ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດໄທກ່າວວ່າ ນັກທຸລະກິດຈີນ ທີ່ລົງທຶນພັດທະນາເຂດເສດຖະກິດພິເສດ ໃນເຂດລຸ່ມແມ່ນ້ຳຂອງ ມີ​ສ່ວນ​ກ່ຽວ​ຂ້ອງ​ ກັບ​ແກັ່ງ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ


ທ່ານຈ້າວ ເຫວ່ຍ ນັກທຸລະກິດຈີນ, ນັກ​ລົງ​ທຶນ​ພັດ​ທະ​ນາເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ​ ແລະ​ເຂົ້າ​ຂອງ​ກາ​ຊິ​ໂນ King Roman ຢູ່​ເມືອງ​ຕົ້ນ​ເຜິ້ງ​ຂອງ​ລາວທີ່ນັກ​ທຸ​ລະ​ກິດ​ໄທ ເຊື່​ອ​ວ່າ ມີ​ສ່ວນກ່ຽວຂ້ອງກັບອາດຊະຍາກຳຂ້າມຊາດ
ທ່ານຈ້າວ ເຫວ່ຍ ນັກທຸລະກິດຈີນ, ນັກ​ລົງ​ທຶນ​ພັດ​ທະ​ນາເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ​ ແລະ​ເຂົ້າ​ຂອງ​ກາ​ຊິ​ໂນ King Roman ຢູ່​ເມືອງ​ຕົ້ນ​ເຜິ້ງ​ຂອງ​ລາວທີ່ນັກ​ທຸ​ລະ​ກິດ​ໄທ ເຊື່​ອ​ວ່າ ມີ​ສ່ວນກ່ຽວຂ້ອງກັບອາດຊະຍາກຳຂ້າມຊາດ

ຕຳຫຼວດໄທກ່າວວ່າ ນັກທຸລະກິດຈີນ ທີ່ລົງທຶນພັດທະນາເຂດເສດຖະກິດພິເສດ ໃນເຂດລຸ່ມແມ່ນ້ຳຂອງ ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ແກັ່ງ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ລາວ, ມຽນ​ມາ ແລະ​ກຳ​ປູ​ເຈຍນັ້ນ. ຊົງ​ຣິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ມາ​ສະ​ເໜີ​ທ່ານຈາກ​ບາງກອກ.

ພົນຕຳຫຼວດໂທ ຈີ​ຣະ​ພົບ ພູ​ຣິ​ເດດ ຜູ້ບັນຊາການຕໍາຫລວດສອບ​ສວນ​ກາງ, ສຳ​ນັກ​ງານຕໍາຫລວດ ແຫ່ງ​ຊາດໄທ ຖະ​ແຫລງວ່າ ການ​ປາບ​ປາມ​ແກັ່ງອາຊະ​ຍາ​ກຳຂ້າມຊາດຈາກຈີນສາມາດປະ​ຕິ​ບັດການ ໄດ້ຢ່າງຈໍາກັດ ເນື່ອງ​ຈາກວ່າແກັ່ງ​ອາດ​ຊະ​ຍາ​ກຳຈີນມີເຄືອ​ຂ່າຍຢ່າງກວ້າງຂວາງທີ່​ຄວບ​ຄຸມໃນທົ່ວ ເຂດລຸ່ມແມ່ນໍ້າຂອງ ຈຶ່ງເຮັດໃຫ້ສາມາດຫລົບ​ໜີ​ການຖືກຈັບກຸມຈາກປະເທດນຶ່ງໄປ​ອີກປະເທດນຶ່ງໄດ້ຕະ ຫຼອດເວ​ລາ ໂດຍເຫັນໄດ້​ຈາກການ​ປະ​ຕິ​ບັດ​ການຂອງຕຳຫຼວດໄທ ທີ່​ສາ​ມາດ​ຈັບ​ກຸມ​ໄດ້ສະເພາະຄົນ​ໄທ ທີ່ຮ່ວມກະທຳຜິດດ້ວຍ​ການເປີດບັນຊີທະນາຄານໃນໄທແທນຄົນຈີນ ຫຼື ທີ່ເອີ້ນ​ວ່າ ບັນຊີມ້ານັ້ນ ສ່ວນຄົນຈີນທີ່ເປັນຫົວໜ້າແກັ່ງນັ້ນ ຕ່າງໄດ້ຫລົບ​ໜີໄປປະເທດເພື່ອນບ້ານ ໂດຍ​ສະ​ເພາະແມ່ນເຂດເສດຖະກິດພິເສດ ທີ່​ມີ​ບ່ອນກາ​ຊິ​ໂນ ນັ້ນ​ກໍ​ຄືເຂດ​ທີ່​ແກັ່ງ​ອາດ​ຊະ​ຍາ​ກຳຈາກຈີນໄດ້ພາ​ກັນຫລົບ​ໜີ​ໄປ​ລີ້ຊ່ອນຫລາຍ​ທີ່​ສຸດ ດັ່ງທີ່ພົນຕຳຫຼວດໂທ ຈິຣະພົບໄດ້ ຢືນຢັນວ່າ:

