ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ສ​ຳ​ພາດ ທ່ານ​ເພັດ ຣາດ​ຊະ​ວົງ ອະ​ດີດ​ທະ​ຫານ​ມາ​ຣິນ ສ​ະ​ຫະ​ລັດ ທີ່​ຍັງ​ເຮັດ​ວຽກ​ໃຫ້​ແກ່ກອງ​ທັບ ໃນ​ຖາ​ນະ​ພົນ​ລະ​ເຮືອນ


ທ່ານ​ເພັດ ຣາດ​ຊະ​ວົງ
ທ່ານ​ເພັດ ຣາດ​ຊະ​ວົງ

ທ່​ານ​ເພັດ ຣາດ​ຊະ​ວົງ ຈື່​ບໍ່​ໄດ​ວ່າ​ໄດ້ອາ​ຍຸ​ຈັກ​ປີ ​ເວ​ລາ​ຄອບ​ຄົວ​ພາ​ອົບ​ພະ​ຍົບຫລົບ​ໜີ​ຈາກ​ແຂວງ​ຊຳ​ເໜືອໃນ​ຊຸມ​ປີ 1960 ຍ້ອນ​ສົງ​ຄາມ. ທ່ານ​ເພັດ​ພຽງ​ແຕ່ຈື່​ໄດ້​ວ່າ​ຄອບ​ຄົວ​ໄດ້​ພາ​ມາ​ຕັ້ງ​ຖີ່ນ​ຖານ​ໃໝ່​ຢູ່​ບ້ານ​ໂພນ​ຕ້ອງ ໃນ​ເຂດ​ນະ​ຄອນ​ຫລວງວຽງ​ຈັນ ​ແລະ​ໄດ້​ເລີ້ມ​ເຂົ້າ​ໂຮງ​ຮຽນຊັ້ນ​ປະ​ຖົມ​ຢູ່​ທີ່​ນັ້ນ. ​ທ່ານ​ເພັດ​ໄດ້ໃຊ້​ຊີ​ວິດ​ຢູ່ນະ​ຄອນ​ຫລວງວຽງ​ຈັນ​ເປັນ​ເວ​ລາ​ສັ້ນໆ ຫລັງ​ຈາກ​ນັ້ນຄອບ​ຄົວ​ຕ້ອງ​ໄດ້​ພາອົບ​ພະ​ຍົບ​ຫລົບ​ໜີ​ອີກ​ເປັນ​ຄັ້ງ​ທີ​ສອງ​ໃນປີ 197​8 ຍ້ອນ​ການ​ປ່ຽນ​ແປງ​ລະ​ບອບ​ການ​ປົກ​ຄອງ​ຢູ່​ໃນ​ປະ​ເທດ​ລາວ. ຄອບ​ຄົວ​ຣາດ​ຊະ​ວົງ ກໍ​ແມ່ນ​ຄອບ​ຄົວ​ນຶ່ງທີ່ໄດ້​ຫລົບ​ໜີອອກ​ຈາກ​ປະ​ເທດ ໄປຢູ່​ສູນ​ອົບ​ພະ​ຍົບ ໃນ​ປະ​ເທດ​ໄທ ເພື່ອ​ລໍ​ຖ້າການ ໄປ​ຕັ້ງ​ຖິ່ນ​ຖານ​ຢູ່ປະ​ເທດ​ທີ​ສາມ ແລະ​ໃນ​ທີ່​ສຸດ ​ກໍ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານໃໝ່ ຢູ່​ນະ​ຄອນ​ແຊນ​ດີ​ເອ​ໂກ ​ລັດ​ຄາ​ລິ​ຟໍ​ເນຍ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຕັ້ງ​ແຕ່ປີ 1980 ​ມາຈົນ​ເຖິງ​ເທົ້າປັດ​ຈຸ​ບັນ​.

