ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຮງງານຕ່າງຊາດ ທີ່ລັກລອບເຮັດວຽກຢ່າງຜິດກົດໝາຍ ໃນໄທ ໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດຂ້າມຊາດຫລາຍຂຶ້ນ


​ກຳ​ມະ​ກອນ​ ກ​ຳ​ປູ​ເຈຍ, ລາວ, ມຽນ​ມາ, ລົງ​ທະ​ບຽນ​ແຮງ​ງານ ​ໃນ​ປະ​ເທດ ໄທ.
​ກຳ​ມະ​ກອນ​ ກ​ຳ​ປູ​ເຈຍ, ລາວ, ມຽນ​ມາ, ລົງ​ທະ​ບຽນ​ແຮງ​ງານ ​ໃນ​ປະ​ເທດ ໄທ.

ແຮງ​ງານ​ຕ່າງ​ຊາດ​ທີ່​ລັກ​ລອບ​ເຮັດ​ວຽກ​ໂດຍ​ຜິດ​ກົດ​ໝາຍ​ໃນ​ໄທ ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ​ຂ້າມ​ຊາດ​ຫລາຍ​ຂຶ້ນ ສ່ວນ​ການ​ຄ້າ​ມະ​ນຸດ​ໃນ​ລາວ ​ກໍ​ຄື​ເປັນ​ອາດ​ຊ​ະ​ຍາ​ກຳ ​ທີ່​ຮອງ​ຈາກ​ການ​ຄ້າ​ຢາ ແລະ​ອາວຸດ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ ງ​ານ​ຈາກ​ບາງກອກ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ໃນ​ກະ​ຊວງແຮງ​ງານ​ໄທ ເປີດ​ເຜີຍ​ວ່າ ແຮງ​ງາ​ນ​ຕ່າງ​ຊ​າດທີ່​ລັກ​ລອບ​ເຮັກ​ວຽກ​ໂດຍ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ປະ​ເທດ​ໄທ ໂດຍ​ສະ​ເພາະ​ແມ່ນ​ແຮງ​ງານ​ຈາກ​ມຽນ​ມາ ​ກຳ​ປູ​ເຈຍ ແລະລາວ ນັ້ນ ​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ຂະ​ບວນ​ການ​ຄ້າ​ມະ​ນຸດ​ຂ້າມ​ຊາດ​ ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໃນ​ໄລ​ຍະ 5 ປີ ທີ່​ຜ່ານ​ມາ​ນີ້​ ຊຶ່ງ​ທາງ​ການ​ຕຳ​ຫລວດ​ໄທສາ​ມາດ​ສະ​ກັດ​ກັ້ນ​ການ​ຄ້າ​ມະ​ນຸດ ໄດ້​ຫ​ລ​າຍກວ່າ 2,400 ກໍ​ລະ​ນີ ແລະ​ຈັບ​ກຸມ​ຜູ້​ຕ້ອງ​ຫ​າ​ໄດ້​ເຖິງ 3,300 ກວ່າ​ຄົນ ໂດຍ​ສາ​ມາດ​ໃຫ້​ການ​ຊ່ວຍ​ເຫລືອ​ຜູ້​ທີ່​ຕົກ​ເປັນ​ເຫຍື່ອ ​ໄດ້​ຫລາຍກວ່າ 6,400 ຄົນ ແລະ​ໃນ​ນີ້ ​ເກີນກວ່າ 90 ​ເປີ​ເຊັນ ກໍ​ຄື​ແຮງ​ງານ​ມຽນ​ມາ ກຳ​ປູ​ເ​ຈຍ ແລະ​ລ​າວ ທີ່​ລັກ​ລອບ​ເຮັດ​ວຽກ​ໃນ​ໄທ​ໂດຍ​ຜິດ​ກົດ​ໝາຍ ຈຶ່ງ​ເຮັດ​ໃຫ້​ສາ​ມາດ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ​ໄດ້ຕະ​ຫລອດ​ເວ​ລາ ເພາະ​ເປັນ​ແຮງ​ງານ​ທີ່​ບໍ່​ໄດ້​ຮັບ​ກ​ານ​ເບິ່ງ​ແຍງ​ຈາ​ກ​ນາຍ​ຈ້າງ ແລະ​ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງຕາມ​ກົດ​ໝາຍ​ແຮງ​ງານ​ໄທ​ອີກ​ດ້ວຍ ໂດຍ​ກຸ່ມ​ທີ່​ຕົກ​ເປັນ​ເຫ​ຍື່ອ​ຫລາຍ​ທີ່​ສຸດກໍຄືແຮງ​ງານ​ເພດ​ຍິງ ທີ່​ຖືກ​ບັງ​ຄັບ​ໃຫ້​ຂາຍ​ບໍ​ລິ​ການທາງ​ເພດ ແຮງ​ງານ​ໃນ​ເຮືອ​ປະ​ມົງ ແລະ​ແຮງ​ງານ​ເດັກ​ທີ່​ຖືກ​ບັງ​ຄັບ ໃຫ້​ເປັນ​ຄົນ​ຂໍ​ທ​ານ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ໄທ ໄດ້ໃຫ້​ການ​ຢືນ​ຢັນ​ວ່າ:

