ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ເລັ່ງພິຈາລະນາ ເພື່ອອະນຸຍາດສຳປະທານ ການຂຸດຄົ້ນແຮ່ທາດຫາຍາກ ແລະແຮ່ເຫລັກ ໃຫ້ແກ່ບໍລິສັດຈີນ


ການ​ຂຸດບໍ່​ຄົ້ນ​ແຮ່ ໃນ ສ​ປ​ປ ລາວ
ການ​ຂຸດບໍ່​ຄົ້ນ​ແຮ່ ໃນ ສ​ປ​ປ ລາວ

ລັດ​ຖະ​ບານ​ລາວ ​ເລັ່ງ​ພິ​ຈາ​ລະ​ນາ​ເພື່ອ​ອະ​ນຸ​ຍາດ​ສຳ​ປະ​ທານ ການ​ຂຸດ​ຄົ້ນ​ແຮ່​ທາດ​ຫາ​ຍາກ ແລະ​ແຮ່​ເຫລັກ ​ໃຫ້​ແກ່ 357 ບໍ​ລິ​ສັດ​ຈີນ ​ແຕ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍັງ​ຄັດ​ຄ້ານ ເພາະ​ເຫັນ​ວ່າ ​ໄດ້​ຮັບ​ຜົນ​ຕອບ​ແທນ​ຕ່ຳ​ເກີນ​ໄປ ຊຶ່ງ​ຊົງ​ ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ນັກ​ທຸ​ລະ​ກິດ​ລາວ​ ໃນ​ສະ​ພາ​ການ​ຄ້າ ແລະ​ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ ເປີດ​ເຜີຍ​ວ່າ ​ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ມີ​ບໍ​ລິ​ສັດ​ຈີນ​ຈຳ​ນວນ 357 ລາຍ​ຍັງ​ລໍ​ຖ້າ​ການ​ອະ​ນຸ​ຍາດ​ສຳ​ປະ​ທານການ​ຄຸດ​ຄົ້ນ​ແຮ່​ທາດ​ຫາ​ຍາກ ຫລື Rare Earth ແລະ​ແຮ່​ເຫລັກ ຊຶ່ງ​ຄະ​ນະ​ລັດ​ຖະ​ບານ​ລາວ​ພາຍ​ໃຕ້​ການ​ນຳ​ຂອງ​ທ່ານ​ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມອບໝາຍ​ໃຫ້​ທ່ານ​ໂພ​ໄຊ ໄຊ​ຍະ​ສອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງ​ານ ແລະ​ບໍ່​ແຮ່ ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ພິ​ຈາ​ລະ​ນາ ຕັດ​ສິນ​ໃຈ​ດ້ວຍ​ການ​ປະ​ສານ​ງານ ຢ່າງ​ໃກ້​ສິດ​ກັບ​ກະ​ຊວງກ​ານ​ເງິນ ແລະ​ກ​ະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ກ​ານ​ຄ້າ​ນັ້ນ ຄາດ​ວ່າ​ ຈະ​ສາ​ມາດ​ພິ​ຈາ​ລະ​ນາ​ຕັດ​ສິນ ​ໃຈແລະສະ​ເໜີເຂົ້າ​ສູ່​ການ​ອະ​ນຸ​ມັດ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ລາວ ໃນ​ທ້າຍ​ເດືອນ​ກຸ​ມ​ພາ ​ປີ 2023 ນີ້ ​ເພາະ​ວ່າ​ຖືເປັນ​ວາ​ລະ​ເລັ່ງ​ດ່ວນທີ່​ລັດ​ຖະ​ບານ​ລາວ​ຈະ​ຕ້ອງ​ສ້າງ​ລາຍ​ຮັບ ເພື່ອ​ດຸນ​ດ່ຽງ​ດ້ານ​ລາຍ​ຈ່າຍ​ ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ.

