ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະ​ບົບ​ການ​ສອນ ​​ນັກ​ຮຽນ​ມັດ​ທະ​ຍົມ ທີ​ມີ​ພອນ​ສະ​ຫວັນ ​ເພື່ອເອົາ​ຄະ​ແນນ​ການ​ຮຽນ ໃນມະ​ຫາ​ວິ​ທະ​ຍາ​ໄລ​ລ່ວງ​ໜ້າ ໂດຍ​ທາງ​ອອນ​ລາຍ​


ອະ​ນາ​ສອນ ສີ​ລິ​ວົງ​ໄຊ ແລະ​ພວກ​ນັກ​ຮຽນ​ທີ​​ມີ​ພອນ​ສະ​ຫວັນ
ອະ​ນາ​ສອນ ສີ​ລິ​ວົງ​ໄຊ ແລະ​ພວກ​ນັກ​ຮຽນ​ທີ​​ມີ​ພອນ​ສະ​ຫວັນ

ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງວີ​ໂອ​ເອ ​ປະ​ຈຳແລງ​ວັນ​ພະ​ຫັດມື້​ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບ​ກັບ ​ຍາ​ນາງ​ອະ​ນາ​ສອນ ສີ​ຣິ​ວົງ​ໄຊ ອາ​ຈ​ານ​ສອນປະ​ຫວັດ​ສາດ​ໂລກ ປະ​ຫວັດ​ສາດ​ສະ​ຫະ​ລັດ ແລະພູ​ມີ​ສາດທາງ​ອອນ​ລາຍ ພ້ອ​ມ​ດ້ວຍ​ຄວ​າມຄິດ​ເຫັນ​ຂອງ​ນັກ​ວິ​ຊາ​ການແລະ​ ຜູ້​ປົກ​ຄອງ​ນັກ​ຮຽນ ຊຶ່ງ ກິ່ງ​ສະ​ຫວັນ ​ຈະ​ນຳ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ອະ​ນາ​ສອນ ສີ​ລິ​ວົງ​ໄຊ
ອະ​ນາ​ສອນ ສີ​ລິ​ວົງ​ໄຊ

ຍາ​ນາງ​ອະນາ​ສອນ ສີ​ຣິ​ວົງ​ໄຊ ແມ່ນ​ອາ​ຈານ​ສອນ​ຢູ່​ໃນ​ຫ້ອງ​ຮ​ຽນ ສອນ​ປະ​ຫວັດ​ສາດ​ໂລກ ປ​ະ​ຫວັດ​ສາດ​ສະ​ຫະ​ລັດ ແລະພູ​ມີ​ສາດ ​ຢູ່​ໃນ​ເຂດໂຮງ​ຮຽນຫລວງ ຂອງ​ນະ​ຄອນ​ອັດ​ແລນ​ຕາ ລັດ​ຈໍ​ເຈຍ ທາງ​ພາກ​ໃຕ້​ໄປ​ທາງ​ທິດ​ຕາ​ເວັນອອກ​ຂອງ​ສະ​ຫະ​ລັດ. ​ບັດ​ນີ້ຍາ​ນາງ​ອະ​ນາ​ສອນ ​ໄດ້​ປ່ຽນ​ການ​ສອນຈາກ​ຫ້ອງ​ຮຽນ ມາ​ເປັນທາງ​ອອນ​ລາຍ ​ໃຫ້​ແກ່​ພວກ​ນັກ​ຮຽນ​ຊັ້ນ​ມັດ​ທະ​ຍົມ​ປາຍ ໃນ​ໂຮງ​ຮຽນຫລວງ​ຢູ່​ສອງ​ຄື ລັດ​ເທັກ​ຊັ​ສ ແລະ​ລັດ​ຫລຸຍ​ເຊຍນາ.

ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແຕ່​ລະລັດ​ມີ​ຫລັກ​ສູດ​ການ​ສອນນັກ​ຮຽນບໍ່​ຄື​ກັນ ​ແລະ​ຕ້ອງ​ຜ່ານ​ການ​ຮັບ​ຮູ້​ຈາກ​ກະ​ຊວງ​ສຶກ​ສາ​ປະ​ຈຳ​ແຕ່ລະ​ລັດ. ການ​ຮຽນ​ທາງ​ອອນລາຍ Proximity Learning ແມ່ນ​ລະ​ບົບການ​ສຶກ​ສາ​ທີ່ຕັ້ງ​ຂຶ້ນ​ມາ​ໄດ້ 10 ປີ ທີ່​ຜ່ານ​ມາ. ​ໂຄງ​ການ​ນີ້​ປະ​ກອບ​ດ້ວຍ ​ກຸ່ມອະ​ດີດ​ຫົວ​ໜ້າ​ໂຮງ​ຮຽນ ນາຍ​ຄູ ແລະ​ນັກ​ວິ​ຊາ​ການ​ດ້ານການ​ສຶກ​ສາ. ເຂົາ​ເຈົ້າໄດ້​ຕັ້ງ​ຫລັກ​ສູດ​ການສອນໃຫ້​ແກ່​ພວກ​ນັກ​ຮຽນ ທີ່​ກຳ​ລັງ​ຮຽນຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ ທີ່​ເປັນ​ພວກ​ນັກ​ຮຽນ​ສະ​ຫລາດວ່ອງ​ໄວຖືກ​ຂັດ​ເລືອກເຂົ້າ​ມາ​ຮຽນທາງ​ອອນ​ລາຍ ໂດຍ​ທີ່​ບໍ່​ມີ​ນາຍ​ຄູ​ປະ​ຈຳຢູ່​ໃນ​ຫ້ອງ​ຮຽນ ແຕ່​ສອນຜ່ານ​ທາງ​ຄອມ​ພິ​ວ​ເຕີ​ຈາກ​ບ້ານ​. ຍ​າ​ນາງ​ອະ​ນະ​ສອນ ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ໂຄງ​ ກ​ານ​ສອນດັ່ງ​ກ່າວສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລະ​ບົບ​ການ​ສອນ​ທາງ​ອອນ​ລາຍນີ້ ພວກ​ນັກ​ຮຽນ​ຕ້ອງ​ໄປ​ປະ​ຈຳ​ຢູ່​ໂຮງ​ຮຽນ​ເຂົ​າ​ເຈົ້າ. ​ເມື່ອ​ຮອດ​ເວ​ລາ​ຮຽນ ເຂົາ​ເຈົ້າ​ພາ​ກັນ​ເຊັນ​ເຂົ້າ​ທາງ​ຄອມ​ພິວ​ເຕີ​ທີ່​ເຫັນ​ໜ້າ​ນາຍ​ຄູ ແລະ​ນາຍ​ຄູ​ກໍ​ເຫັນ​ໜ້າ​ພວກ​ນັກ​ຮຽນ ຊຶ່ງ​ຍາ​ນາງ​ອະ​ນະ​ສອນ ກ່າວ​ວ່າ:

​ສ່ວນ ດ​ຣ. ຊຳ​ລອງ ອິນ​ທະລີ ແມ່ນນັກ​ວິ​ຊາ​ການ​ດ້ານ​ການ​ສຶກ​ສາ​ຄົນ​ນຶ່ງ ແລະ​ມີ​ປະ​ສົບ​ການ​ສອນນັກ​ຮຽນ​ມາ​ເປັນ​ເວ​ລາກວ່າ​ສາມ​ທົດ​ສະ​ວັດ. ​ທ່ານ​ນາງ​ໄດ້​ອະ​ທິ​ບາຍ​ເພີ້ມ​ເຕີມ​ກ່ຽວ​ກັບ​ໂຄງ​ການ​ສອນ​ພິ​ເສດ​ທາງ​ອອນ​ລາຍ​ວ່າ ນັກ​ຮຽນ​ພວກ​ນີ້ ​ມີ​ພອນ​ສະ​ຫວັນ ຮຽນ​ເກັ່ງ ກ້າວ​ໜ້າ ແລະ​ຮຽນ​ຂ້າມ​ຫ້ອງ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ:

ລິງໂດຍກົງ

ທ່ານ​ບັນ​ດິດ ກອງ​ມະ​ນີ​ເພັດ ​ຜູ້​ປົກ​ຄອງ​ທີ່​ພາກ​ພູມ​ໃຈ ມີລູກ​ສາວ​ສອງ​ຄົນ ທີ່​ຮຽນ​ເກັ່ງ ແລະໄດ້​ຮັບ​ເຂົ້າ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຊື່​ສຽງ ແລະ​ຄ່າ​ຮຽນ​ແພງ ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ອັອ​ຟ ຊາ​ວ​ເທີນຄາ​ລິ​ຟໍ​ເນຍ (University of Southern California) ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ຍາ​ນາງ​ອະ​ນາ​ສອນ ສີ​ຣິ​ວົງ​ໄຊ ສຳ​ເລັດ​ປະ​ລິນ​ຍາ​ຕີ​ຝ່າຍ ປະ​ຫວັດ​ສາດ​ໂລກ ພູ​ມີ​ສາດ ແລະພາ​ສາ​ອັງກິ​ດ​ ຈາກມະ​ຫາ​ວິ​ທະ​ຍາ​ໄລ​ອິ​ສ​ເທີນ ​ນິວ​ເມັກ​ຊິ​ໂກ ໃນ​ປີ 1994 ແລະ​ປະ​ລິນ​ຍາ​ໂທ​ຝ່າຍ​ຜູ້​ນຳ​ການ​ສຶກ​ສາ (Education Leadership) ຊຶ່ງ​ປັດ​ຈຸ​ບັນ​ນີ້ ​ໄດ້​ຖືກ​ຄັດ​ເລືອກ​ເຂົ້າ ​ມາ​ສອນ​ທາງ​ອອນ​ລາຍ.

XS
SM
MD
LG