“ສຳ​ລັບ​ສະ​ຖາ​ນະ​ການ​ດ້ານ​ມະ​ນຸດ​ໃນ​ປະ​ເທດໄທ​ນັ້ນ ກໍ​ມີ​ທັງ​ໝົດ​ຢູ່ 3 ຮູບ​ແບບ ກໍ​ຄື​ເ​ລື້ອງ​ຂອງ​ການ​ຄ້າ​ປະ​ເວ​ນີ​ນັ້ນ ອັນ​ນີ້​ກໍ​ເປັນ​ເລື້ອງ​ນຶ່ງ ​ທີ່ມີຈຳ​ນວນ​ຫລາຍ​ດ້ວຍ ສ່ວນ​ໃຫຍ່​ຈະ​ພົບ​ກໍ​ຄື​ຄົນ​ນຶ່ງ​ອາ​ຍຸ​ຕ່ຳກວ່າ 18 ປີ ​ອັນ​ທີ​ສອງ​ກໍ​ຄື​ເລື່ອງ​ການ​ບັງ​ຄັບ ໃຫ້​ແຮງ​ງານ​ໃນ​ເຮືອ​ປະ​ມົງ ສ່ວນ​ໃຫຍ່​ກໍ​ເປັນຄົນ​ທີ່​ມ​າຈາກ​ປະ​ເທດ​ເພື່ອນ​ບ້ານ ທີ່​ເປັນ​ຄົນຕ່າງ​ດ້າວ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ​ທີ່​ຖືກ​ຫລອກ​ຈາກ​ການ​ໜີ ທີ່​ອາດ​ຈະ​ມາ​ຫາ​ເຮັດ​ວຽກ ແລ້ວ​ມາ​ພົບ​ນາຍ​ໜ້າ​ກໍ​ຈະ​ຊັກ​ຊວນ​ໃຫ້​ໄປ​ເຮັດ​ວຽກ​ໃນ​ເຮືອ​ປະ​ມົງ ອັນ​ທີ 3 ກໍ​ຄືເລື້ອງ​ການ​ຫາ​ປະ​ໂຫຍດ​ຈາກ​ການ​ນຳ​ຄົນ​ມາ​ຂໍ​ທານ ສ່ວນ​ໃຫຍ່​ກໍ​ເປັນ​ເດັກ​ທີ່​ມາ​ຈາກ​ປ​ະເ​ທ​ດ​ເພື່ອນ​ບ້ານ.”

ໃນ​ປັດ​ຈຸ​ບັນ​ນີ້ ມີ​ແຮງງ​ານ​ລ​າວ​ທີ່​ເຮັດ​ວຽກ​ຢ່າງ​ຖືກ​ຕ້ອງ​ໃນ​ໄທ 213,203 ຄົນ ແຕ່​ວ່າ​ນາຍ​ຈ້າງ​ໃນ​ໄທ​ ຍັງ​ຕ້ອງ​ການ​ແຮງ​ງານ​ອີກ​ຫລາຍກວ່າ 4 ແສນ​ຄົນ ​ຊຶ່ງ​ທາງ​ການ​ໄທອະ​ນຸຍາດ​ໃຫ້​ນຳ​ເຂົ້າ​ແຮງ​ງານໂດຍ​ຜ່ານ​ບໍ​ລິ​ສັດ​ຈັດ​ຫາ​ເທົ່າ​ນັ້ນ ສ່ວນ​ເຄືອ​ຂ່າຍ​ແຮງ​ງານ​ອົບ​ພະ​ຍົບ​ໃນ​ອາ​ຊຽນ ກໍ​ປະ​ເມີນ​ວ່າ​ຈະ​ມີ​ແຮງ​ງານ​ລາວ​ໄປ​ລັກ​ລອບ​ເຮັດ​ວຽກໃນ​ໄທ​ເພີ້ມ​ຂຶ້ນ​ອີກ​ຫລາ​ຍກວ່າ 5 ແສນ​ຄົນ ​ເພາະ​ການ​ໄປ​ເຮັດ​ວຽກ​ໃນ​ໄທ ໂດຍ​ຜ່ານ​ບໍ​ລິ​ສັດ​ຈັດ​ຫາ​ວຽກ​ນັ້ນ ​ຈະ​ມີ​ຄ່າ​ໃຊ້​ຈ່າຍ 10 ກວ່າ​ລ້ານ​ກີບ ​ຊຶ່ງ​ແພງ​ເກີນ​ໄປ​ສຳ​ລັບ​ແຮງ​ງານ​ລາວ​ນັ້ນ​ເອງ.

