ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວີ​ໂອ​ເອ ສຳ​ພາດ ຄະ​ນະ​ສ້າງ​ຮູບ​ເງົາ "Without Measure" ຫລື ບໍ່​ມີການ​ວັດ​ແທກ


ນາງ​ພອນ​ທິບ ໄຊ​ຍະ​ລາດ (ຂວາ​ສຸດ) ແລະຄະ​ນະ​ສ້າງ​ຮູບ​ເງົາ "Without Measure" ຫລື ບໍ່​ມີ​ການ​ວັດ​ແທກ
ນາງ​ພອນ​ທິບ ໄຊ​ຍະ​ລາດ (ຂວາ​ສຸດ) ແລະຄະ​ນະ​ສ້າງ​ຮູບ​ເງົາ "Without Measure" ຫລື ບໍ່​ມີ​ການ​ວັດ​ແທກ

ນາງ​ພອນ​ທິບ ໄຊ​ຍະ​ລາດ ອາ​ຍຸ 34 ປີເກີດ​ຢູ່​ລັດ​ມິນ​ນິ​ໂຊ​ຕາ ສະ​ຫະ​ລັດ ​ອາ​ເມ​ຣິ​ກາ. ພອນ​ທິບ ສາ​ມາດ​ປາກ​ເວົ້າ​ພາ​ສາ​ລາວ​ໄດ້​ດີພໍ​ສົມ​ຄວນ ​ບໍ່​ເຄີຍ​ໄດ້​ໄປ​ຢ້ຽ​ມຢາມ​ປະ​ເທດ​ລາວ ແ​ຕ່ມັກ​ສັງ​ເກດ​ເບິ່ງຊີວິດສິ່ງ​ແວດ​ລ້ອມ​ ຂອງສັງ​ຄົມລາວອາ​ເມ​ຣິ​ກັນ ແລະມັກກິນ​ອາ​ຫານ​ລາວ. ​ພອນ​ທິບ ​ເຄີຍ​ເຮັດ​ວຽກ​ເປັນ​ຜູ້​ບໍ​ລິ​ ຫ​ານຢູ່​ຮ້ານ​ອາ​ຫານແຫ່ງນຶ່ງ ​ໃນເຂດ​ນະ​ຄອນ​ຊິຄາ​ໂກເປັນເວ​ລາ​ຫລາຍປີ ແຕ່​ ຄວາມ​ຝັນ​ຢາກ​ເປັນ​ຜູ້​ຖ່າຍ​ທຳ​ຮູບ​ເງົາປະ​ກອບ​ການເລົ່າ​ເລື້ອງຊີ​ວິດ​ຂອງ​ຄົນ​ລາວກັບ​ການ​ປຸງ​ແຕ່ງ​ອາ​ຫານ​ນັ້ນ​ຍັງຝັງ​ໄວ້ຢູ່​ໃນ​ຈິດ​ໃຈ.

ລະ​ຫວ່າງ​ການ​ແຜ່​ລະ​ບາດ​ໂຄວິດ-19 ​ສອງ​ປີ​ທີ່​ຜ່ານ​ມາ ພອນ​ທິ​ບ​ໄດ້​ຕັດ​ສິນ​ໃຈ​ໄປ​ເຂົ້າ​ໂຮງ​ຮຽນ​ສ້າງ​ຮູບ​ເງົາ ຢູ່ໂຮງ​ຮຽນ The Second City Film School ໃນນະ​ຄອນ​ຊິ​ຄາ​ໂກເປັນ​ເວ​ລາ​ນຶ່ງ​ປີ ຊຶ່ງ​ໃຊ້ຄ່າ​ຮຽນ​ກວ່າ 20,000 ໂດ​ລາ ເປັນ ​ຫລັກ​ສູດແບບ​ເລັ່​ງ​ລັດ ແລະມີ​ນັກ​ຮຽນ​ຈຳ​ກັດ​ພຽງ 13 ຄົນ​ເທົ່າ​ນັ້ນ ຊຶ່ງ​ພອນ​ທິບ ກ່າວສູ່ ວີ​ໂອ​ເອ ຟັງ​ວ່າ:

ຫລັງ​ຈາກ​ຮຽນ​ຈົບ ພອນ​ທິບ ໄດ້​ປະ​ກອບ​ທີມ​ຖ່າຍ​ທຳ ເພື່ອ​ສ້າງຮູບ​ເງົາທີ່​ມີຊື່​ວ່າ “Without Measure” ຫຼື​ບໍ່​ມີ​ການ​ວັດ​ແທກ ຊຶ່ງ​ໝາຍເຖິງ​ການ​ປຸງ​ແຕ່ງ​ອາ​ຫານ ພື້ນ​ເມືອງລາວ​ທີ່ບໍ່ໃຊ້ການ​ກຳ​ນົດ​ເຄື່ອງ​ປຸງເລີຍວ່າ ໃສ່​ເກືອ ນ້ຳ​ປາແລະ​ປາ​ແດກ​ໜ້ອຍ​ຫລາຍ​ປານ​ໃດ ອັນ​ເປັນ​ປະ​ເພ​ນີປຸງ​ແຕ່ງ​ອາ​ຫານ​ລາວ ທີ່​ບໍ່​ຄື​ກັນ ກັບ​ອ​າ​ຫານ​ຊາວ​ຕາ​ເວັນ​ຕົກ ທີ່​ຈະ​ຕ້ອງ​ໄດ້ໃຊ້​ຫລັກ​ສູດ ແນະ​ນຳ​ການ​ປຸງ​ແຕ່ງວ່າ​ຕ້ອງ​ໃສ່ເຄື່ອງ​ປຸງ​ອາ​ຫານ​ແຕ່​ລະ​ເຢື່ອງ​ໜ້ອຍ​ຫລາຍ​ເທົ່າ​ໃດ ແລະອຸນ​ຫະ​ພູມ ຄວາມ​ຮ້ອນ ​ຄວາມ​ເຢັນ ສູງ​ຕ່ຳ ແລະ​ໃຊ້​ເວ​ລາ​ດົນ​ປານ​ໃດ. ​