“ບາງສ່ວນທີ່ເປັນມິດ​ສາອາຊີບ ມີການຟອກເງິນ ມີອັນ​ໃດ​ອັນ​ນຶ່ງ​ແບບ​ນີ້ເຮົາກະພົບຢູ່ເລື້ອຍໆ. ຕອນນີ້ ທີ່ໜ້າຢ້ານຄືປະເທດເພື່ອນບ້ານ ເຂົາກໍຈະມີເຂດທີ່ຄົນຈີນໄປເປີດກາຊີໂນເໝືອນເປັນເມືອງຂອງ ຄົນຈີນເລີຍ ຈະມີຄົນຈີນທີ່ບໍ່ດີບາງສ່ວນຫັ້ນ ກະໄປຕັ້ງເປັນແກັ່ງສູນໂທລະສັບ ຫຼື (Call Center) ຫຼືເປັນພວກຕົວະຕົ້ມ ສແກມເມີ (Scammers) ແລ້ວກໍເອົາຄົນຈາກປະເທດໄທຫັ້ນ ໄປເປັນລູກນ້ອງ ໄປຢູ່ໃນ Call Center ໄປຢູ່ໃນທີມ Scammer ມີບັນຊີທີ່ຢູ່ໃນເມືອງໄທ ແລະເຮັດເປັນຂະບວນ ການ ອັນນີ້ເປັນບັນຫາໃຫຍ່ ຂອງ​ບ້າ​ນເຮົາ ຄືເວລາເຮົາຈັບໜິ ເຮົາຈະຈັບໄດ້ແຕ່ບັນ​ຊີ​ມ້າ ຊຶ່ງ​ເປັນຄົນ ໄທ ຫຼື ໄປຈັບຄົນໄທໃນປະເທດເພື່ອນບ້ານ ແຕ່ເຮົາຈະບໍ່ໄດ້ຫົວໜ້າແກັ່ງກັບມາ.”