ຍິ່ງ​ໄປ​ກວ່າ​ນັ້ນ ເມື່ອ​ສົມ​ທົບ​ດ້ວຍ​ບັນ​ຫາ​ຄ່າ​ຄອງ​ຊີບ ທີ່​ປັບໂຕ​ສູງ​ຂຶ້ນ​ນັບ​ມື້ ແຕ່​ວ່າ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ກັບ​ຍັງ​ມີ​ລາຍ​ໄດ້​ເທົ່າ​ເດີມ ໂດຍ​ສະ​ເພາະ​ແມ່ນ​ອັດ​ຕາ​ຄ່າ​ຈ້າງຂັ້ນ​ຕ່ຳຂອງແຮງ​ງານ​ໃນ​ລາວ ທີ່​ບໍ່​ໄດ້​ມີ​ການ​ປັບ​ຂຶ້ນ​ເພື່ອ​ເຮັດ​ໃຫ້​ສອດ​ຄອງ​ກັບ​ສະ​ພາບ​ການ​ໂຕ​ຈິງ​ນັ້ນ ກໍ​ຄື​ສາ​ເຫດ​ທີ່​ສຳ​ຄັນ ​ທີ່​ເຮັດ​ໃຫ້​ແຮງ​ງານ​ລາວ​ຕ້ອງ ພາ​ກັນ​ເດີນ​ທາງ​ໄປ​ລັກ​ລອບ​ທຳ​ງານໃນ​ໄທ​ເພີ້ມ​ຂຶ້ນ​ອີກ ເນື່ອງ​ຈາກ​ເປັນ​ຈຸດໝ​າຍ​ປາຍ​ທາງ​ທີ່​ແຮງງ​ານ​ລ​າວ ສ​າ​ມາດ​ເດີນ​ທາງ​ໄປ​ໄດ້​ງ່າຍ​ທີ່​ສຸດ ທັງ​ກໍ​ມີຍັງ​ອັດ​ຕາ​ຄ່າ​ຈ້າງ​ສູງກວ່າຢູ່​ໃນ​ລາວ​ເກີນກວ່າ 4 ເທົ່າ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ເດີນ​ທາງ​ໄປ​ໄທ​ ເພີ້​ມ​ຂຶ້ນ​ດັ່ງ​ກ່າວ ເພາະ​ຢ່າງໜ້ອຍ​ກໍ​ຍັງ​ມີ​ເງິນ​ເຫລືອ​ສຳ​ລັບ​ທີ່​ຈະ​ສົ່ງ​ກັ​ບ​ຄືນ​ມາ​ຈຸນ​ເຈືອ​ຄອບ​ຄົວ​ໃນ​ລາວ​ໄດ້​ບາງ​ສ່ວນ ຫາກ​ແຕ່​ບັນ​ຫາ​ທີ່​ຮຸນ​ແຮງ​ຂຶ້ນ​ກໍ​ຄື ແຮງ​ງານ​ລາວ​ທີ່​ລັກ​ລອບ​ເຮັດ​ວຽກ​ໃນ​ໄທ​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ​ຫລາຍ​ຂຶ້ນ ແລະ​ຖື​ເປັນ​ອາຊະ​ຍາ​ກຳ ທີ່​ມີ​ລະ​ບ​ດັບ​ຄວາມ​ຮຸນ​ແຮງ​ເປັນ​ອັນ​ດັບ​ທີ 3 ຮອງ​ຈາກ​ບັນ​ຫາ​ຄ້າ​ຢາ​ເສບ​ຕິດ ແລະ​ອາ​ວຸດ​ສົງ​ຄາມ​ດ້ວຍ ດັ່ງ​ທີ່​ພົນ​ຈັດ​ຕະ​ວາ ແກ່ນ​ຈັນ ພົມ​ມະ​ຈັກ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ຕຳ​ຫລວດ​ຢືນ​ຢັນ​ວ່າ:

ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ການ​ຄ້າ​ມະ​ນຸດ ແມ່ນ​ການ​ຂູດ​ຮີດ​ແຮງ​ງານ ແລະ​ຂູດ​ຮີດ​ທາງ​ເພດ​ ເພື່ອ​ຫາ​ຜົນ​ປະ​ໂຫຍດ​ທີ່​ຜິດ​ກົດ​ໝາຍ ແລ​ຖືກ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 3 ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຖັດ​ຈາກ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ ແລະ​ອາ​ວຸດ ຊຶ່ງ​ແຕ່​ລະ​ປີ​ມີ​ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະ​ນຸດ​ເປັນ​ຈຳ​ນວນ​ຫລາຍ.”

ຍິ່ງ​ໄປ​ກວ່າ​ນັ້ນ ​ບັນ​ຫາ​ອາດຊະ​ຍາ​ກຳ​ທັງ​ການ​ຄ້າ​ຢາ​ເສບ​ຕິດ ​ການ​ຄ້າ​ເຖື່ອນ ໜີ​ພາ​ສີ ການ​ຄ້າ​ປະ​ເວ​ນີ ແລະການ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ນັ້ນ​ຍັງຄື​ເປັນ​ບັນ​ຫາ​ທີ່​ຮຸ​ນ​ແຮງ​ຂຶ້ນ​ຢູ່​ໃນ​ເຂດ​ພາກ​ເໜືອ​ຂອງ​ລາວ​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ຢູ​ເຂດ 39 ບ້ານ​ ທີ່​ຕັ້ງຢູ່​ຕິດ​ກັບ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມຄຳ ທີ່​ເມືອງ​ຕົ້ນ​ເຜີ້ງ ແຂວ​ງ​ບໍ່ແກ້ວ​ນັ້ນຖື​ເປັນ​ເຂດ​ທີ່​ອາດ​ຊະ​ຍາ​ກຳ​ໄດ້​ເພີ້ມ​ຂຶ້ນ​ຫລາຍ​ທີ່​ສຸດ ນັບ​ຈາກ​ການ​ສົ່ງ​ເສີມ​ການທ່ອ​ງ​ທ່ຽວ ​ລະ​ຫວ່າງ​ລາວ​ກັບ​ຈີນ ເມື່ອ​ປີ 2019 ເປັນ​ຕົ້ນ​ມາ​ນັ້ນ ທາງ​ການ​ລາວ​ໄດ້​ຈັບ​ອາດ​ຊະ​ຍາ​ກອນ​ຊາວ​ຈີນ​ທີ່​ໄດ້​ກະ​ທຳຜິດ​ໃນ​ລາວ ແລະ​ໄດ້​ສົ່ງ​ໂຕ​ໄປ​ໃຫ້ກັບທາງການ​ຈີນ​ຫລາຍກວ່າ 1,600 ຄົນ ທີ່​ສໍ້​ໂກງ​ຊາວ​ຈີນ​ດ້ວຍ​ກັນ ​ຜ່ານ​ລະ​ບົບ​ອິນ​ເຕີ​ແນັດ ຈຳ​ນວນ 2,500 ກວ່າ​ກໍ​ລະ​ນີ​ທີ່​ຄິດ​ເປັນ​ມູນ​ຄ່າ ໃນ​ການ​ສໍ້​ໂກງ​ຫລາຍກວ່າ 2,500 ລ້ານຢວນ ທາງ​ດ້ານ​ສະ​ຫະ​ພັນ​ແມ່​ຍິງ​ລາວ​ກໍ​ໄດ້​ປະ​ສານ​ງານ​ກັບ​ທາງ​ການ​ຈີນ ເພື່ອ​ຂໍ​ໃຫ້​ຊ່ວຍ​ເຫລືອ​ແມ່​ຍິງ​ລາວ​ທີ່​ຕົກ​ເປັນ​ເຫຍື່ອ​ການ​ຄ້າ​ມະ​ນຸດ​ໃນ​ຈີນ​ໄດ້ 270 ຄົນ ໃນ​ປີ 2020-2022 ​ທີ່​ຜ່ານ​ມາ.

XS
SM
MD
LG