ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ສະ​ຫລອງ​ບຸນ​ປີ​ໃໝ່ ຊາວ​ຈີນ ແລະ​ຫວຽດ​ນ​າ​ມ ຢູ່ ນະ​ຄອນ​ຫລວງວຽງ​ຈັນ ບໍ່​ຄຶກ​ຄື້ນ​ເໝືອນ​​ແຕ່​ກ່ອນ


​ປະ​ເພ​ນີ​ຟ້ອນ​ສິງ​ໂຕ ໃນ​ໂອ​ກາດ​ສະ​ຫລອງ​ບຸນ​ປີ​ໃໝ່​ຈີນ ແລະ​ຫວຽດ​ນາມ ທີ່​ເມືອງ​ຟອນ​ເຊີ​ສ ພາກ​ເໝືອ​ຂອ​ງ​ລັດ​ເວີ​ເນຍ ວັນ​ທີ 22 ມັງ​ກອນ 2023
​ປະ​ເພ​ນີ​ຟ້ອນ​ສິງ​ໂຕ ໃນ​ໂອ​ກາດ​ສະ​ຫລອງ​ບຸນ​ປີ​ໃໝ່​ຈີນ ແລະ​ຫວຽດ​ນາມ ທີ່​ເມືອງ​ຟອນ​ເຊີ​ສ ພາກ​ເໝືອ​ຂອ​ງ​ລັດ​ເວີ​ເນຍ ວັນ​ທີ 22 ມັງ​ກອນ 2023

ປະ​ຊາ​ຄົມຈີນ ແລະ​ຫວຽດ​ນາມ ​ທີ່ພາ​ກັນເຂົ້າ​ມາພັກ​ພາ​ອາ​ໄສ ຕັ້ງ​ຫລັກ​ແຫລ່ງ ​ຄ້າ​ຂາຍ ​ຢູ່​ໃນ​ປະ​ເທດ​ລາວ ໂດ​ຍ​ສະ​ເພາ ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ພວມ​ພາກັນ​ສະ​ເຫລີມ​ສະ​ຫລອງ​ປີ​ໃໝ່ ຊຶ່ງ​ໃນປີ​ນີ້​ປາ​ກົດ​ວ່າບໍ່​ຄ່ອຍ​ຄຶກ​ຄື້ນເໝືອນດັ່ງ ​ເມື່ອ​ສອງ​ປີກ່ອນ ການ​ເລີ້ມລະ​ບາດ​ລະ​ບາດຂອງພະ​ຍາດ​ໂຄ​ວິດ-19​. ເວ​ລາ​ນັ້ນ​ໄດ້ ມີ​ການ​ຊຸມ​ແຊວ​ກັນເປັນ​ໝູ່​ຄະ​ນະ​ຢ່າງ​ຄຶກ​ຄື້ນ ນອກຈາກ​ນັ້ນ​ທາງ​ການຍັງໄດ້​ອະ​ນຸ​ຍາດ​ໃຫ້ຈູດ​ໝາກ​ກະ​ໂພກ ​ດັງ​ສະ​ໜັ່ນ​ໄປ​ທົ່ວ​ເມືອງ.

ນາງ​ວິ​ໄລ​ລັກ ຫລວງ​ປະ​ເສີດ ຊາວ​ນະ​ຄອນ​ຫລວງ​ວຽງ​ຈັນ ໄດ້ໃຫ້​ຂໍ້​ສັງ​ເກດ​ວ່າ ​ນັບ​ແຕ່ການ​ລະ​ບາດ​ຂ​ອງໂຄວິດ-19 ເກືອບບໍ່ມີນັກ​ທ່ອງ​ທ່ຽວ​ຊາວ​ຈີນ​ພາ​ກັນເດີນ​ທາງ​ເຂົ້າ​ມາ​ປະ​ເທດ​ລາວ​ເລີຍ ​ຊຶ່ງ​ນາງ​ວິ​ໄລ​ລັກ ໄດ້​ກ່າວສູ່ ວີ​ໂອ​ເອ ​ຟັງ​ດັ່ງ​ນີ້:

ນາງ​ວິ​ໄລ​ລັກ ​ກ່າວ​ເພີ້ມ​ອີກ​ວ່າ ຊາວ​ຈີນ ແລະ​ຫວຽດ​ນາມ​ ບັດ​ນີ້ພາ​ກັນ​ສະ​ຫລອງ​ບຸນປີ​ໃໝ່​ກັນ ​ຢູ່​ບ້ານ​ເຮືອນ​ຂອງ​ໃຜ​ລາວ​ເປັນ​ກຸ່ມ​ນ້ອຍໆ​ເທົ່າ​ນັ້ນ. ​ນອກ​ຈາກ​ນັ້ນ​ທາງ​ການ​ໄດ້​ຫ້າມ​ບໍ່​ໃຫ້ມີ​ການ​ຈູດ​ໝາກ​ກະ​ໂພກເປັນ​ເດັດ​ຂາດ. ​ກ່ຽວ​ກັບ ການສັກ​ຢາ​ປ້ອງ​ກັນພະ​ຍາດໂຄວິດ-19 ​ບັດ​ນີ້ເຫັ​ນ​ວ່າ ​ບໍ່ມີຄວາມຈຳ​ເປັນ​ຕ້ອງ ​ໄດ້​ມີ​ໃບ​ຢັ້ງ​ຢືນອີກ​ຕໍ່​ໄປອີກ​ແລ້ວ.

XS
SM
MD
LG