ແຕ່​ເນື່ອງ​ຈາກ​ການ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດລາວ ​ໄດ້​ປະ​ກອບ​ຄວາມ​ເຫັນ ໃນ​ກອງ​ປະ​ຊຸມ​ສະ​ໄມ​ສາ​ມັນ​ຄັ້ງ​ທີ 4 ຂອງ​ສະ​ພາ​ແຫ່ງ​ຊາດ​ລ​າວ ທີ່​ດຳ​ເນີນກອງ​ປະ​ຊຸມ​ໃນຊ່ວງວັນ​ທີ 5 ຫາ 30 ​ທັ​ນ​ວາ ​ປີ 2022 ​ວ່າ​ລັດ​ຖະ​ບານ​ລາວ​ໄດ້​ຮັບ​ຜົນ​ຕອບ​ແທນ​ບໍ່​ຄຸ້ມ​ຄ່າ ຈາກ​ການ​ໃຫ້​ການ​ສຳ​ປະ​ທານ​ການ​ຂຸດ​ຄົ້ນ ແຮ່​ຫາ​ຍາກ ຫຼື Rare Earth ຢູ່​ໃນ​ພື້ນ​ທີ​ຂອງ​ແຂວງ​ຊຽງ​ຂວາງ ແລະ​ການ​ອະ​ນຸຍ​າດ​ໃຫ້ 13 ບໍ​ລິ​ສັດ​ຈີນ​ດຳ​ເນີນ​ທຸ​ລະ​ກຳ ແລ​ະ​ຂຸດ​ຄົ້ນ Crypto ຊຶ່ງ​ລວມ​ເຖິງ​ການ​ໃຫ້​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ແບບ​ເລັ່ງ​ດ່ວນ​ແກ່ 62 ບໍ​ລິ​ສັດ​ຈີນ ​ທີ່​ລັດ​ຖະ​ບານ​ລາວ​ໄດ້​ຮັບ​ຜົນ​ຕອບ​ແທນ​ພຽງ 100 ກວ່າ​ລ້ານ​ໂດ​ລາ​ເທົ່າ​ນັ້ນ ໃນ​ປີ 2022 ​ທີ່ ຜ່ານ​ມາ ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດລາວ ໄດ້​ຮຽກ​ຮ້ອງ​ຂໍ​ໃຫ້​ລັດ​ຖະ​ບານ​ລາວ​ສັ່ງ​ໂຈະ​ການ​ດຳ​ເນີນ​ກິດ​ຈະ​ການ ຂອງ​ບັນ​ດາ​ບໍ​ລິ​ສັດ​ຈີນ​ທີ່​ໄດ້​ຮັບ​ສິດ​ສຳ​ປະ​ທານ​ດັ່ງ​ກ່າວ​ເປັນ​ການ​ຊົ່ວ​ຄາວ ແລະ​ຂໍ​ໃຫ້​ທົບ​ທວນ​ຄືນ​ກ່ຽວ​ກັບ​ລະ​ດັບ​ລາຍ​ໄດ້ ທີ່​ເໝາະ​ສົມ​ທີ່​ລັດ​ຖະ​ບານ​ລາວ​ສົມ​ຄວນ​ຈະ​ໄດ້​ຮັບ ເພາະ​ທີ່​ຜ່ານ​ມາ​ລັດ​ຖະ​ບານ​ລາວ​ ໄດ້​ຮັບ​ຜົນ​ຕອບ​ແທນ​ສະ​ເລ່ຍພຽງ​ 30 ໂດ​ລາ​ ​ເທົ່າ​ນັ້ນ​ຕໍ່​ການ​ຂຸດ​ຄົ້ນ​ແຮ່​ທາດໃນ​ປະ​ລິ​ມານ 1 ໂຕນ ທັງ​ຍັງ​ປາ​ກົດດ້ວຍ​ວ່າ ມີ​ການ​ດຳ​ເນີນກິດ​ຈະ​ການ​ຈຳ​ນວນ​ນຶ່ງ ທີ່​ບໍ່​ຖືກ​ຕ້ອງ​ຕາມສັນ​ຍາ​ສຳ​ປະ​ທານ ດັ່ງ​ທີ່​ສະ​ມາ​ຊິກ​ແຫ່ງ​ຊາດ​ລາວ​ຢືນ​ຢັນ​ວ່າ:

