ງ​ທີ່ໄດ້ນຳ​ພາ​ຊຸກ​ຍູ້​ສະໜັບສະໜູນໃຫ້ເປີດ​ສາຍ​ສຳ​ພັນ​ການ​ຄ້າລະ​ຫວ່າງ ສ​ປ​ປ ລາວ ກັບ​ສະ​ຫະ​ລັດ ໃນ​ປີ 2002 ທີ່​ເກີດ​ມີ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້. ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຄວາມແຕກ​ຕ່າງລະ​ຫວ່າງ​ປະ​ຊາ​ຄົມ​ລ​າວ​ອາ​ເມ​ຣິກັນ ໂດຍ​ທົ່ວ​ໄປສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້

ນັ້ນ​ແມ່ນ​ຄວາມ​ຮູ້​ສຶກ​ຂອງສາມ​ສະ​ມາ​ຊິກ​ຊົນ​ເຜົ່າ​ລາວ​ອາ​ເມ​ຣິ​ກັນ ​ທີ່ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ ການ​ຂາດ​ການ​ປະ​ສານງ​ານກັນ​ຢູ່​ໃນ​ສະ​ຫະ​ລັດ ທີ່​ມີ​ຄວາມຕ້ອງ​ການເຮັດ​ໃຫ້​ປະ​ຊາ​ຄົມ​ລາວ​ອາ​ເມ​ຣິ​ກັນ ໃຫ້ເປັນ​ກ້ອນ​ເປັນ​ໜ່ວຍ ແລະ​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ.

XS
SM
MD
LG