ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ບັນ​ດານັກ​ທຸ​ລະ​ກິດ ຮ້ານ​ອາ​ຫານ​ຄົນ​ລາວ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ


​ຮ້ານ​ອາ​ຫານ​ໄທ​ນ້ອຍ ​ທີ່​ຄົນ​ລາວ​ເປັນ​ເຈົ້າ​ຂອງ​ໃນ​ເມືອງ​ອາກ​ລິງ​ຕັນ ​ບໍ​ລິ​ການ​ອາ​ຫານ​ລາວ​-ໄທ ຕົກ​ແຕ່ງ​ດ​້ວຍສິນ​ລະ​ປະ​ພື້ນ​ເມືອງ​ລາວ
​ຮ້ານ​ອາ​ຫານ​ໄທ​ນ້ອຍ ​ທີ່​ຄົນ​ລາວ​ເປັນ​ເຈົ້າ​ຂອງ​ໃນ​ເມືອງ​ອາກ​ລິງ​ຕັນ ​ບໍ​ລິ​ການ​ອາ​ຫານ​ລາວ​-ໄທ ຕົກ​ແຕ່ງ​ດ​້ວຍສິນ​ລະ​ປະ​ພື້ນ​ເມືອງ​ລາວ

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາ​ວ​ລາວ​ ຂອງວີ​ໂອ​ເອ ປະ​ຈຳ​ວັນ​ແລງ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ໂອ້​ ລົ​ມ​ກັບບັນ​ດາ​ນັກ​ທຸ​ລະ​ກິດ ທີ່ມີຮ້ານ​ອາ​ຫານ​ລາວ ​ຢູ່​ໃນ​ເຂດ​ນະ​ຄອນ​ຫລວງ ວໍ​ຊິງຕັນ ດີ​.ຊີ. ​ອາ​ຫານແຕ່​ລະ​ຮ້ານ​ມີລົດ​ຊາດ​ແຊບ​ນົວແຕກ​ຕ່າງ​ກັນ ແລະ​ບໍໍ່​ຊ້ຳ​ແບບ​ກັນ. ​ຮ້ານ​ອາ​ຫານ​ຄົນ​ອາເມ​ຣິກັນ​ເຊື້ອ​ສາຍ​ລາວທີ່ເປັນ​ເຈົ້າ​ຂອງ​ເຫລົ່າ​ ນີ້ ​ບໍ​ລິ​ການ​ອາ​ຫານ​ຊະ​ນິດ​ໃດ​ແລະ​ຕັ້ງ​ຢູ່​ເຂດ​ໃດ​ແດ່​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ການ​ເຮັດ​ທຸ​ລະ​ກິດຢູ່​ໃນ​ສະ​ຫະ​ລັດ ​ຕ້ອງ​ມີ​ທຶນຫລາຍ​ສົມ​ຄວນ ໂດຍ​ສະ​ເພາະ​ເປີດ​ຮ້ານ​ອາ​ຫານ ຈະ​ຕ້ອງໃຊ້​ທຶນ​ຢ່າງ​ໜ້ອຍ 100,000 ພັນ​ໂດ​ລາ ຂຶ້ນ​ໄປ ​ແລະ​ຕ້ອງໄດ້​ຜ່ານ​ຂັ້ນ​ຕອນການຂໍ​ອະ​ນຸ​ຍາດ​ໃຫ້​ຖືກ​ຕ້ອງຕາມກົດ​ລະ​ບຽບທ້ອງ​ຖິ່ນ. ການ​ເປີດ​ຮ້ານ​ອາ​ຫານມີ​ຄວາມ​ສ່ຽງ ​ມີ​ຄວາມ​ຮັບ​ຜິດ​ຊອບສູງ ​ມີ​ການ​ແຂ່ງ​ຂັນ ຜູ້​ບໍ​ລິ​ຫານ​ຕ້ອງ​ມີ​ແນວ​ຄິດ ປະ​ດິດ​ສ້າງ​ບໍ່​ໃຫ້​ຄື​ກັບ​ຮ້ານ​ອື່ນໆ​ ເຊັ່ນ​ວ່າ​ການ​ປຸງ​ແຕ່ງອາ​ຫານ​ໃຫ້​ມີ​ລົດ​ຊາ​ດ​ແຊບແລະການ​ຕົກ​ແຕ່ງ​ໃຫ້​ເປັນ​ທີ່​ດືງ​ດູດແກ່​ພວກ​ລູກ​ຄ້າ. ເຖິງ​ຢ່າງ​ໃດ​ກໍ​ດີ ມີ​ຜູ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແ​ຫຼວໄປຫລ​າຍໆລາຍແລ້ວ​ກໍ​ມີ.