“ນາ​ຍົກ​ເພີ່ນ​ເວົ້າ​ວ່າ ຂໍ​ທົດ​ລອງ​ແຮ່​ເຫລັກ​ໃຫ້​ໄດ້​ເງິນ​ໂຕນ​ນຶ່ງ 30 ໂດ​ລາ​ ​ໃນ​ການ​ຈັດ​ຕັ້ງ​ໄປ​ກ່ອນ ແຕ່​ວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຕ​ຈິງ​ມັນ​ລະເກີດ​ລູກ​ຂຶ້ນ​ມາ​ຢູ່​ວ່າ​ມັນ​ມີ​ຄຳ​ຕົກ​ຊ້ອນ ຫລັງ​ຈາກ​ນັ້ນ​ມັນ​ກະ​ອອກ​ລູກ​ມາ​ຕື່ມ​ອີກ ຄຳເຂົ້າ ຫີນ Marble ຈັ່ງ​ເຊັ່ນເວ​ລາ​ວຽກ​ຂອງ​ໂຄງ​ການໂຕ​ນີ້ອອກ​ມາ ມັນ​ລະ​ບໍ່​ໄປ​ຕາມ​ກົດ​ໝາຍ ຍົກ​ໂຕ​ຢ່າງ​ກ່ຽວ​ກັບ​ເລື້ອງ​ການ​ທົດ​ລອງ​ທີ່​ໄດ້​ເຊັນ​ສັນ​ຍາ​ໄປ​ແລ້ວ 62 ສັນ​ຍາ ​ແລະ​ຈະ​ເລີ້ມ​ອີກ​ໃນ​ຈຳ​ນວນ 357 ສັນ​ຍາ ມັນ​ຈະ​ຮັບ​ໃຊ້​ກ່ຽວ​ກັບ​ເລື້ອງ​ການ​ແກ້​ໄຂວຽກ​ງານ​ເສດ​ຖະ​ກິດບໍ.”

ຍິງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ປາ​ກົດ​ດ້ວຍ​ວ່າ ​ໃນ​ປັດ​ຈຸ​ບັນ 13 ບໍ​ລິ​ສັດ​ຈີນ ​ໄດ້​ຢຸດ​ການ​ດຳ​ເນີນ​ທຸ​ລະ​ກຳ​ໃນ​ການ​ຂຸດ​ຄົ້ນ ແລະ​ຊື້​ຂາຍ​ Crypto ໄປ​ແລ້ວ ສ່ວນ​ບັນ​ດາ​ບໍ​ລິ​ສັດ​ຈີນ​ທີ່​ຂຸດ​ຄົ້ນ​ແຮ່​ທາດ ໂດຍ​ສະ​ເພາະ​ແມ່ນ​ການ​ຂຸດ​ຄົ້ນ​ແຮ່​ເຫລັກ ​ເພື່ອ​ສົ່ງ​ອອກ​ໄປ​ຈີນ ແລະ​ຕ່າງ​ປະ​ເທດ​ນັ້ນ​ ກໍ​ໄດ້​ພາ​ກັນ​ຢຸດ​ເຊົາ ​ການ​ຂຸດ​ຄົ້ນ​ແລ້ວເຊັ່ນ ດຽວ​ກັນ ໂດຍ​ເຊື່ອ​ວ່າເປັນ​ຍ້ອນ​ລາ​ຄາ​ແຮ່​ເຫລັກ​ຕົກ​ຕ່ຳລົງທີ່​ສົມ​ທົບ​ດ້ວຍ​ຄ່າ​ຂົນ​ສົ່ງ ທີ່​ເພີ້ມ​ຂຶ້ນຈາກ​ລາ​ຄາ​ນ້ຳ​ມັນ ​ໃນ​ຕະ​ຫລາດ​ໂລກ ທີ່​ປັບ​ໂຕ​ສູງ​ຂຶ້ນ ແຕ່​ສະ​ພາບ​ການ​ດັ່ງ​ກ່າວ​ນີ້​ ກໍ​ຖື​ເປັນ​ບັນ​ຫາ​ໄລ​ຍະ​ສັ້ນ​ເທົ່າ​ນັ້ນ ເພາະ​ລັດ​ຖະ​ບານ​ຈີນ​ໄດ້​ສົ່ງ​ເສີມ ໃຫ້​ບັນ​ດາ​ບໍ​ລິ​ສັດ​ຈີນ​ໄປ​ລົງ​ທຶ​ນ​ໃນ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ​ນັບ​ມື້ ​ດັ່ງ​ທີ່
ດ​ຣ. ​ສົມພົບ ມາ​ນະ​ຣັງ​ສັນ ອະ​ທິ​ການບໍ​ດີ​ສະ​ຖາ​ບັນ​ເທັກ​ໂນ​ໂລ​ຈີ​ປັນຍາ​ພິວັດ​ ໄດ້ຢືນ​ຢັນ​ວ່າ:

“ນຶ່ງ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ພະ​ລັງ​ງ​ານ ສອງ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ ແລະ​ສາມ​ຄວາມ​ໝັ້ນ​ຄົງ​ທາງ​ເທັກ​ໂນ​ໂລ​ຈີ ໂດຍ​ສະ​ເພາະ​ຢ່າງ​ຍິງ Semi-Conducttor ຂ້າ​ພະ​ເຈົ້າວ່າ 5 ປີ ຂ້າງ​ໜ້າ​ນີ້ ຈະ​ເປັນ​ເລື້ອງ​ທີ່​ຈີນ ​ຈະ​ມຸ້ງ focus ໄປ​ໃນ 3 ເລື້ອງ​ນີ້​ຢ່າງ​ເຕັມ​ລູກ​ສູບ ເພາະ​ວ່າ​ຫລິງ​ເຫັນ​ແລ້າວວ່າ ຖ້າ​ເມື່ອ​ບໍ່​ມີ​ຄວາມ​ຕຽມ​ພ້ອມ​ໃນ 3 ດ້ານ​ນີ້ ຖ້າ​ເກີດ​ມີ​ບັນ​ຫາ​ຄວາມຂັດ​ແຍ້ງ​ໃນ​ໂລກ​ນີ້​ຈົນ​ກະ​ທັ້ງ​ມັນ​ບານ​ປາຍ ປະ​ເທດ​ກໍ​ຈະ​ຍາກ​ລຳ​ບາກ​ຂຶ້ນ ທີ່​ນີ້​ອອກ​ໄປ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ ອັນ​ນີ້​ເລື້ອງ​ສຳ​ຄັນ​ຫລາຍ ສະ​ນັ້ນ​ແລ້ວ ຄວາມ​ສຳ​ພັນ​ລະ​ຫວ່າງ​ລາວ​ກັບ​ຈີນ​ນີ້ ​ດີ​ຫລາຍ​ຢູ່​ແລ້ວ ກຳ​ປູ​ເຈຍ​ກັບ​ຈີນ ມ​ຽນ​ມາ​ກັບ​ຈີນ ສະ​ນັ້ນ​ແລ້ວ ລົດ​ໄຟ​ທີ່​ຈະ​ເກີດ​ຂຶ້ນ​ ໃນ​ເອ​ເຊຍ​ສ່ວນເທິງ ຈະ​ມີ​ຄວາມ​ສຳ​ຄັນ​ຫລາຍ.”

ໂດຍ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຫາ​ຍາກ ທີ່​ບໍ​ລິ​ສັດ​ຈີນ​ໄດ້​ຮັບ​ສຳ​ປະ​ທານ ​ຢູ່ເຂດເມືອງ​ຜາ​ໄຊ​ໃນ​ແຂວງ​ຊຽງ​ຂວາງ ທີ່​ໄດ້​ຂຸດ​ເຈາະ​ໄປ​ແລ້ວ 30 ກວ່າ​ຂຸ​ມ​ນັ້ນ​ຈະ​ຄົບ​ອາ​ຍຸ​ສຳ​ປະ​ທານ​ການ​ຂຸດ​ຄົ້ນ ແລະສຳ​ຫລວດ​ໃນ​ທ້າຍ​ປີ 2025.

XS
SM
MD
LG