ກ່ອນ​ໜ້ານີ້ ທ່ານ​ຊູ​ວິດ ກະ​ມົນ​ວິ​ສິດ ນັກ​ທຸ​ລະ​ກິດ​ດ້ານ​ສະ​ຖານ​ບັນ​ເທີງ ແລະ​ອະ​ດີດ​ວຸດ​ທິ​ສະ​ມາ​ຊິກ​ໄທ ຖະ​ແຫລງວ່າ ​ການ​ທີ່​ມີ​ກາ​ຊິ​ໂນ King Roman ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ ​ທີ່ເມືອງ​ຕົ້ນ​ເຜີ້ງແຂວງ​ບໍ່​ແກ້ວໃນ​ລາວ​ນັ້ນ ​ນອກ​ຈາກ​ຈະ​ເປັນ​ບ່ອນ​ທີ່​ຮອງ​ຮັບບັນ​ດາ​ນັກ​ຫລິ້ນ​ການ​ພະ​ນັນ​ຈາກ​ຈີນເປັນສ່ວນ​ໃຫຍ່​ແລ້ວ ກໍ​ຍັງ​ມີ​ບັນ​ດາ​ນັ​ກ​ພະ​ນັນ ​ທີ່​ເປັນ​ຊົນ​ຊາດ​ວ້າ ຈ​າກ​ເຂດ​ປົກ​ຄອງ​ຕົນ​ເອງທາງ​ພາກ​ເໜືອ​ຂອງ​ເຂດ​ລັດ​ສານ​ໃນ​ມຽນ​ມາ​ດ້ວຍ ທີ່​ພາ​ກັນ​ເດີນ​ທາງ​ມາ​ຫລິ້ນ​ການ​ພະ​ນັນ​ຢູ່​ທີ່​ບ່ອນ​ກາ​ຊິ​ໂນ King Roman ແລະ​ກໍ​ເປັນ​ທີ່​ຮັບ​ຮູ້​ກັນ​ເປັນ​ການ​ພາຍ​ໃນ​ວ່າ ສິ່ງ​ທີ່​ນັກ​ພະ​ນັນ​ຊົນ​ຊາດ​ວ້າ ​ໄດ້​ນຳ​ມາ​ແລກ​ປ່ຽນ​ເປັນ​ທຶນ​ສຳ​ລັບ​ຫລິ້ນ​ການ​ພະ​ນັນ​ກໍ​ຄື​ຢາ​ບ້າ ແລະ​ຢາ​ໄອ​ສ໌ ທີ່​ມີ​ການ​ຜະ​ລິດ​ຢ່າງ​ຫລວງ​ຫລາຍ ຢູ່​ໃນ​ເຂດ​ຍຶດ​ຄອງ​ຂອງກອງ​ກຳ​ລັງ​ວ້າໃນ​ມຽນ​ມາ ​ດັ່ງ​ກ່າວເພາະສະ​ນັ້ນ​ຈຶ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ຜູ້​ລົງ​ທຶນ​ພັດ​ທະ​ນາເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫລ່ຽມ​ຄຳ​ໃນ​ລາວ ກໍ​ຄື​ທ່ານ​ຈ້າວ ເຫວີ້ຍ ນັກ​ທຸ​ລະ​ກິດ​ຈີນ​ນັ້ນ​ຈະ​ບໍ່​ຮູ້​ເລື້ອງ​ດັ່ງ​ກ່າວນີ້.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ຈ້າວ ເຫ​ວີ່ຍ ກໍ​ໄດ້​ຖະ​ແຫລງ​ຕອບ​ໂຕ້​ການ​ກ່າວ​ຫາ​ຂອງທ່ານ​ຊູ​ວິດໃນ​ຄັ້ງ​ນີ້​ວ່າ ​ບໍ່​ມີ​ມູນ​ຄວາມ​ຈິງ ເພາະ​ໂຕ​ທ່ານ​ເອງ​ບໍ່​ເຄີຍ​ພົວ​ພັນ​ກັບ​ການ​ຄ້າ​ຢາ​ເສບ​ຕິດ ແຕ່​ໄດ້​ດຳ​ເນີນ​ທຸ​ລະ​ກິດ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມຄຳ ພາຍ​ໃຕ້​ລະ​ບຽບ​ກົດ​ໝາຍ​ໃນ​ລາວ​ຢ່າງ​ຄົບ​ຖ້ວນ ຈຶ່ງ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບແກັ່ງ​ອາຊະ​ຍາ​ກຳ​ຂ້າ​ມ​ຊາດ​ແຕ່​ຢ່າງ​ໃດ ຫາກ​ແຕ່ສະມາຊິກສະພາແຫ່ງ​ຊາດລາວ ກໍໄດ້ຕັ້ງຂໍ້ສົງ​ໄສວ່າ ການບັງຄັບໃຊ້ກົດໝາຍໃນລາວ ໄດ້​ມີ​ການ​ຈັດ​ຕັ້ງປະ​ຕິ​ບັດຢ່າງເຂັ້ມງວດແທ້ໆບໍ ເພາະເມື່ອ ພິຈາລະນາຜົນ​ງານ​ທີ່​ຜ່ານ​ມາ ຖືວ່າມີ​ປະ​ສິດ​ທິ​ພາບ​ຕ່ຳ​ຫລາຍ ດັ່ງທີ່ສະມາຊິກສະພາແຫ່ງ​ຊາດ​ລາວຢືນ​ຢັນ​ວ່າ:

“ການຕັດສິນພິ​ພາກ​ສາຢຶດຊັບທີ່ວ່າ​ເປັນເງິນກີບນີ້ 2 ຕື້ກວ່າ ເງິນ​ບາດກະ 6 ແສນກວ່າ ແລະສະກຸນ ເງິນດົ້ງກະຍັງ​ມີ 10 ພັນດົ້ງ, ເງິນຢວນ 50 ຢວນນີ້ ມັນແມ່ນ​ບໍ້ ຕົວ​ເລກນີ້ຄືມັນນ້ອຍແທ້ ຂໍ​ໃຫ້​ເບິ່ງຄືນ. ບັນຫາທີ 2 ນີ້ ກ່ຽວ​ກັບ​ການແກ້ໄຂຄະດີ ໂດຍ​ສະ​ເພາະຄະດີອາ​ຍາຂັ້ນຕົ້ນ ຕົວ​ເລກນີ້ກະ 10,039 ເລື້ອງ ກວມເອົາ 95.7 ເປີ​ເຊັນ ແຕ່ວ່າ ເບິ່ງ​ຕົວ​ເລກການສົ່ງຄືນໃຫ້ສອບ​ສວນຄືນໃໝ່ 2,300 ກວ່າເລື້ອງ ກໍສະ​ແດງວ່າຄຸນນະພາບ ແລະ ປະສິດທິພາບຂອງ​ການ​ສືບ​ສວນ-ສອບ​ສວນນີ້ ຍັງບໍ່ທັນດີເທົ່າ​ທີ່ຄວນ”

ສ່ວນ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບໃນ​ແຂວງ​ບໍ່​ແກ້ວ​ຢືນ​ຢັນ​ວ່າ ຕຳ​ຫລວດ​ລາວ​ໄດ້​ຈັບອາຊະ​ຍາ​ກອນ​ຈີນ ທີ່​ໄດ້​ກະ​ທຳ​ຄວາມ​ຜິດ​ໃນ​ລ​າວ ແລະ​ໄດ້​ສົ່ງ​ໂຕ​ໄປ​ໃຫ້​ກັບ​ທາງ​ການຕຳ​ຫລວດ​ຈີນກວ່າ​ 1.600 ຄົນ ທີ່​ໄດ້​ສໍ້​ໂກງ​ຊາວ​ຈີນຈຳ​ນວນ 2,500 ກວ່າ​ກໍ​ລະ​ນີ ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ຫ​ລ​າຍກວ່າ 2,700 ລ້ານຢວນ. ສ່ວນ​ສະ​ຫະ​ພັນ​ແມ່​ຍິງ​ລາວ ກໍ​ສາ​ມາດ​ຊ່ວຍ​ເຫລືອ​ແມ່​ຍິງ​ລາວທີ່​ຕົກ​ເປັນ​ເຫ​ຍື່ອ​ການ​ຄ້າ​ມະ​ນຸດ ໃນ​ຈີນ​ໄດ້​ເຖິງ 270 ກວ່າ​ຄົນໃນ​ຊ່ວງ​ປີ 2020-2022 ຜ່ານ​ມາ.

XS
SM
MD
LG