Handyman ໝາຍເຖິງບຸກກຄົນມີພອນສະຫວັນ ສາມາດແກ້ໄບບັນຫາ ໂດຍສະເພາະການໃຊ້ຝີມືແກ້ໄຂສ້ອມແປງຕ່າງໆ ແລະນີ້ແມ່ນອາຊີບຂອງ ອນສະຫວັນ ສາມາດແກ້ໄບບັນຫາ ໂດຍສະເພາະການໃຊ້ຝີມືແກ້ໄຂສ້ອມແປງຕ່າງໆ ແລະນີ້ແມ່ນອາຊີບຂອງ ທ່ານໂລ້ນ ຈັນທະວົງສໍ ນາຍຊ່າງຜູ້ມີພອນສະຫວັນ ສາມາດສ້ອມແປງໄດ້ເກືອບທຸກຢ່າງທີ່ຕ້ອງການ ບໍ່ວ່າຈະເປັນເລື້ອງລະບົບໄຟຟ້າແລະປຸກສ້າງໃດໆກໍດີ ເພາະສະນັ້ນ ທ່ານໂລ້ນ ໄດ້ມີການຮຽກຮ້ອງຕ້ອງການຢູ່ເປັນປະຈຳ ຮັບໃຊ້ຄົນໃກ້ຊິດຮັກແພງໃນສັງຄົມລາວ ໄທ ແລະ ອາເມຣິກັນ ຢູ່ໃນເຂດພາກເໜືອ ຂອງລັດເວີຈີເນຍ. ທ່ານໂລ້ນ ໄດ້ກ່າວຕໍ່ວີໂອເອວ່າ ທ່ານສາມາດສ້ອມແປງຫຍັງໄດ້ແດ່ດັ່ງນີ້:
ຫລັງຈາກໄດ້ເຮັດວຽກຢູ່ໃນຮ້ານອາຫານມາຊົ່ວໄລຍະນຶ່ງ ທ່ານໂລ້ນ ໄດ້ຕັດສິນໃຈມາປະກອບວິຊາອາຊີບ ເຮັດວຽກຊ້ອມແປງຕ່າງໆດ້ວຍຕົນເອງ ເປັນາຍຕົນເອງ ໂດຍທີ່ບໍ່ມີຄົນງານຊ່ວຍ. ຜົນສຳເລັດວຽກງານຂອງທ່ານທີ່ປະຕິບັດມານັ້ນ ໄດ້ເປັນທີ່ໄວ້ວາງໃຈຈາກພວກລູກຄ້າ ແລະໄດ້ຢັ້ງຢືນບອກເລົ່າປາກຕໍ່ປາກກັນອອກໄປ. ເພາະສະນັ້ນ ທ່ານມີວຽກເຮັດຢູ່ເປັນປະຈຳຕະຫລອດປີ. ທ່ານໂລ້ນພຽງແຕ່ບອກໄດ້ວ່າ ຄ່າແຮງງານນັ້ນຂຶ້ນຢູ່ກັບວຽກໜ້ອຍວຽກຫລາຍ ແລະຈະບອກເຖິງລາຄາໂດຍຕົງນັ້ນບໍ່ໄດ້ ແຕ່ຮັບປະກັນໄດ້ວ່າເປັນລາຄາທີ່ຕໍ່າກວ່າໄປຈ້າງບໍລິສັດ ທີ່ສົ່ງຄົນມາຊັ່ງຊາເບິ່ງວຽກແລະຕີລາຄາທີ່ແພງ. ນີ້ແມ່ນວິຊາການຫາຢູ່ຫາກິນທີ່ເປັນອິດສະຫລະ ອີກຢ່າງນຶ່ງທີ່ສ້າງລາຍໄດ້ ແລະເຫັນມີຢູ່ໃນທຸກສັງຄົມທົ່ວສະຫະລັດ.