ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ມີ​ບາງວຽກ​ງານ ຕ້ອງ​ໄດ້​ອອກ​​ບຳ​ນານ​ ກ່ອນ​ກຳ​ນົດ ເພາະ​ບໍ່​ມີ​​ໜ້​າ​ທີ່ ແລະງົບ​ປະ​ມານ​ພໍ


​ດ​ຣ. ສາ​ລີ ສະ​ຖາ​ພອນ
​ດ​ຣ. ສາ​ລີ ສະ​ຖາ​ພອນ

ດ​ຣ. ສາ​ລີ ສະ​ຖາ​ພອນ ​ສຳ​ເລັດ​ປະ​ລິນ​ຍາ​ເອກ​ຝ່າຍ​ທັນຕະ​ແພດແລະ​ສາ​ທາ​ລະ ​ນະ​ສຸກ​ ຈາກ​ນະ​ຄອນ​ຫລວງຈາກ​ຮາ​ໂນ່ຍ ປະ​ເທດ​ຫວຽດ​ນາມ. ທ່ານ​ໄດ້​ຮັບ​ໃຊ້​ຢູ່​ໃນກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ແຂວງ​ຈຳ​ປາ​ສັກ ແລະໄດ້​ຖືກ​ສັບ​ປ່ຽນ​ມາຫລາຍໜ້າ​ທີ່​ເຊັ່ນວ່າ ເປັນ​ນາຍ​ແພດ​ປົວ​ແຂ້ວ ​ຫົວ​ໜ້າ​ຫ້ອງ​ການບໍ​ລິ​ຫານ ຫົວ​ໜ້າ​ການ​ເງິນ​ພະ​ແນກ ​ແລະຂຽນ​ບົດ​ວິ​ທະ​ຍາ​ສາດສິດ​ສອນ​ນັກ​ຮຽນ. ​ທ່ານ​ບໍ່​ມີ​ໂອ​ກາດ​ໄດ້ປະ​ຕິ​ບັດ​ໜ້າ​ທີ່ການ​ແພດແບບ​ໂຕ​ຈິງເພາະ​ບໍ່​ມີ​ອຸບ​ປະ​ກອນ​ເຄື່ອງ​ມື​ປິ່ນ​ປົວ ​ນອ​ກ​ຈ​າກ​ນັ້ນ ນາຍ​ແພດກໍ​ຫລາຍ​ໂພດແລະ​ບໍ່​ມີ​ໜ້າ​ທີ່ ​ເພາະ​ສະ​ນັ້ນ​ທາງ​ການ​ໄດ້ບອກ​ໃຫ້ທ່ານອອກ​ບຳນານ ​ກ່ອນ​ກຳ​ນົດ ຊຶ່ງ​ ດ​ຣ. ສາ​ລີ ​ໄດ້​ກ່າວ​ສູ່ ວີ​ໂອ​ເອ ​ຟັງວ່າ:

ລິງໂດຍກົງ

ດ​ຣ. ​ສາ​ລີ ກ່າວ​ຕໍ່​ໄປ​ອີກວ່າ “ຢູ່ຮາ​ໂນ່ຍ ມີ​ປະ​ຊາ​ກອນ​ຢູ່ 10 ກວ່າລ້ານ​ຄົນ ມີ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ​ແຕ່ 50 ​ຄົນ ບາດຢູ່​ປາກ​ເຊ ​ຈຳ​ນວນປະ​ຊາ​ກອນ​ສາມ​ສີ່​ແສນຄົນ ມີ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ 150 ຫາ 200 ​ຄົນ ທີ່​ເຮັດ​ໃຫ້ລັດ​ຖະ​ບານຕ້ອງ​ໄດ້ແບກ​ຫາບ​ບໍ່​ໄຫວຈຶ່ງ​ໄດ້​ເອົາ​ອອກ.” ດ​ຣ. ສາ​ລີ ​ສະຖາ​ພອນ ປັດ​ຈຸ​ບັນອາ​ຍຸ 62 ປີ ​ຢູ່​ໃນ​ຈຳ​ນວນບັນ​ດາ​ນາຍ​ແພດ​ບໍ່​ເຖິງ​ອາ​ຍຸກະ​ສຽນ​ບຳ​ນານ 65 ປີ ​ທີ່​ຈະ​ຕ້ອງ​ໄດ້​ອອກ​ບຳ​ນານ​ກ່ອນ​ກຳ​ນົດ ​ໃນ​ເດືອນມີ​ນາ​ນີ້ ແລະ​ບັດ​ນີ້ ​ກຳ​ລັງທຳ​ການ​ປູກ​ຝັ​ງ ​ເພື່ອ​ຊ່ວຍ​ຕົນ​ເອງ ແລະ​ຊອກ​ຫາ​ວຽກໃໝ່.

XS
SM
MD
LG