ພອນ​ທິບ​ ​ຜູ້​ສ້າງຮູບ​ເງົາ ພ້ອມ​ດ້ວຍ​ຄະ​ນະອີກ​ສາມ​ຄົນ ອັນມີ​ໜ້າ​ທີ່ ​ຜູ້​ອຳ​ນວຍ ການ​ ຜູ້​ຄວບ​ຄຸມ​ສຽງ ແລະຜູ້​ຖ່າຍ​ທຳ​ຮູບ​ພາບ ຊຶ່ງ​ພອນ​ທິບ ໄດ້​ອະ​ທິ​ບາຍ​ເຖິງ​ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ຮູບ​ເງົາຕໍ່​ໄປ​ອີກວ່າ:

ຄະ​ນະ​ຖ່າຍ​ທຳ​ຮູບ​ເງົາກຳ​ລັງ​ເດີນ​ທາງ ​ໄປ​ຢ້ຽມ​ຢາມນະ​ຄອນວຽງ​ຈັນ ຫລວງ​ພ​ະ​ບາງ ສະ​ວັນ​ນະ​ເຂດ ປາກ​ເຊ ແລະ​ສາ​ຣະ​ວັນ ຊຶ່ງຈະ​ໃຊ້​ເວ​ລານຶ່ງ​ເດືອນ​ເພື່ອ​ສຳ​ພາ​ດ ແລະ​ບັນ​ທຶກ​ການ​ປຸງ​ແຕ່ງ​ອາ​ຫານ​ພື້ອນ​ເມືອງ​ ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ລາວ. ​ການ​ເດີນ​ທາງ​ໄປ​ເມືອງ​ລາວ​ຄັ້ງ​ນີ້ ຄະ​ນະ​ຖ່າຍ​ທຳຕ້ອງ​ໄດ້​ຂໍ​ອະ​ນຸ​ຍາດ​ ​ສະ​ເໜີ​ໃຫ້ລັດ​ຖະ​ບານ ສ​ປ​ປ ລາວ ຊາບ​ລ່ວງ​ໜ້າ ເພື່ອ​ອະ​ນຸດ​ມັດ​ແຜນ​ການ​ດັ່ງ​ກ່າວ ແລະຕ້ອງ​ໄດ້​ຈ້າງ​ຜູ້​ສັງ​ເກດ​ການ​ ຕິດ​ຕາມ​ໄປ​ນຳ​ອີກ​ຄົນ​ນຶ່ງ ຊຶ່ງພອນ​ທິບ ກ່າວ​ດັ່ງ​ນີ້:

ການ​ສ້າງ​ຮູບ​ເງົາ​ເປັນ​ວຽກ​ງານ​ທີ່​ຕ້ອງໃຊ້ຫົວ​ຄິດ​ປະ​ດິ​ດສ້າງ ຊ່ຽວ​ຊານ​ດ້ານ​ເທັກ​ນິກ ໃຊ້​ເງິນ​ຫລາຍ ແລະ​ໃຊ້​ເວ​ລາກວດ​ສອບ​ເປັນ​ເວ​ລາ​ນານ ​ກ່ອນ​ທີ່​ຜົນ​ງານ​ຈະ​ສຳ​ເລັດ​ອອກ​ມາ​ສູ່​ສາຍ​ຕາ​ຜູ້​ຊົມ​ໄດ້ ດັ່ງ​ທີ່​ພອນ​ທິບ​ໄດ້​ກ່າວ​ມ້ວນ​ທ້າຍ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ພອນ​ທິບ ໄຊ​ຍະ​ລາດ ແມ່ນ​ໂຕ​ຢ່າງ​ສະ​ຕີ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ລຸ້ນ​ໃໝ່ ​ເກີດ​ຢູ່​ໃນ​ສະ​ຫະ​ລັດ ມັກ​ອາ​ຫານ​ລາວ ​ແລະຊີ​ວິດ​ການ​ເປັນ​ຢູ່ ​ອັນ​ເປັນ​ທີ່​ມາ​ຂອງຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ​ຢູ່​ໃນ​ສະ​ຫະ​ລັດ. ພອນ​ທິບ ໄດ້​ສະ​ແດງບ​ຄວາມ​ຕື່ນ​ເຕັ້ນ​ເປັນ​ພິ​ເສດ ທີ່ມີ​ໂອ​ກາດເດີນ​ທາງ​ໄປ​ເມືອງ​ລ​າວ ​ເປັນ​ເທື່ອ​ທຳ​ອິດ ​ທີ່​ຈະ​ສັງ​ເກດ​ເບິ່ງຊິ​ວິດ​ການ​ເປັນ​ຢູ່ດ້ວຍ​ຕົນ​ເອງ. ຫວັງ​ວ່າໃນ​ອີກ​ບໍ່​ຊ້າ​ນີ້ ບັນ​ດາ​ຜູ້​ຊົມ​ຈະ​ໄດ້​ເຫັນ​ຜົ​ນ​ງານ​ຂອງຄະ​ນະ​ສ້າງ​ຮູບ​ເງົາ Without Measure ຫລື​ບໍ່​ມີ​ການ​ວັດ​ແທກ ນັ້ນ​ເປັນ​ຢ່າງ​ໃດ.

XS
SM
MD
LG