ທ່ານ​ເພັດ ບໍ່​ແຕກ​ຕ່າງ​ຫຍັງ​ກັບ​ພວກຊາວ​ໜຸ່ມ​ອົບ​ພະ​ຍົບ​ໂດຍ​ທົ່ວ​ໄປ ທີ່​ຕ້ອງ​ໄດ້​ເຂົ້າ​ໂຮງ​ຮຽນ ຮຽນ​ພາ​ສາ​ອັງ​ກິດ ແລະວັດ​ທະ​ນາ​ທຳ​ອາ​ເມ​ຣິ​ກາ ​ເພື່ອ​ໃຫ້ທັນກັບ​ອາ​ຍຸປີ​ການ​ສຶກ​ສາ ທີ່​ຈະຕ້ອງ​ໃຫ້ສຳ​ເລັດ​ມັດ​ທະ​ຍົມ ກ່ອນ​ອາ​ຍຸ 18 ປີ. ​ຫລັງ​ຈາກ​ນັ້ນ​ພວກ​ຊາວ​ໜຸ່ມເຫລົ່າ​ນີ້​ສາ​ມາດ​ເລືອກ​ເອົ​າ​ວ່າ​ ຈະ​ຮຽນ​ຕໍ່​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລອີກ​ສີ່​ປີ ເພື່ອເອົາ​ປະ​ລິນ​ຍາ​ໃນ​ຂະ​ແໜງ​ໃດ​ນຶ່ງ. ແຕ່​ຈະຕ້ອງມີ​ທຶນ​ການ​ສຶກ​ສາ​ຮຽນໃຊ້​ຈ່າຍຫລາຍ​ໝື່ນ​ໂດ​ລາ​ຕໍ່​ປີ ຖ້າ​ບໍ່​ດັ່ງ​ນັ້ນ​ກໍເລືອກ​ເອົາ​ການ​ປະ​ກອບອາ​ຊີ​ບ​ໃດ​ນຶ່ງ​. ​ທ່ານ​ເພັດ ໄດ້​ເລືອກ​ເອົາ​ການ​ສະ​ໝັກເຂົ້າ​ຮັບ​ໃຊ້ເປັນ​ທະ​ຫານ​ມາ​ຣິນ ​ຢູ່​ໃນ​ກອງ​ທັບ​ສະ​ຫະ​ລັດເປັນ​ເວ​ລາ 11 ປີ ເພື່ອ​ຈະ​ໄດ້​ຮັບ​ທຶນ​ການສຶກ​ສາ​ ແລະ​ໄດ້​ມີ​ໂອ​ກາດ​ເດີນ​ທາງໄປ​ເຫັນຫລາຍປະ​ເທດ​ ດັ່ງ​ທີ່​ທ່ານ​ເພັດ​ໄດ້​ກ່າວ​ສູ່​ວີ​ໂອ​ເອ ຟັງ​ດັ່ງ​ນີ

​ການ​ຮັບ​ໃຊ້​ເປັນ​ທະ​ຫານ ​ຢູ່​ໃນ​ກອງ​ທັບ​ສະ​ຫະ​ລັດ ບໍ່​ພຽງ​ແຕ່​ເປັນ​ການ​ປ້ອງ​ກັນ​ຊາດ ແຕ່ຍັງ​ໄດ້​ຮັບ​ຜົນ​ກຳ​ໄລຫລາຍ​ຢ່າງ ສ້າງຄວາມ​ໄວ້​ວາງ​ໃຈ ແລະ​ກຽດ​ຕິ​ຍົດ. ​ທ່ານ​ເພັດ​ໄດ້​ຮັບ​ໃຊ້​ຢູ່​ໃນກອງ​ທັບ​ສະ​ຫະ​ລັດ ເປັນ​ເວ​ລາ ​11 ປີ ໄດ້​ຮັບ​ຊັ້ນສິບ​ຕີ ພ້ອມ​ດ້ວຍ​ທຶນ​ການ​ສຶກ​ສາ ທີ່​ນຳ​ພາ​ທ່ານສຳ​ເລັດ​ປະ​ລິນ​ຍາ​ໂທ ຝ່າຍ​ຄຸ້ມ​ຄອງທຸ​ລະ​ກິດ ຫລື Business Adminstration ໃນ​ປີ 2007 ຈ​າກ​ມະ​ຫາ​ວິ​ທະ​ຍາ​ໄລ​ຟິ​ນິກ​ສ໌ (University of Phoenix) ​ລັດອາ​ຣີ​ໂຊ​ນາ ຊຶ່ງ​ທ່ານ​ເພັດໄດ້​ກ່າວ ​ເຖີງ​ຕອນ​ນີ້​ວ່າ:

ດ້ວຍ​ຜົນ​ສຳ​ເລັດການ​ສຶກ​ສາ ​ມີພື້ນ​ຖານ​ການຮັບ​ໃຊ້ ຢູ່​ໃນ​ກອ​ງ​ທັບສະ​ຫະ​ລັດມາ​ກ່ອນ. ຫລັງ​ຈາ​ກ​ໄດ້​ອອກ​ຈາກ​ການ​ຮັບ​ໃຊ້​ທະ​ຫານ ທ່ານ​ເພັດ​ໄດ້​ກັບ​ຄືນ​ສະ​ໝັກ​ເຂົ້າ​ເຮັດ​ວ​ຽກໃຫ້​ແກ່​ກ​ອ​ງ​ທັບ​ສະ​ຫະ​ລັດ​ອີກ. ​ແຕ່ບັດ​ນີ້ໃນ​ນາມ​ພົນ​ລະ​ເຮືອນ​ມີ​ໜ້າ​ທີ່ເກັບ​ກຳຮັກ​ສາຂໍ້​ມູນ ກ່ຽວກັບ​ການ​ສ້ອມ​ແປງເຄື່ອງ​ບິນທະ​ຫານ​ມາ​ຣິນ ແລະ​ເຮືອ​ບິນກອງ​ທັບ​ເຮືອ​ສະ​ຫະ​ລັດ ຢູ່​ທີ່​ນະ​ຄອນແຊນ​ດີ​ເອ​ໂກ ທີ່ເປັ​ນ​ທ່າກຳ​ປັ່ນ​ລົບ​ໃຫຍ່​ທີ່​ສຳ​ຄັນ​ຂອງກອງ​ທັບສະ​ຫະ​ລັດ ຊຶ່ງ​ທ່ານເພັດ ​ໄດ້ກ່າວ​ເຖິງ​ໜ້າ​ທີຄວາມ​ຮັບ​ຜິດຊອບ​ດັ່ງ​ນີ້:

ທ່ານ​ເພັດ ຣາດ​ຊະ​ວົງ ໄດ້ສືບ​ຕໍ່ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ​ສະ​ຫະ​ລັດ ໃນ​ນາມ​ພົນ​ລະ​ເຮືອນມາໄດ້ 22 ປີ​. ບັດ​ນີ້​ພ້ອມ​ແລ້ວ​ທີ່​ຈະ​ບຳ​ນານ ທ່ານ​ໄດ້​ກ່າວ​ມ້ວນ​ທ້າຍເຖິງ​ຜົນ​ກຳ​ໄລ​ຂອງ​ການ​ເຮັດ​ວ​ຽກ ແລະຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​ສູ່​ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ເສັ້ນທາງ​ຊີ​ວິດຂ​ອງທ່ານ​ເພັດ ຣາດ​ຊະ​ວົງ ເຕັ​ມ​ໄປ​ດ້ວຍ​ການ​ພະ​ຈົນ​ໄພ​ຂອງສົງ​ຄາມ ຈາກ​ແຂວງ​ຊຳ​ເໜືອ ປະ​ເທດ​ລາວ ແລະຊີ​ວິດ​ການ​ເປັນ​ອົບ​ພະ​ຍົບ. ທ່ານ​ເພັດໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງຜົ​ນສຳ​ເລັດ ​ຂອງການ​ຮັບ​ໃຊ້ ​ຢູ່​ໃນ​ກອງ​ທັບ​ສະ​ຫະ​ລັດ ແລະ ສຳ​ເລັດການ​ສຶ​ກ​ສາຊັ້ນ​ສູງ. ບັດ​ນີ້​ທ່ານ​ເພັດ​ພ້ອມ​ແລ້ວ ​ທີ່​ຈະ​ພັກ​ຜ່ອນ​ຊົມ​ຊື່ນ​ກັບ​ໝາກ​ຜົນ ​ທີ່​ໄດ້​ສ້າງ​ມາ​ຢ່າງ​ໜ້າ​ສັນ​ລະ​ເສີນ.

XS
SM
MD
LG