​ຢູ່​ໃນ​ເຂດ​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ດີ​.ຊີ ມີ​ຮ້ານ​ອາ​ຫານ​ທີ່​ບໍ​ລິ​ການ​ອາ​ຫານ​ລາວ​ໄທ​ຢູ່​ຫົກ​ຮ້ານ​ ​ຄືຮ້ານ​ອາ​ຫານ​ປາ​ແດກ ຢູ່​ເມືອງ​ຟອນ​ເຊີດ ຮ້ານ​ອາ​ຫານ​ໄທ​ນ້ອຍຢູ່​ເມືອງ​ອາ​ລິງ​ຕັນ ແລະຮ້ານ​ອາ​ຫານລັອບ​ສະ​ເຕີ ຢູ່​ເມືອງ​ເຮີນ​ເດີນ​ ທັງ​ໝົດ​ນີ້​ຕັ້ງ​ຢູ່​ທາງ​ພາກ​ເໜືອ ​ຂອງລັດ​ເວີ​ຈີ​ເນຍ ຊານນະ​ຄອນ​ຫລວງວໍ​ຊິ​ງ​ຕັນ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ. ​ສຳ​ລັບຢູ່​ ໃນ​ໂຕ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ດີ​.ຊີ ມີ​ຮ້ານອາ​ຫານ​ລາວ​ສາມ​ຮ້ານ​ຄື ຮ້ານອາ​ຫານຕິບ​ເຂົ້າ ຮ້ານອາ​ຫານ​ຫາ​ນຸ​ມານ ແລະ​ຮ້ານ​ອາ​ຫານ​ລາວ​ອິນ​ທາວ.

ການ​ຕົກ​ແຕ່ງ​ອາ​ຫານ​ຮ້ານ​ຕິບ​ເຂົ້າ ທີ່​ໜ້າ​ຮັບ​ປະ​ທານ
ການ​ຕົກ​ແຕ່ງ​ອາ​ຫານ​ຮ້ານ​ຕິບ​ເຂົ້າ ທີ່​ໜ້າ​ຮັບ​ປະ​ທານ

ຍາ​ນາງແສງ ແລະ​ທ່ານ​ບຸນ ຫລວງ​ລາດ ເຈົ້າ​ຂອງ​ຮ້ານ​ອາ​ຫານ​ຕິບ​ເຂົ້າ ຮ້ານ​ອາ​ຫານ​ປາ​ແດກ ແລະ​ຮ້​ານ​ອາ​ຫານ​ຫາ​ນຸ​ມານ ໄດ້ຕັ້ງ​ຮ້ານ​ອາ​ຫານ ແລະ​ຂະ​ຫຍາຍ​ທຸ​ລະ​ກິດ​ມາ​ໄດ້​ສິບກວ່າ​ປີ​ແລ້ວ. ທ່ານ​ບຸນ ກ່າວວ່າການ​ເຮັດ​ທຸ​ລະ​ ກິດ​ຮ້ານ​ອາ​ຫານ​ມີ​ລາ​ຄາ​ແພງ​ ໂດຍ​ສະ​ເພາະ​ຄ່າ​ເຊົ່າຮ້ານ​ຕິບ​ເຂົ້າ​ເດືອນ​ນຶ່ງ 20 ກວ່າ ພັນ​ໂດ​ລາ ແລະ​ຍັງ​ບໍ່​ໄດ້​ເວົ້າ​ເຖິງ​ຄ່າ​ແຮງ​ງານ. ​ທ່ານ​ບຸນ​ໄດ້​ອະ​ທິ​ບາຍກ່ຽວ​ກັບການ​ບໍ​ລິ​ຫານ​ທຸ​ລະ​ກິດ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

​ທ່ານ​ບຸນ​ທ່ຽງ ແສ​ງ​ມອງ ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍລາວ ​ຜູ້ມີ​ປະ​ສົບ​ການ​ຄົວ​ກິນ​ມາ​ຈາກ​ໂຮງ​ແຮມ ແລະ​ຮ້ານ​ອາ​ຫານມາເປັນ​ເວ​ລາ 20 ກ່​ວາປີ ຢູ່​ໃນ​ເຂດ​ນະ​ຄອນ​ຫລວງວໍຊິງ​ຕັນ. ​ທ່ານ​ໄດ້​ຕັດ​ສິນ​ໃຈລົງ​ທຶນ​ເຂົ້າ​ຫຸ້ນ​ສ່ວນ​ກັບ​ເພື່ອນ​ຄົນ​ໄທ ​ເປີດ​ຮ້ານ​ອາ​ຫານ​ເປັນ​ຂອງ​ຕົນ​ເອ​ງ​ ໂດຍ​ໃຊ້​ລັອບສະ​ເຕີ ຫລືກຸ້ງ​ໃຫ່​ຍ ​ເປັນ​ຫລັກ​ສຳ​ຄັນ​ ປະ​ສົມ​ກັບ​ອາ​ຫານທີ່ນິ​ຍົມ​ຂອງ​ໄທລາວ ອັ​ນ​ເປັນແນ​ວ​ຄິດ​ປະ​ດິດ​ຄິດ​ສ້າງຂຶ້ນ​ມາ​ໂດຍທ່ານ​ບຸນ​ທ່ຽງ​ເອງ ທີ່​ເປັນພໍ່​ຄົວ​ໃຫຍ່ປະ​ຈຳ​ຮ້ານ. ທ່າ​ນ​ກ່າວ​ວ່າ​ອາ​ຫານ​ຂອງ​ທ່ານ​ແມ່ນ​ຕ້ອ​ງ​ມີ​ກຸ້ງ​ໃຫຍ່ ຖ້າ​ບໍ່​ມີ​ເງິນ​ເຖິງ 50 ໂດ​ລາ ແມ່ນ​ເຂົ້າ​ມາ​ກິນ​ບໍ່​ໄດ້ ​ຊຶ່ງ​ທ່ານໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ທ່ານ​ບຸນ​ທ່ຽງ ແສງມອງ ພ​ໍ່​ຄົວ ຮ້ານ​ອາ​ຫານ​ລັອບ​ສະ​ເຕີ
ທ່ານ​ບຸນ​ທ່ຽງ ແສງມອງ ພ​ໍ່​ຄົວ ຮ້ານ​ອາ​ຫານ​ລັອບ​ສະ​ເຕີ
ລິງໂດຍກົງ

ຮ້ານ​ອາ​ຫານ​ໄທ​ນ້ອຍ​ແມ່ນ​ຄົນ​ລາວ​ເປັນ​ເຈົ້າ​ຂອງ​ເປີດ​ບໍ​ລິ​ການອາ​ຫານ​ລາວ​ໄທ ມາ​ໄດ້ 24 ປີ ແລ້ວ​ໄດ້​ຮັບ​ຜົນສຳ​ເລັດ ແລະ​ຖືກ​ຍ້ອງ​ຍໍ​ຈາກ​ນັກ​ຕິ​ຊົມ​ຮ້ານ​ອາ​ຫານ​ມາ​ຫລາຍ​ຄັ້ງ​ວ່າ ​ເປັນ​ອາ​ຫານ​ທີ່​ມີ​ລົດ​ຊາດ​ແຊບ ດັ່ງ​ທີ່​ນາງຂານ ແມ່​ຄົວ ແລະ​ເຈົ້າ​ຂອງ​ຮ້ານ​ໄທ​ນ້ອຍ ​ໄດ້​ກ່າວ​ສູ່​ວີ​ໂອ​ເອ​ຟັງ​ດັ່ງ​ນີ້​:

ລິງໂດຍກົງ

ນັ້ນ​ແມ່ນ​ຜົນ​ສຳ​ເລັດ​ຂອງ​ການ​ເຮັດ​ທຸ​ລະ​ກິດ​ຮ້ານ​ອາ​ຫານ​ລາວ​ ​ຢູ່​ໃນ​ເຂດ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ດີ.​ຊີ. ໃນ​ໄລ​ຍະ 10 ກວ່າ​ປີ ທີ່​ຜ່ານ​ມາ​ນີ້ ໂດຍ​ສະ​ເພາະ​ອາ​ຫານ​ລາວ​ຢູ່​ໃນ​ສະ​ຫະ​ລັດ ໄດ້​ພິ​ສູດ​ໃຫ້​ເຫັນການ​ຖືກຮັບ​ຮູ້ ​ຍ້ອງ​ຍໍຈາກ​ນັກ​ຕິ​ຊົມອາ​ຫານ ທີີ່​ເລີ້ມຈາກ​ທ້ອງ​ຖິ່ນ ​ຂຶ້ນ​ໄປ​ຈົນ​ຮອດ​ລະ​ດັບ​ສາ​ກົນ.

XS
SM
MD
LG